Homeຂ່າວຕ່າງປະເທດດິນເຈື່ອນຢູ່ບໍ່ອັນຍະມະນີມຽນມາ ເສຍຊີວິດແລ້ວ 12 ຄົນ ກຳມະກອນຖືກຝັງທັງເປັນ ອີກກວ່າ 100 ຄົນ!

ດິນເຈື່ອນຢູ່ບໍ່ອັນຍະມະນີມຽນມາ ເສຍຊີວິດແລ້ວ 12 ຄົນ ກຳມະກອນຖືກຝັງທັງເປັນ ອີກກວ່າ 100 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ພຶດສະພານີ້ວ່າ ເກີດເຫດດິນເຈື່ອນທັບຖົມກຳມະກອນ ຢູ່ບໍ່ອັນຍະມະນີ ໃນເມືອງປາກັນ ລັດຄະສິ່ນ ທາງພາກເໜືອຂອງປະເທດມຽນມາ ສົ່ງຜົນເຮັດໃຫ້ມີຜູ້ເສຍຊີວິດ ຢ່າງໜ້ອຍ 12 ຄົນ ໃນຂະນະທີ່ຄາດວ່າ ອາດມີກຳມະກອນຖືກທັບຖົມ ຕິດຢູ່ໃຕ້ດິນອີກຫລາຍກວ່າ 100 ຄົນ.

ສຳນັກຂ່າວ AFP ໄດ້ແຈ້ງວ່າ ທີມກູ້ໄພກຳລັງເລັ່ງຄົ້ນຫາຜູ້ລອດຊີວິດ ຢູ່ຕາມຊາກກອງຫີນ ແລະ ດິນ ທີ່ເຈື່ອນລົງມາຈາກເທິງພູ ຊຶ່ງເກີດຈາກຝົນຕົກໜັກ, ພ້ອມນັ້ນ ແຫລ່ງຂ່າວຍັງແຈ້ງອີກວ່າ ເມື່ອເດືອນພະຈິກ ແລະ ເດືອນທັນວາປີກາຍນີ້ ກໍໄດ້ເກີດເຫດການແບບດຽວກັນ ຢູ່ບໍ່ອັນຍະມະນີເມືອງປາກັນ ໂດຍຄັ້ງນັ້ນໄດ້ມີຜູ້ເສຍຊີວິດ ລວມກັນກວ່າ 100 ຄົນ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...