Homeຂ່າວເຫດການສະຫາຍເລຂາທິການໃຫຍ່ ຕ້ອນຮັບຜູ້ແທນກວດກາສູນກາງ ພັກກອມມູນິດຫວຽດນາມ

ສະຫາຍເລຂາທິການໃຫຍ່ ຕ້ອນຮັບຜູ້ແທນກວດກາສູນກາງ ພັກກອມມູນິດຫວຽດນາມ

Published on

ຂປລ.ໃນວັນທີ 26 ພຶດສະພາ 2016 ນີ້, ສະຫາຍ ບຸນ​ຍັງ ວໍ​ລະ​ຈິດ ​ເລຂາທິການ​ໃຫຍ່ ຄະນະ​ບໍລິຫານ​ງານ​ສູນ​ກາງ ພັກ​ປະຊາຊົນ​ປະຕິວັດ​ລາວ ປະທານ​ປະ​ເທດ ​ແຫ່ງ ສປປ ລາວ, ໄດ້​​ໃຫ້ກຽດຕ້ອນຮັບ​ ການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈີ່ນ ກວກ ເວື້ອງ (Trần Quốc vượng) ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ປະທານຄະນະກໍາມະການກວດກາສູນກາງ ພັກກອມມູນິດຫວຽດນາມ ພ້ອມດ້ວຍຄະນະ ທີ່​ຫ້ອງ​ວ່າການ​ນສູນ​ກາງ​ພັກ ນະຄອນຫລວງ​ວຽງຈັນ, ໃນ​ໂອກາດທີ່​ເດີນທາງ​ມາຢ້ຽມຢາມ ເຄື່ອນໄຫວແລກປ່ຽນບົດຮຽນຢູ່ ສປປ ລາວ ລະຫວ່າງວັນທີ 24-26 ພຶດສະພານີ້.

ໂອກາດດັ່ງກ່າວ, ສະຫາຍ ບຸນ​ຍັງ ວໍລະ​ຈິດ ໄດ້ກ່າວຕ້ອນຮັບຊົມ​ເຊີຍ, ພ້ອມທັງຕີລາຄາສູງ ຕໍ່ການມາຢ້ຽມຢາມ ແລະ ເຮັດວຽກຂອງ​ຄະນະ​ຜູ້​ແທນ ​​ເຊິ່ງມີຄວາມໝາຍສໍາຄັນເປັນຢ່າງຍິ່ງ, ເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ ໃຫ້ນັບ​ມື້ຈະເລີນງອກງາມຍິ່ງໆຂຶ້ນ ເວົ້າລວມ, ເວົ້າສະເພາະ ໃນການພົວພັນຮ່ວມມືຊ່ວຍເຫລືອຊຶ່ງກັນ ແລະ ກັນ ລະຫວ່າງ ສອງຄະນະກວດກາສູນກາງພັກ ລາວ-ຫວຽດນາມ, ເປັນການສືບຕໍ່ປຶກສາຫາລື ແລະ ລົງນາມ ບົດບັນທຶກການຮ່ວມມືສະບັບໃໝ່ ທີ່ເປັນບ່ອນອີງໃຫ້ແກ່ການຮ່ວມມື ລະຫວ່າງ ສອງຄະນະກວດກາສູນກາງພັກ ໃນຕໍ່ໜ້າ.

ພາຍຫລັງ ​ເຂົ້າຢ້ຽມຂໍ່ານັບ ສະຫາຍ ເລຂາທິການໃຫຍ່ ບຸນ​ຍັງ ວໍລະ​ຈິດ ຄະນະຜູ້ແທນຍັງໄດ້ເຂົ້າ ຢ້ຽມຊົມ ຫໍພິພິທະພັນ ໄກສອນ ພົມວິຫານ ແລະ ສະຖານທີ່ວັດທະນະ​ທໍາ ​ຢູ່ນະຄອນຫລວງວຽງຈັນ ອີກຈໍານວນໜຶ່ງ.

ກ່ອນໜ້າ​ນີ້ ສະຫາຍ ເຈີ່ນ ກວກ ເວື້ອງ ພ້ອມດ້ວຍຄະນະ ກໍ​ໄດ້​ເຂົ້າ​ຢ້ຽມຂ່ຳນັບ ສະຫາຍ​ ນາງ ປານີ ຢາ​ທໍ່ຕູ້ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ພັກ, ປະທານ​ສະພາ​ແຫ່ງ​ຊາດ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...