Homeຂ່າວຕ່າງປະເທດຈີນເຜີຍລົດເມແບບໃໝ່ ລົດໃຫຍ່ແລ່ນລອດກ້ອງໄດ້ ແກ້ບັນຫາຈະລາຈອນແອອັດ ເລີ່ມທົດສອບປີນີ້!

ຈີນເຜີຍລົດເມແບບໃໝ່ ລົດໃຫຍ່ແລ່ນລອດກ້ອງໄດ້ ແກ້ບັນຫາຈະລາຈອນແອອັດ ເລີ່ມທົດສອບປີນີ້!

Published on

ສຳນັກຂ່າວຊິນຫົວຂອງຈີນ ລາຍງານໃນວັນທີ 26 ພຶດສະພານີ້ວ່າ ພາຍໃນງານ ອິນເຕີເນຊັນແນວ ໄຮເທັກ ເອັກສ໌ໂປ ຄັ້ງທີ 19 ຂອງຈີນ ທີ່ນະຄອນຫລວງປັກກິ່ງ ໄດ້ມີບໍລິສັດຈີນລາຍໜຶ່ງ ນຳສະເໜີແຜນການສ້າງ ລົດເມໂດຍສານກວມຖະໜົນ ຫລື straddling bus ດ້ວຍການອອກແບບໃຫ້ພື້ນລົດ ຍົກສູງຂຶ້ນກວມຖະໜົນ ສ່ວນກ້ອງພື້ນລົດ ແມ່ນເປີດໂລ່ງໃຫ້ລົດໃຫຍ່ທົ່ວໄປ ສາມາດແລ່ນຜ່ານໄປໄດ້.

ລົດເມໂດຍສານຊະນິດດັ່ງກ່າວນີ້ ໄດ້ອອກແບບໃຫ້ກວ້າງເທົ່າກັບ 2 ຊ່ອງຈະລາຈອນ ຊຶ່ງຈະແລ່ນໂດຍລະບົບລາງຂະໜາດນ້ອຍ ຂັບເຄື່ອນດ້ວຍພະລັງງານໄຟຟ້າ ສາມາດຮອງຮັບຜູ້ໂດຍສານໄດ້ 1,400 ຄົນຕໍ່ຄັນໜຶ່ງ ໃນຄວາມໄວປະມານ 60 ກິໂລແມັດຕໍ່ຊົ່ວໂມງ ຊຶ່ງຈະສາມາດທົດແທນລົດເມທຳມະດາທົ່ວໄປໄດ້ເຖິງ 40 ຄັນ ແລະ ຫລຸດຜ່ອນການສິ້ນເປືອງນ້ຳມັນເຊື້ອໄຟໄດ້ 800 ໂຕນຕໍ່ປີ ແຖມຍັງຫລຸດຜ່ອນການປ່ອຍ ອາຍກາກບອນໄດ້ເກືອບ 2,500 ໂຕນຕໍ່ປີ, ທີ່ສຳຄັນແມ່ນ ລົດເມດັ່ງກ່າວນີ້ ມີຕົ້ນທຶນໃນການສ້າງ ໜ້ອຍກ່ວາລະບົບລົດໄຟໃຕ້ດິນ ຊຶ່ງບໍ່ຈຳເປັນຕ້ອງໄດ້ຂຸດເຈາະພື້ນທີ່ແຕ່ຢ່າງໃດ.

ບໍລິສັດ ທຣານສິດ ເອັກສ໌ໂພລ ບັສ ຊຶ່ງເປັນບໍລິສັດເຈົ້າຂອງແນວຄວາມຄິດດັ່ງກ່າວ ໄດ້ລະບຸວ່າ ກຳລັງຢູ່ໃນຂັ້ນຕອນການສ້າງຕົ້ນແບບຂຶ້ນ ໂດຍມີແຜນຈະທົດສອບຄັ້ງທຳອິດ ໃນເດືອນກໍລະກົດ ຫລື ເດືອນສິງຫາປີນີ້ ຫາກປະສົບຜົນສຳເລັດ ກໍຈະເປັນກາຍຊ່ວຍຫລຸດຜ່ອນ ບັນຫາການຈະລາຈອນແອອັດ ໃນລະບົບຄົມມະນາຄົມຂອງຈີນໄດ້.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...