spot_img
Homeຂ່າວທ້ອງຖິ່ນບໍ່ຄຳຄຳເກີດແສນອຸດົມ ບໍ່ອະນຸຍາດໃຫ້ປະຊາຊົນໃຊ້ທາງຮ່ວມ ຍ້ອນເພື່ອຄວາມປອດໄພຂອງປະຊາຊົນເອງ

ບໍ່ຄຳຄຳເກີດແສນອຸດົມ ບໍ່ອະນຸຍາດໃຫ້ປະຊາຊົນໃຊ້ທາງຮ່ວມ ຍ້ອນເພື່ອຄວາມປອດໄພຂອງປະຊາຊົນເອງ

Published on

ພາຍຫຼັງທີ່ຖືກປະຊາຊົນຮຽກຮ້ອງເຖິງ ສຳນັກຂ່າວລາວໂພສເລື່ອງ ຢາກຂໍໃຊ້ເສັ້ນທາງເບຕົງຮ່ວມກັບ ບໍລິສັດຂຸດຄົ້ນຄຳ ຄຳເກີດແສນອຸດົມ ທີມຂ່າວຈຶ່ງໄດ້ລົງຕິດຕາມສອບຖາມ ຈຶ່ງໄດ້ຄຳຕອບວ່າເພື່ອຮັບປະກັນຄວາມປອດໄພ.

ບໍ່ຄຳ ຄຳເກີດແສນອຸດົມ ຕັ້ງຢູ່ພາກຕາເວັນອອກສ່ຽງໃຕ້ຂອງເທສະບານຫຼັກຊາວ ເມືອງຄຳເກີດແຂວງບໍລິຄຳໄຊ ເປັນການສຳປະທານຂຸດຄົ້ນຂອງ ບໍລິສັດ ພອນສັກ ໃນເນື້ອທີ່ 105 ຕາກິໂລແມັດ ອາຍຸສຳປະທານ 30 ປີ (ຕາມຂໍ້ມູນທີີ່ບໍ່ເປັນທາງການ)

ປະຊາຊົນບ້ານນາໄຮຫຼາຍຄົນໄດ້ແຈ້ງຕໍ່ນັກຂ່າວເຮົາວ່າ ເມື່ອກ່ອນທີ່ທາງບໍລິສັດບໍ່ທັນໄດ້ສ້າງເສັ້ນທາງເຂົ້າສູ່ເຂດຂຸດຄົ້ນຄຳນັ້ນ ທາງບໍລິສັດກໍໄດ້ໃຊ້ເສັ້ນທາງເກົ່າ(ຈາກບ້ານນ້ຳພາວ-ວັງກໍ່-ນາໄຮ) ຮ່ວມກັບປະຊາຊົນເຂົ້າສູ່ບໍ່ຄຳ ແຕ່ພາຍຫຼັງທີ່ທາງຜູ້ສຳປະທານໄດ້ສ້າງເສັ້ນທາງເບຕົງເຂົ້າເຂດຂຸດຄົ້ນຄຳແລ້ວ ທາງຜູ້ສຳປະທານຈຶ່ງໄດ້ເຊົາແລ່ນລົດຜ່ານເສັ້ນທາງເກົ່າ ແລ້ວໄປແລ່ນເສັ້ນທາງໃໝ່ ພ້ອມທັງສະຫງວນສິດບໍ່ໃຫ້ປະຊາຊົນໄດ້ໃຊ້ຮ່ວມ.

ອີງຕາມການແຈ້ງຂອງພະນັກງານຜູ້ໜຶ່ງທີ່ບໍ່ປະສົງອອກນາມໃນບໍລິສັດຂຸດຄົ້ນຄຳໄດ້ ແຈ້ງຕໍ່ນັກຂ່າວຂອງພວກເຮົາເມື່ອວັນທີ 25 ພຶດສະພາ 2016 ທີ່ຜ່ານມາວ່າ ການທີ່ບໍລິສັດຂຸດຄົ້ນຄຳບໍ່ອະນຸຍາດໃຫ້ພໍ່ແມ່ປະຊາຊົນໄດ້ທຽວເສັ້ນທາງເບຕົງຮ່ວມນັ້ນ ແມ່ນເຫດຜົນທາງດ້ານຄວາມສະຫງົບແລະຄວາມປອດໄພຂອງຊີວິດແລະຊັບສິນຂອງພໍ່ແມ່ປະຊາຊົນເອງ ເນື່ອງຈາກທາງບໍລິສັດຈະມີບາງເວລາຂອງບາງວັນ ຈະມີການລະເບີດຫິນ ເຊິ່ງອາດຈະເຮັດໃຫ້ເກີດເຫດຄວາມບໍ່ປອດໄພຂຶ້ນໄດ້.

ແນວໃດກໍຕາມ, ປະຊາຊົນໄດ້ຮຽກຮ້ອງຜ່ານ ສຳນັກຂ່າວລາວໂພສຕື່ມວ່າ ພໍ່ແມ່ປະຊາຊົນຫຼາຍພັນຄົນທີ່ຕ້ອງການທຽວທາງຜ່ານເສັ້ນທາງນີ້ຂໍຮຽກຮ້ອງໃຫ້ທາງບໍລິສັດພິຈາລະນາຕື່ມ ເຊັ່ນ ອາດຈະອະນຸຍາດໃຫ້ປະຊາຊົນໄດ້ໃຊ້ເສັ້ນທາງ ໃນເວລາຫຼືວັນທີ່ ບໍ່ມີແຜນການລະເບີດຫິນ ທັງນີ້ກໍເພື່ອອຳນວຍຄວາມສະດວກແກ່ການສັນຈອນຂອງພໍ່ແມ່ປະຊາຊົນ ເນື່ອງຈາກເສັ້ນທາງເກົ່າທີ່ໃຊ້ຢູ່ໃນປັດຈຸບັນທີ່ມີຄວາມຍາວປະມານ 30 ກິໂລແມັດ ແມ່ນເປັນເສັ້ນທາງປູຫິນໄດ້ຫຼາຍປີແລ້ວ ມີຫິນກ້ອນນ້ອຍກ້ອນໃຫຍ່ ມີບ່ອນຫຼຸບບ່ອນໂນນ ແລະມີຂີ້ໃຫງ່ຫຼາຍ ເປັນເຫດໃຫ້ການເດິນທາງຊັກຊ້າ, ພາຫະນະເປ່ເພ ແລະເກີດອຸບັດເຫດຫຼາຍຄັ້ງໃນໄລຍະຜ່ານມາ.

ໃນຂະນະດຽວກັ້ນນີ້, ເພື່ອຮັກສາສະພາບແວດລ້ອມ ແລະເພື່ອຜົນປະໂຫຍດຂອງປະຊາຊົນ ຂໍໃຫ້ທາງບໍລິສັດຍົກເວັ້ນການຂຸດຄົ້ນໃນເຂດ ທີ່ເປັນແຫຼ່ງນ້ຳ, ຍອດນ້ຳ, ທົ່ງນາ ແລະບ້ານເຮືອນປະຊາຊົນ ເພື່ອຄວາມໝັ້ນຄົງຂອງທີ່ຢູ່ອາໄສແລະແຫຼ່ງທຳມາຫາກິນ. ສ່ວນປະຊາຊົນຈະອຳນວຍຄວາມສະດວກທຸກຢ່າງແກ່ການຂຸດຄົ້ນຄຳ.

ບໍ່ຄຳ ຄຳເກີດແສນອຸດົມ
ເສັ້ນທາງປູເບຕົງຂອງຜູ້ສຳປະທານຂຸດຄົ້ນຄຳ (ຊ້າຍ) ແລະເສັ້ນທາງເກົ່າທີ່ປະຊາຊົນໃຊ້ (ຂວາ) ໃນຍ່ານບ້ານວັງກໍ່-ບ້ານນາໄຮ
ບໍຄຳ ຄຳເກີດແສນອຸດົມ
ເສັ້ນທາງປູເບຕົງຂອງຜູ້ສຳປະທານຂຸດຄົ້ນຄຳ (ຊ້າຍ) ແລະເສັ້ນທາງເກົ່າທີ່ປະຊາຊົນໃຊ້ (ຂວາ) ໃນຍ່ານບ້ານວັງກໍ່-ບ້ານນາໄຮ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...