spot_img
Homeຂ່າວທ້ອງຖິ່ນໄຂ້­ຍຸງ​ລະ­ບາດ​ທີ່​ຈຳ­ປາ​ສັກ​ຍອດ​ຕິດ­ເຊື້ອ 10 ຄົນ​ຕໍ່​ວັນ ເມືອງ​ສຸ​ຂຸ​ມາ ​ແຮງ​ກວ່າ​ໝູ່

ໄຂ້­ຍຸງ​ລະ­ບາດ​ທີ່​ຈຳ­ປາ​ສັກ​ຍອດ​ຕິດ­ເຊື້ອ 10 ຄົນ​ຕໍ່​ວັນ ເມືອງ​ສຸ​ຂຸ​ມາ ​ແຮງ​ກວ່າ​ໝູ່

Published on

ລະ­ບາດຢ່າງ​ໜັກ​ພະ­ຍາດໄຂ້­ຍຸງ​ຢູ່​ຈຳ­ປາສັກ​ມີ​ຜູ້​ຕິດ­ເຊື້ອຢູ່​ທົ່ວ​ແຂວງ​ສະເລ່ຍ 10 ກໍ­ລະ­ນີ​ຕໍ່ວັນທີ່​ໜັກ​ກວ່າ​ໝູ່ ແມ່ນ​ເມືອງ​ສຸ​ຂຸ​ມາມີ​ຜູ້​ຕິດ­ເຊື້ອ​ຫຼາຍ​ກວ່າ 200 ກໍ­ລະ­ນີ, ໃນ​ຂະນະ​ທີ່​ມີ​ຜູ້​ເສຍ​ຊີ­ວິດ​ແລ້ວ 5 ລາຍ, ດ້ານ​ສາ­ທາ­ລະ­ນະ​ສຸກ​ແຂວງໄດ້​ເອົາ­ໃຈ­ໃສ່​ຕ້ານ ແລະ​ເຝົ້າ​ລະ­ວັງ​ຢ່າງ​ຈິງ​ຈັງພ້ອມ​ລະ­ດົມໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ຊ່ວຍ​ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ຂອງ​ຍຸງ​ລາຍໄປ​ພ້ອມ​ກັນ​ໃນ​ທົ່ວ​ແຂວງ​ຈິ່ງ​ຈະ​ສາ­ມາດ​ຕ້ານ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງ­ກ່າວ​ໄດ້​ໃນ​ເວ­ລາ​ສັ້ນໆ.

ທ່ານ  ສົມ​ກຽດ ວໍ­ລະ​ລາດ ຫົວ­ໜ້າ​ພະ​ແນກ​ສາ​ທະ​ລະ­ນະສຸກ​ແຂວງ​ຈຳ­ປາ​ສັກ, ເປີດ­ເຜີຍ​ຕໍ່​ນັກ​ຂ່າວໜັງ­ສື­ພິມ​ເສດ­ຖະ­ກິດ-ສັງ­ຄົມປະ­ຈຳແຂວງ​ເມື່ອ​ວັນ​ທີ 25 ພຶດ­ສະ­ພາ​ນີ້​ຮູ້ວ່າ: ການ​ແພ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງກ່າວ​ແມ່ນ​ໄດ້​ເລີ່ມ​ມາ​ແຕ່​ຕົ້ນ​ເດືອນ​ກຸມ­ພາ 2016 ທີ່​ເມືອງ​ສຸ​ຂຸ​ມາ, ໂດຍ​ມີ​ການແຈ້ງ​ໃຫ້​ຮູ້​ເຖິງ​ຈຳ­ນວນ​ຜູ້​ຕິດ­ເຊື້ອ​ໄຂ້­ຍຸງ ແຕ່​ກໍ່​ຍັງ​ບໍ່​ທັນ​ຫຼາຍ, ແຕ່​ຕົ້ນ​ເດືອນເມ­ສາ ເປັນ­ຕົ້ນ​ມາ​ຈຳ­ນວນ​ຜູ້​ຕິດ­ເຊື້ອ​ໄດ້​ເພີ່ມ ຂຶ້ນ​ເປັນ​ຈຳ­ນວນ​ຫຼາຍ, ປະ­ຈຸ​ບັນ​ໃນ​ທົ່ວ​ແຂວງ​ມີ​ຜູ້​ຕິດ­ເຊື້ອ​ແລ້ວ 286 ກໍ­ລະ­ນີ, ໃນ​ນັ້ນ​ເມືອງ​ສຸ​ຂຸ​ມາ​ມີ 230 ກໍ­ລະ­ນີ ແລະ​ ຜູ້​ເສຍ​ຊີ­ວິດ​ຢູ່​ເມືອງ​ດັ່ງ­ກ່າວ 3 ກໍ​ລະນີ, ເມືອງ​ໂຂງ ແລະ​ເມືອງ​ໂພນ​ທອງເສຍ​ຊີ­ວິດ​ເມືອງ​ລະ 1 ກໍ­ລະ­ນີ, ຂະ­ນະ​ທີ່​ປະ­ຈຸ​ບັນ​ການ​ແພ່​ລະ­ບາດ​ຂອງ​ພະ­ຍາດດັ່ງ­ກ່າວ​ແມ່ນ​ຍັງ​ສືບ­ຕໍ່​ຢ່າງ​ຮຸນ​ແຮງ​ສະເລ່ຍ​ມີ​ການ​ແຈ້ງ​ຈຳ­ນວນ​ຜູ້​ຕິດ­ເຊື້ອ 5-10 ຄົນ​ຕໍ່​ວັນ.

ຢ່າງ­ໃດ​ກໍ​ຕາມ ຕໍ່​ກັບ​ເຫດ­ການ​ດັ່ງ­ກ່າວ​ອຳ­ນາດ​ການ​ປົກ­ຄອງ​ແຂວງ​ຈຳ­ປາ​ສັກ​ກໍ​ຄືພະ​ແນກ​ສາ­ທາ­ລະ­ນະ​ສຸກ ແຂວງ​ໃນ​ຜ່ານ​ມາ​ແມ່ນ​ໄດ້​ຈັດ​ກອງ​ປະຊຸມ​ຫຼາຍ​ຄັ້ງ​ເພື່ອ​ຈັດ​ຕັ້ງ​ຄະ­ນະ​ຄວບ​ຄຸມຕ້ານ, ຄະ­ນະ​ຕິດ­ຕາມ​ຂັ້ນ​ແຂວງ, ເມືອງແລະ​ຂັ້ນ​ບ້ານ​ເພື່ອ​ເຝົ້າ​ລະ­ວັງ​ຢ່າງ​ໃກ້­ຊິດແລະ​ເອົາ​ຈິງ​ເອົາ​ຈັງ​ຕໍ່​ການ​ແພ່​ລະ­ບາດຂອງ​ພະ­ຍາດ​ດັ່ງ­ກ່າວ, ພ້ອມ​ດຽວ​ກັນ​ນີ້ຍັງ​ໄດ້​ລົງ​ໂຄ­ສະ­ນາ​ເຜີຍ­ແຜ່​ເຖີງ​ຜົນຮ້າຍ, ລົງ​ນຳ­ພາ​ປະ­ຊາ­ຊົນ​ທຳ­ລາຍ​ແຫຼ່ງເພາະ​ພັນ​ຂອງ​ຍຸງ​ລາຍ, ທີ່​ສຳ­ຄັນ​ແມ່ນໄດ້​ມີ​ຊ່ຽວ­ຊານ​ດ້ານ​ການ​ປີ່ນ​ປົວ​ພະ­ຍາດດັ່ງ­ກ່າວ​ຈາກ​ສູນ​ກາງມາ​ປະ­ຈຳ​ຢູ່​ໂຮງ­ໝໍ ແຂວງ ແລະ​ໂຮງ­ໝໍ​ເມືອງ, ໂດຍ​ສະ­ເພາະແມ່ນ​ເມືອງ​ສຸ​ຂຸ​ມາ​ທີ່​ເປັນ​ເມືອງ​ແພ່​ລະບາດ​ໜັກ​ຂອງ​ພະ­ຍາດ​ດັ່ງ­ກ່າວ.

ທ່ານ ສົມ​ກຽດ ວໍ­ລະ​ລາດ ຍັງ​ຝາກ ຮຽກ­ຮ້ອງ​ໃຫ້​ພໍ່​ແມ່​ປະ­ຊາ­ຊົນ​ທົ່ວ​ແຂວງຈົ່ງ​ພ້ອມ​ກັນ​ທຳ­ລາຍ​ແຫຼ່ງ​ເພາະ​ພັນ ຂອງ​ຍຸງ​ລາຍ​ໄປ​ພ້ອມໆ​ກັນ, ໂດຍ​ໃຫ້ເຮັດ​ເປັນ​ຂະ​ບວນ​ການ​ທີ່​ຕັ້ງ­ໜ້າ​ເພື່ອ​ທຳ­ລາຍ​ແຫຼ່ງ​ເພາະ​ພັນ​ດັ່ງ­ກ່າວ, ຫາກ​ເຮັດ​ພຽງ​ແຕ່​ເເມືອງ​ໃດ​ເມືອງ​ໜຶ່ງ​ກໍ​ບໍ່​ສາ­ມາດ ຢຸດ​ການ​ແພ່​ລະ­ບາດ​ຂອງ​ພະ­ຍາດ​ດັ່ງກ່າວ​ໃນ​ເວ­ລາ​ສັ້ນ​ໄດ້.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...