spot_img
Homeຂ່າວຕ່າງປະເທດທະຫານອູແກຣນ ປະທະກອງກຳລັງແບ່ງແຍກດິນແດນ ທາງພາກຕາເວັນອອກປະເທດ ເສຍຊີວິດ 7 ຄົນ!

ທະຫານອູແກຣນ ປະທະກອງກຳລັງແບ່ງແຍກດິນແດນ ທາງພາກຕາເວັນອອກປະເທດ ເສຍຊີວິດ 7 ຄົນ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 24 ພຶດສະພາຜ່ານມານນີ້ວ່າ ເກີດເຫດການນອງເລືອດຄັ້ງໃໝ່ ຢູ່ພາກຕາເວັນອອກຂອງອູແກຣນ ໂດຍທະຫານກອງທັບອູແກຣນ ໄດ້ປະທະກັບກອງກຳລັງແບ່ງແຍກດິນແດນ ທີ່ນິຍົມຣັດເຊຍ ເຮັດໃຫ້ມີຜູ້ເສຍຊີວິດ 7 ຄົນ ແລະ ໄດ້ຮັບບາດເຈັບອີກ 9 ຄົນ.

ທັງນີ້ ກອງທັບອູແກຣນ ໄດ້ຕໍ່ສູ້ກັບກຸ່ມແບ່ງແຍກດິນແດນ ທີ່ນິຍົມຣັດເຊຍ ທາງພາກຕາເວັນອອກຂອງປະເທດ ມາດົນກວ່າ 2 ປີແລ້ວ ແລະ ມີຜູ້ເສຍຊີວິດຫລາຍກວ່າ 9,300 ຄົນ, ເຖິງແມ່ນວ່າໃນປັດຈຸບັນ ການສູ້ຮົບຢ່າງເຕັມຮູບແບບ ຈະຫລຸດຜ່ອນລົງແລ້ວກໍຕາມ ແຕ່ກໍຍັງປະກົດມີການປະທະກັນຢູ່ເລື້ອຍໆ ຊຶ່ງຕ່າງຝ່າຍ ຕ່າງກໍກ່າວຫາອີກຝ່າຍໜຶ່ງ ວ່າເປັນຜູ້ລະເມີດຂໍ້ຕົກລົງຢຸດຍິງ ທີ່ຕົກລົງກັນໄວ້ເມື່ອ 1 ປີຜ່ານມາ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...