Homeຂ່າວພາຍ​ໃນສປປລາວ ກຽມເປັນເຈົ້າພາບ ລາຍການແຂ່ງຂັນບານເຕະຍິງ ຊີງແຊັມອາຊີ ລຸ້ນອາຍຸບໍ່ເກີນ 14 ປີ ປະຈໍາພາກພື້ນອາຊຽນ

ສປປລາວ ກຽມເປັນເຈົ້າພາບ ລາຍການແຂ່ງຂັນບານເຕະຍິງ ຊີງແຊັມອາຊີ ລຸ້ນອາຍຸບໍ່ເກີນ 14 ປີ ປະຈໍາພາກພື້ນອາຊຽນ

Published on

ສປປລາວ ກຽມເປັນເຈົ້າພາບ ລາຍການແຂ່ງຂັນບານເຕະຍິງ ຊີງແຊັມອາຊີ ລຸ້ນອາຍຸບໍ່ເກີນ 14 ປີ ປະຈໍາພາກພື້ນອາຊຽນ “AFC U14 Girls’ Regional Championship 2016” ປະຈໍາພາກພື້ນອາຊີ ລະຫວ່າງວັນທີ 31 ພຶດສະພາ-5 ມິຖຸນາ 2016 ທີ່ສປປລາວ ຮັບກຽດເປັນເຈົ້າພາບ ໂດຍມີບັນດາປະເທດຈາກອາຊຽນ ເຂົ້າຮ່ວມຊີງໄຊທັງໝົດ 8 ທີມແບ່ງເປັນ 2 ກຸ່ມຄື: ກຸ່ມ A ສປປລາວ, ໄທ, ກໍາປູເຈຍ ແລະ ຟິລິບປິນ ສ່ວນກຸ່ມ B ປະກອບມີ ມຽນມາ, ສິງກະໂປ, ມາເລເຊຍ ແລະ ສສ ຫວຽດນາມ ເຊິ່ງການແຂ່ງຂັນດັ່ງກ່າວຈັດຂຶ້ນ ເພື່ອເປັນການພັດທະນາວົງການບານເຕະຍິງຂອງພາກພື້ນອາຊີ.
ໂດຍການແຂ່ງຂັນຄັ້ງນີ້ຈະນໍາໃຊ້ 2 ສະໜາມໄດ້ແກ່ ສະໜາມເຈົ້າອານຸງວົງ ແລະ ສະໜາມມະຫາວິທະຍາໄລແຫ່ງຊາດ .
– ນັດທີ 1 ວັນທີ 31/05/2016 ເວລາ 16:30ໂມງ ລາວ ພົບກັບ ຟິລິບປິນ ແຂ່ງຂັນຢູ່ທີ່ສະໜາມກີລາເຈົ້າອະນຸວົງ
– ນັດທີ 2 ວັນທີ 01/06/2016 ເວລາ 16:30ໂມງ ລາວ ພົບ ກໍາປູເຈຍ ແຂ່ງຂັນທີ່ສະໜາມເຈົ້າອະນຸວົງ. .
– ນັດທີ 3 ວັນທີ 02/06/2016 ເວລາ 16:30ໂມງ ລາວ ພົບ ໄທ ແຂ່ງທີ່ສະໜາມເຈົ້າອະນຸວົງ
ໂດຍແຊັມຂອງແຕ່ລະກຸ່ມ ຈະຜ່ານເຂົ້າຮອງຊະນະເລີດ ເຊິ່ງຈະແຂ່ງຂັນວັນທີ 4 ມິຖຸນານີ້ ແລະ ຮອບຊີງຊະນະເລີດ ຈະແຂ່ງຂັນໃນວັນທີ 5 ມິຖຸນານີ້.

ຂ່າວຈາກ: ສະຫະພັນບານເຕະແຫ່ງຊາດລາວ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...