spot_img
Homeຂ່າວການພັດທະນາໂຄງ­ການ​ສ້າງ​ເຂື່ອນ​ໄຟ­ຟ້າ​ຫ້ວຍເປາະ​ສຳ­ເລັດ 56% ຄາດ​ກາງ​ປີ​ໝ້າ​ສຳ­ເລັດ

ໂຄງ­ການ​ສ້າງ​ເຂື່ອນ​ໄຟ­ຟ້າ​ຫ້ວຍເປາະ​ສຳ­ເລັດ 56% ຄາດ​ກາງ​ປີ​ໝ້າ​ສຳ­ເລັດ

Published on

ໂຄງ­ການ​ກໍ່­ສ້າງ​ເຂື່ອນ​ຫ້ວຍ​ເປາະ ເມືອງ​ເລົ່າ​ງາມ ແຂວງ​ສາ­ລະ​ວັນ ພາຍ­ຫຼັງດຳ­ເນີນ​ການ​ກໍ່​ມາ​ແຕ່​ທ້າຍ​ປີ 2015 ເປັນຕົ້ນ​ມາ ຮອດ​ປະ​ຈຸນ​ນີ້​ໜ້າ​ວຽກ​ສຳ­ເລັດໂດຍ​ລວມ​ສະ­ເລ່ຍ​ໄດ້​ແລ້ວ 56% ເປັນຕົ້ນ​ແມ່ນ​ການ​ສ້າງ​ຫົວ​ເຂື່ອນ, ຄອງ​ນ້ຳ ແລະ​ອ່າງ​ນ້ຳ ທັງ​ນີ້ ​ຄະ­ນະ​ຮັບ­ຜິດ­ຊອບຄາດ​ວ່າໂຄງ­ການ​ຈະ​ສຳ­ເລັດ 100% ໃນ​ກາງ​ປີ 2017.

ເມື່ອ​ບໍ່​ດົນ​ມາ​ນີ້​ທ່ານ ລຳ​ພູນ ເພັດ​ຊົມ ພູ  ທີ່​ປຶກ­ສາ​ບໍ­ລິ­ສັດ​ຫ້ວຍ​ເປາະ ພາວ​ເວີ​ຈຳກັດ ໄດ້​ເປີດ­ເຜີຍ​ຕໍ່​ສື່​ມວນ​ຊົນ​ວ່າ: ໂຄງການ​ກໍ່­ສ້າງ​ເຂື່ອນ​ໄຟ­ຟ້າ​ເຊ​ເສັດ-ຫ້ວຍເປາະ ມີ​ທີ່​ຕັ້ງ​ຢູ່​ເມືອງ​ເລົ່າ​ງາມ​ແຂວງ​ສາລະ​ວັນ ໂດຍ​ໄດ້​ດຳ­ເນີນ​ການ​ກໍ່­ສ້າງ​ມາ ແຕ່​ທ້າຍ​ປີ 2015 ໜ້າ​ວຽກ​ທີ່​ໄດ້​ປະຕິ​ບັດ​ມີ​ກໍ່­ສ້າງ​ຫົວ​ເຂື່ອນ​ເບ​ຕົງ 1  ແລະ ເຂື່ອນ​ຫີນ​ຖົມ​ເບ​ຕົງ 2 ສຳ­ເລັດ 62%  ແລະ​ໄດ້​ເຮັດ​ຄອງ​ນ້ຳ ແລະ​ຂົວ​ຂ້າມ 1-2 ສຳ­ເລັດ 61% ກໍ່­ສ້າງ​ອ່າງ​ນ້ຳ ແລະ​ທໍ່ ປ່ຽນ​ແຮງ​ນ້ຳ ສຳ­ເລັດ 56%, ນອກ​ນີ້ ທາງ​ໂຄງ­ການ​ຍັງ​ໄດ້​ກໍ່­ສ້າງ​ເຮືອນ​ຕັ້ງຈັກ​ປັ່ນ​ໄຟ,  ທີ່​ພັກ​ຖາ­ວອນ, ສະ­ຖາ­ນີ​ໄຟ ຟ້າ ແລະ​ສາຍ​ສົ່ງ 115 ກີ​ໂລ​ໂວນ, ຍາວ 7 ກິ­ໂລ­ແມັດ ຊຶ່ງ​ນັບ​ແຕ່​ຫົວ​ງານ​ເຂື່ອນ ຈົນ​ເຖິງ​ເຮືອນ​ຈັກ​ປັ່ນ​ໄຟ ທັງ​ໝົດ​ນັ້ນ​ສາ­ມາດ​ສະ­ເລ່ຍ​ຄວາມ​ຄືບ​ໜ້າ​ໂຄງ­ການ​ໄດ້​ແລ້ວ 56%.

ທ່ານ ລຳ​ພູນ ເພັດ​ຊົມ​ພູ ໃຫ້​ຮູ້​ອີ​ກວ່າ: ໂຄງ­ການ​ດັ່ງ­ກ່າວ​ມີ​ມູນ​ຄ່າ​ການ​ລົງ­ທຶນ 37,5 ລ້ານ​ໂດ​ລາ​ສະ­ຫະ­ລັດ ໂດຍ​ຈະ ສ້າງ​ເປັນ​ເຂື່ອນ​ທີ່​ມີ​ຂະ­ໜາດ​ຍາວ 66,7 ແມັດ, ກວ້າງ 4,5 ແມັດ ແລະ​ລວງ​ສູງ 20 ແມັດ ຈະ​ນຳ​ໃຊ້​ເຄື່ອງ​ຈັກ​ປັ່ນ​ໄຟ​ທັງໝົດ 4 ເຄື່ອງ: ໃນ​ນັ້ນ 2 ເຄື່ອງ​ແມ່ນ​ມີ ຄວາມ​ແຮງ 5 ເມ​ກາ​ວັດ ແລະ ອີກ 2 ເຄື່ອງ​ແມ່ນ 2,5 ເມ​ກາ​ວັດ ແລະ​ມີ​ສາຍສົ່ງ 115 ກິ​ໂລ​ວັດ ຍາວ​ປະ­ມານ 10 ກິ­ໂລ­ແມັດ ແລະ​ຈະ​ເຊື່ອມ​ຕໍ່​ເຂົ້າ​ຫາ​ເຊເສັດ 1 ຊຶ່ງ​ສາ­ມາດ​ສະ­ເລ່ຍ​ການ​ຜະ­ລິດ ພະ­ລັງ­ງານ​ໄດ້​ທັງ​ໝົດ 63,3 ຈີ​ກາ​ວັດໂມງ​ຕໍ່​ປີ, ສະ­ເພາະ​ໂຕ​ເຂື່ອນ​ມີ​ຄວາມ ກວ້າງ 12 ແມັດ ຊຶ່ງ​ມີ​ກຳ­ລັງ​ຕິດ​ຕັ້ງ​ທັງໝົດ 15 ເມ​ກາ​ວັດໂດຍ​ຄາດ​ວ່າ​ກາງ​ປີ 2017 ແມ່ນ​ຈະ​ໃຫ້​ສຳ­ເລັດ 100%.

ທີ່ມາ: logo

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...