Homeນານາສາລະວິທີແກ້ອາການເມົາຄ້າງ...

ວິທີແກ້ອາການເມົາຄ້າງ…

Published on

ວິທີແກ້ອາການເມົາຄ້າງ ຖືຈຳເປັນຫຼາຍສຳລັບບັນດາຄໍທອງແດງ ຫຼື ນັກດື່ມມືອາຊີບທັງຫຼາຍ ຫຼື ແມ່ນແຕ່ນັກດື່ມມືໃໝ່ ອາການເມົາຄ້າງທຸກຄົນເມື່ອຕື່ນຂຶ້ນມາແລ້ວຈະຮູ້ສຶກປວດຫົວ, ປວດຮາກ, ຈົນບາງຄົນບໍ່ສາມາດໄປເຮັດວຽກເຮັດງານໃດໆໄດ້ເລີຍ ວັນນີ້ພວກເຮົາເລີຍມີເຄັດລັບການແກ້ເມົາຄ້າງມາຝາກກັນ ເຊິ່ງຈະມີວິທີໃດແນ່ນັ້ນເຮົາມາອ່ານກັນເລີຍ

e223

1. ຮັບປະທານຂອງທີ່ມີຣົດຊາດສົ້ມ

ກິນຂອງສົ້ມປະເພດໝາກນາວ, ໝາກມ່ວງ, ໝາກຂາມ… ຈະຊ່ວຍບັນເທົາອາການເມົາຄ້າງໄດ້ ແລະ ຈະຊ່ວຍຫລຸດອາການປວດຮາກໄດ້ອີກດ້ວຍ

2. ດື່ມນົມ

ນົມຈະຊ່ວຍດູດຊັບແອລກໍຮໍໄດ້ເປັນຢ່າງດີ ເຮັດໃຫ້ສາມາດດູດແອລກໍຮໍຈາກກະແສເລືອດໄດ້ ຈິ່ງຫລຸດອາການເມົາຄ້າງໄດ້ໄວ ແຕ່ທາງທີ່ດີຄວນດື່ມນົມກ່ອນດື່ມແອລກໍຮໍລົງໄປປະມານ 1 ຊົ່ວໂມງ ຈະໄດ້ຜົນດີທີ່ສຸດ

3. ກິນ ຊັອກໂກແລັດ

ຊັອກໂກແລັດ ຈະຊ່ວຍກະຕຸ້ນການທຳງານຂອງສະໝອງໄດ້ດີ ເນື່ອງຈາດມີສານຄາຟາອິນມີສ່ວນປະສົມເຊັ່ນດຽວກັນກັບກາເຟນັ້ນເອງ

5.7

4. ດື່ມນ້ຳສະໝຸນໄພ

ດື່ມປະເພດນ້ຳກະຈ໊ຽບ, ນ້ຳຂິງ, ນ້ຳຊາ, ນ້ຳໝາກນາວ, ນ້ຳໝາກພ້າວ, ນ້ຳສົ້ມ ເປັນຕົ້ນ ຈະຊ່ວຍຫຼຸດອາການປວດຫົວ, ວິນວຽນ ທັງອາການປວດຮາກໄດ້ເປັນຢ່າງດີ ທັງຍັງເຮັດໃຫ້ຮູ້ສຶກສົດຊື່ນນຳອີກ

5. ເຄື່ອງດື່ມວິຕາມິນ ແລະ ເກືອແຮ່ຕ່າງໆ

ດື່ມວິຕາມິນ ແລະ ເກືອແຮ່ຕ່າງໆຈະຊ່ວຍຫຼຸດອາການປວດຫົວໄດ້ເປັນຢ່າງດີ ແຖມເຮັດໃຫ້ຮ່າງກາຍສົດຊື່ນອີກດ້ວຍ

6. ກິນຢາຫລຸດກຣົດໃນກະເພາະ

ເນື່ອງຈາກເຄື່ອງດື່ມທີ່ມີສານແອລກໍຮໍຈະມີກຣົດອ່ອນໆ ຈິ່ງມີກຣົດຕົກຄ້າງໃນກະເພາະອາຫານເປັນຈຳນວນຫຼາຍ ໃນຢາຫລຸດກຣົດຈະມີສານໂຊດ້ຽມໄບຄາຣບໍເນດເຊິ່ງເປັນສານຕ່າງ ຊ່ວຍຄືນຄວາມສົມດູນໃຫ້ຮ່າງກາຍໄດ້ດີ

5.6

7. ດື່ມກາເຟເຂັ້ມຂຸ້ນ ຫຼື ກາເຟດຳ 

ເປັນວິທີຍອດນິຍົມ ທີ່ນັກດື່ມທັງຫຼາຍມັກເຮັດເປັນປະຈຳ ເພາະກາເຟມີສານຄາຟາອິນທີ່ຊ່ວຍກະຕຸ້ນຄວາມດັນເລືອດ ເຮັດໃຫ້ແອລກໍນໍອອກຈາກເລືອດໄດ້ໄວຂຶ້ນ ທັງຍັງຊ່ວຍກະຕຸ້ນການເຮັດວຽກຂອງສະໝອງໄດ້ດີອີດດ້ວຍ

8. ດື່ມນ້ຳລ້າໃຫ້ຫຼາຍໆ

ສາເຫດທີ່ເຮັດໃຫ້ເມົາຄ້າງເນືອງຈາກຮ່າງກາຍຂາດນ້ຳກັ່ງນັ້ນການດື່ມນ້ຳລ້າໃສ່ຫຼາຍໆຈະຊ່ວຍໃຫ້ຮ່າງກາຍມີນ້ຳ ແລະ ຊ່ວຍເຮັດໃຫ້ຮ່າງກາຍສົດຊື່ນ ແຖມຍັງຫລຸດອາການເມົາຄ້າງໄດ້ອີກ

9. ດື່ມນ້ຳອັດລົມ

ເພາະນ້ຳອັດລົມຈະຊ່ວຍຂັບແອລກໍຮໍໃນເສັ້ນເລືອດອອກໄປໄດ້ ມັນຈະຊ່ວຍຫລຸດອາການປວດຫົວ, ປວດຮາກໄດ້ເປັນຢ່າງດີ

ຫາກຕອນນີ້ທ່ານໃດກຳລັງເມົາຄ້າງຢູ່ກໍ່ລອງເລືອກເອົາຈັກວິທີຂ້າງເທິງນີ້ໄປໃຊ້ລອງເບິ່ງ ເພື່ອຈະຊ່ວຍໃຫ້ທ່ານສະບາຍຕົວ ແລະ ຫາຍຈາກອາການເມົາຄ້າງງ່າຍຂຶ້ນ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...