spot_img
Homeຂ່າວຕ່າງປະເທດຜູ້ນຳອິນໂດເນເຊຍ ປະກາດໃຊ້ກົດໝາຍ ປະຫານຊີວິດ-ເຮັດໝັນເຄມີ ນັກໂທດຄະດີຂົ່ມຂືນ!

ຜູ້ນຳອິນໂດເນເຊຍ ປະກາດໃຊ້ກົດໝາຍ ປະຫານຊີວິດ-ເຮັດໝັນເຄມີ ນັກໂທດຄະດີຂົ່ມຂືນ!

Published on

ສຳນັກຂ່າວ ບີບີຊີ ລາຍງານໃນວັນທີ 26 ພຶດສະພານີ້ວ່າ ທ່ານ ໂຈໂກ ວີໂດໂດ້ ປະທານາທິບໍດີອິນໂດເນເຊຍ ໄດ້ປະກາດໃຊ້ກົດໝາຍ ລົງໂທດຜູ້ກະທຳຜິດດ້ວຍການປະຫານຊີວິດ ແລະ ການເຮັດໝັນດ້ວຍເຄມີ ແກ່ນັກໂທດໃນຄະດີລ່ວງລະເມີດທາງເພດ ເພື່ອປາບປາມປະກົດການຫຍໍ້ທໍ້ ທີ່ເກີດຈາກຄວາມຮຸນແຮງທາງເພດ ຕໍ່ແມ່ຍິງ ແລະ ເດັກນ້ອຍ ທີ່ເກີດຂຶ້ນຢ່າງຕໍ່ເນື່ອງໃນສັງຄົມອິນໂດເນເຊຍ.

ບົດລົງໂທດໃນກົດໝາຍສະບັບໃໝ່ນີ້ ແມ່ນກຳນົດໃຫ້ສານອິນໂດເນເຊຍ ສາມາດກຳນົດໂທດ ແກ່ນັກໂທດຄະດີຂົ່ມຂືນ ຫລື ລ່ວງລະເມີດທາງເພດຢ່າງຮຸນແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ຫລາຍກວ່າ 1 ຄັ້ງ ຈະຖືກໂທດສູງສຸດ ດ້ວຍການຖືກຍິງເປົ້າປະຫານຊີວິດ, ສ່ວນໂທດສະຖານເບົາລົງມາ ແມ່ນຈະຖືກເຮັດໝັນດ້ວຍເຄມີ ແລະ ຖືກຝັງອຸປະກອນຕິດຕາມເອເລັກໂຕນິກ ເພື່ອຕິດຕາມການເຄື່ອນໄຫວທຸກບາດຍ່າງ.

 

 

 
ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...