Homeຂ່າວການພັດທະນາຫວຽດນາມຊ່ວຍຍົກລະດັບຄວາມຮູ້ການພິມທະນະບັດແກ່ລາວ

ຫວຽດນາມຊ່ວຍຍົກລະດັບຄວາມຮູ້ການພິມທະນະບັດແກ່ລາວ

Published on

ທະນາຄານແຫ່ງລັດ ສສ ຫວຽດນາມ ໃຫ້ການຊ່ວຍເຫຼືອຍົກລະດັບຄວາມຮູ້ກ່ຽວກັບວຽກງານການພິມທະນາບັດໃຫ້ແກ່ພະນັກງານກ່ຽວຂ້ອງຂອງທະນາຄານແຫ່ງ ສປປ ລາວ ( ທຫລ ), ໂດຍສະເພາະໂຮງພິມທະນະບັດ ທຫລ ເຊິ່ງໄດ້ຈັດຂຶ້ນໃນວັນທີ 24 ພຶດສະພາ 2016, ໂດຍທ່ານ ເຈິນ ວັນຕ້ຽນ ຜູ້ອໍານວຍການໃຫຍ່ໂຮງພິມທະນະບັດທະນາຄານແຫ່ງລັດ ຫວຽດນາມ.

ການຝຶກອົບຮົມໃນຄັ້ງນີ້ເປັນເທື່ອທໍາອິດທີ່ທະນາຄານແຫ່ງລັດ ຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອໃນການຝຶກອົບ ຮົມວຽກງານການພິມທະນະບັດ ໂດຍໄດ້ສົ່ງຊ່ຽວຊານ ແລະຜູ້ບໍລິຫານລະດັບສູງຂອງໂຮງພິມ ທະນະບັດທະນາຄານແຫ່ງລັດຫວຽດນາມ ມາເປັນວິທະຍາກອນ ໃນ 3 ຫົວຂໍ້ໃຫຍ່ໃນນີ້ໄດ້ເວົ້າເຖິງປະຫວັດແຫ່ງຄວາມເປັນມາຂອງໂຮງພິມທະນະບັດທະນາ ຄານແຫ່ງລັດຫວຽດນາມທີ່ມີຊື່ເຕັມວ່າ: ໂຮງພິມທະນະບັດແຫ່ງຊາດທີ່ເປັນບໍລິສັດຈໍາກັດພຽງຜູ້ດຽວ, ໂດຍແມ່ນລັດຖະບານຖືຮຸ້ນ 100% ຂອງທຶນຈົດທະບຽນ, ຂຶ້ນກັບທະນາຄານແຫ່ງລັດຫວຽດນາມ, ມີສະຖານະພາບນິຕິບຸກຄົນ, ເປັນບ່ອນຜະລິດທະ ນະບັດ ( ເງິນດົ້ງ ), ນອກນີ້ ຍັງຫຼໍ່ແມ່ພິມທະນະບັດ, ເງິນຫຼຽນ, ຜະລິດຄໍາແທ່ງ, ເຄື່ອງຂອງທີ່ລະນຶກເຮັດດ້ວຍຄໍາ, ເອກະສານທີ່ມີຄ່າ ແລະ ວຽກງານສໍາຄັນອື່ນໆ.

ນອກນັ້ນ ຍັງມີການຮຽນຮູ້ໃນການແນະນໍາອຸປະກອນ ແລະການອອກແບບເງິນເຈ້ຍທະນາຄານ ແລະບັນຫາການຍົກສູງດ້ານເຕັກນິກການຜະລິດເຈ້ຍເງິນຄຸນນະພາບສູງໂດຍຢືນຢູ່ບົນ 5 ບັນຫາພື້ນຖານ ເຊິ່ງມີບັນຫາຄວາມເປັນໄປໄດ້ໃນການອອກແບບເງິນເຈ້ຍຢູ່ທົ່ວໂລກ ແລະຂະບວນການລວມກ່ຽວກັບການຜະລິດເຈ້ຍເງິນ, ຂັ້ນຕອນໃນການອອກແບບເຈ້ຍເງິນທະນາຄານ, ເນື້ອໃນ ແລະຮູບແບບຂອງເຈ້ຍເງິນ, ການອອກແບບອົງປະກອບຮັກສາຄວາມປອດໄພຂອງເຈ້ຍພິມເງິນ ແລະຍົກສູງເຕັກນິກເພື່ອໃຫ້ການຜະລິດໃບເງິນທີ່ມີຄຸນນະພາບສູງ.

ທ່ານຫົວໜ້າໂຮງພິມທະນະບັດຂອງລາວ ແລະຂອງຫວຽດນາມ ຕ່າງກໍໄດ້ປະກອບຄໍາເຫັນທີ່ມີຄວາມສ້າງສັນ ໂດຍສະເພາະທ່ານ ເຈິນ ວັນຕ້ຽນ ຜູ້ອໍານວຍການໃຫຍ່ໂຮງພິມທະນະບັດທະນາຄານແຫ່ງລັດ ສສ ຫວຽດນາມ ໄດ້ກ່າວຢໍ້າເຖິງບັນຫາການພິມທະ ນະບັດ ຫຼື ເງິນເຈ້ຍຕ້ອງໃຫ້ຮັບປະກັນເຮັດໃຫ້ໃບເງິນອອກສູ່ຂອດຈໍລະຈອນສັງຄົມມີຄຸນນະພາບ ແລະ ມີຄວາມປອດໄພສູງໃຫ້ສັງຄົມຍອມຮັບການສຳມະນາດັ່ງກ່າວ ກໍເພື່ອແນໃສ່ເຮັດໃຫ້ຝ່າຍລາວໄດ້ເປັນເຈົ້າການມີຄວາມສາມາດໃນການພິມທະນະບັດ ແລະໃນຂະນະດຽວກັນນັກຝຶກອົບຮົມກໍໄດ້ປະກອບຄໍາເຫັນໃນຫຼາຍບັນຫາ ເພື່ອເພີ່ມຄວາມຮູ້ໃນການຈັດຕັ້ງປະຕິບັດວຽກງານໃຫ້ເກີດປະສິດທິຜົນສູງຂຶ້ນກ່ວາເກົ່າ.

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...