Homeຂ່າວຕ່າງປະເທດລາຄານໍ້າມັນ​ໃນ​ຕະຫຼາດ​ອາຊີ​ທະຍານ​ຂຶ້ນ​ໃກ້ 50 ​ໂດ​ລາ

ລາຄານໍ້າມັນ​ໃນ​ຕະຫຼາດ​ອາຊີ​ທະຍານ​ຂຶ້ນ​ໃກ້ 50 ​ໂດ​ລາ

Published on

ລາຄານໍ້າມັນນຕະຫຼາດອາຊີທະຍານຂຶ້ນໄປເກືອບ 50 ໂດລາສະຫະລັດຕໍ່ບາເຣລມື້ນີ້ ພາຍຫຼັງປະລິມານນໍ້າມັນສຳຮອງຂອງສະຫະລັດໜ້ອຍລົງກວ່າທີ່ຄາດການໄວ້ ເນື່ອງຈາກສະຖານະການໄຟປ່າສົ່ງຜົນຕໍ່ການຜະລິດນໍ້າມັນໃນການາດາ.

ສະຖາບັນປີໂຕຣລຽມອາເມລິກາລາຍງານວ່າ ການຜະລິດນໍ້າມັນດິບຫຼຸດລົງ 5,14 ລ້ານບາເຣລເມື່ອອາທິດທີ່ຜ່ານມາ ຊຶ່ງມີການຄາດກັນໄວ້ຢູ່ແລ້ວວ່າ ປະລິມານນໍ້າມັນສຳຮອງສະຫະລັດຈະຫຼຸດລົງເນື່ອງຈາກໄຟໄໝ້ປ່າໃນລັດທາງຕະເວັນຕົກຂອງການາດາ ຊຶ່ງເປັນແຫຼ່ງຂົນສົ່ງນໍ້າມັນດິບລາຍໃຫຍ່ທີ່ສຸດໃນຕະຫຼາດສະຫະລັດ ເມື່ອເວລາ 10:00 ໂມງໃນລາວ ລາຄານໍ້າມັນດິບສະຫະລັດ (WTO) ງວດສົ່ງມອບເດືອນກໍລະກົດ ຫຍັບຂຶ້ນ 62% ເປັນບາເຣລລະ 49,24 ໂດລາ ສ່ວນລາຄານໍ້າມັນດິບເບຣນທະເລເໜືອເພີ່ມ 55% ເປັນ 49,16 ໂດລາ ລາຄານໍ້າມັນດິບຟື້ນຕົວຂຶ້ນຫຼັງຈາກຕົກລົງໄປຕໍ່າສຸດໃນຮອບ 13 ປີທີ່ 30 ໂດລາ ເມື່ອເດືອນກຸມພາ ທ່າມກາງປະລິມານນໍ້າມັນລົ້ນຕະຫຼາດທົ່ວໂລກ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...