spot_img
Homeຂ່າວພາຍ​ໃນບາງທ້ອງຖິ່ນ ເກັບກ່ຽວເຂົ້ານາແຊງ ບໍ່ບັນລຸຄາດໝາຍ ຍ້ອນໄພທຳມະຊາດ - ຊົນລະປະທານເປ່ເພ!

ບາງທ້ອງຖິ່ນ ເກັບກ່ຽວເຂົ້ານາແຊງ ບໍ່ບັນລຸຄາດໝາຍ ຍ້ອນໄພທຳມະຊາດ – ຊົນລະປະທານເປ່ເພ!

Published on

ຂປລ. ຕາມການລາຍງານຈາກ ຂະແໜງປູກຝັງ ພະແນກກະສິກຳ-ປ່າໄມ້ ແຂວງສະຫວັນນະເຂດ ໃນວັນທີ 23 ພຶດສະພາໃຫ້ຮູ້ວ່າ: ການ​ປັກ​ດຳ​ເຂົ້ານາ​ແຊງ ສົກ​ປີ 2015-2016 ຢູ່​ແຂວງ​ຕົນ ​ບໍ່​ບັນລຸ​ຕາມ​ຄາດໝາຍທີ່​ວາງ​ໄວ້​ຄື 30 ພັນເຮັກຕາ, ແຕ່ເນື້ອທີ່ປັກດຳຕົວຈິງ ສາມາດປະຕິບັດໄດ້ 29.273 ເຮັກຕາ ຫລື ເທົ່າກັບ 96% ຂອງແຜນ ການ. ຄາດຄະເນສະມັດຕະພາບ 5,39 ໂຕນ/ເຮັກຕາ ແລະ ຄາດຄະເນຜົນຜະລິດທີ່ຈະໄດ້ຮັບ ມີທັງໝົດ 161.785 ໂຕນ. ປັດຈຸບັນເກັບກ່ຽວໄດ້ 97% ພາຍຫລັງການລົງມື ແຕ່ຕົ້ນເດືອນພຶດສະພາເປັນຕົ້ນມາ.

ສາເຫດທີ່ພາໃຫ້ບໍ່ໄດ້ຕາມແຜນການ ຍ້ອນ​ວ່າລະບົບຊົນລະປະທານໃນບາງເຂດ ແມ່ນບໍ່ສາມາດຕອບສະໜອງນ້ຳ ໄດ້ຢ່າງທົ່ວເຖິງ, ບາງເຂດລະບົບຊົນລະປະທານມີການເປ່ເພ ໂດຍສະເພາະແມ່ນຈັກສູບນ້ຳ, ບວກກັບລະດູໜາວ ທີ່ແກ່ຍາວຫລາຍອາທິດ ແລະ ປັດ​ໄຈອື່ນໆອີກ. ໂດຍລວມແລ້ວມາເຖິງປັດຈຸບັນ ໃນທົ່ວແຂວງເກັບກ່ຽວເຂົ້ານາ ແຊງໄດ້ທັງໝົດ 29.083 ເຮັກຕາ.

ຂະນະ​ດຽວ​ກັນ, ການເກັບກູ້ຜົນຜະລິດເຂົ້ານາແຊງ ຢູ່ເມືອງປາກທາ ​ແຂວງ​ບໍ່​ແກ້ວ ກໍບໍ່ບັນລຸຕາມແຜນ ການທີ່ວາງໄວ້ ໃນເນື້ອທີ່ 172 ເຮັກຕາ, ຜ່ານການເກັບກູ້ຜົນຜະລິດເຂົ້ານາແຊງຕົວຈິງ ພາຍໃນເມືອງປາກທາ ສາມາດເກັບກູ້ໄດ້ພຽງແຕ່ 163 ເຮັກຕາ, ມາຮອດປະຈຸບັນ ແມ່ນເກັບກູ້ໄດ້ແລ້ວ 97,8 ເຮັກຕາ, ເທົ່າກັບ 60 %, ຜົນຜະລິດໄດ້ 342,3 ໂຕນ, ສະມັດຕະພາບ 3,5 ໂຕນ/ເຮັກຕາ ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນຕົ້ນເດືອນມິຖຸນາທີ່​ຈະ​ມາ​ເຖິງ. ​ເຊິ່ງສາ​ເຫດ​ຕົ້ນຕໍ ຍ້ອນຖືກໄພທຳມະຊາດ ເປັນຕົ້ນແມ່ນໄພໜາວ, ໄພແຫ້ງແລ້ງໃນໄລຍະຜ່ານມາ, ພ້ອມກັນນີ້ ເນື້ອທີ່ການຜະລິດຈຳນວນໜຶ່ງ ຖືກໂຄງການກໍ່ສ້າງຊົນລະປະທານ ແລະ ພໍ່ແມ່ປະຊາຊົນຫລາຍຄອບຄົວ ຫັນມາປູກພືດຊະນິດອື່ນໆທົດແທນ.

ແຫລ່ງຂ່າວ:
ຂປລ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...