spot_img
Homeຂ່າວຕ່າງປະເທດເມືອງຫຼວງ​ແມັກ​ຊິ​ໂກ​ປະກາດ​ເຕືອນ​ໝອກ​ຄວັນ​ຄັ້ງ​ທີ 6 ​ແຕ່​ຍົກ​ເລີກ​ຫຼັງຝົນຕົກ

ເມືອງຫຼວງ​ແມັກ​ຊິ​ໂກ​ປະກາດ​ເຕືອນ​ໝອກ​ຄວັນ​ຄັ້ງ​ທີ 6 ​ແຕ່​ຍົກ​ເລີກ​ຫຼັງຝົນຕົກ

Published on

ທາງການນະຄອນຫຼວງແມັກຊິໂກ ອອກປະກາດເຕືອນໄພມົນລະພາວະເປັນຄັ້ງທີ 6 ຂອງປີນີ້ເມື່ອວັນອັງຄານ ແຕ່ໄດ້ຍົກເລີກພາຍໃນເວລາບໍ່ເທົ່າໃດຊົ່ວໂມງຫຼັງຈາກຝົນຕົກໜັກຊ່ວຍຫຼຸດລະດັບໝອກຄວັນທີ່ປົກຄຸມທົ່ວທ້ອງຟ້າໃນເມືອງຫຼວງແມັກຊິໂກ.

ຖະແຫຼງປະກາດເຕືອນມົນລະພາວະສົ່ງຜົນທັນທີໂດຍອັດຕະໂນມັດຕໍ່ການຫ້າມຍານພາຫະນະແລ່ນຕາມທ້ອງຖະໜົນເພີ່ມຂຶ້ນຈາກ 20% ເປັນ 40% ໃນວັນທຳມະດາ ຈາກຕົວເລກທະບຽບລົດວັນຄູ່ ແລະ ວັນຄີກສະຫຼັບກັນ ຖະແຫຼງການຫຼ້າສຸດມີ້ຂຶ້ນເມື່ອຊ່ວງບ່າຍວັນອັງຄານພາຍຫຼັງລະດັບໂອໂຊນພຸ່ງຂຶ້ນເກີນ 150% ຈາກທີ່ກຳນົດໄວ້ ນອກຈາກນີ້ ທາງການຍັງຄວບຄຸມກິດຈະກຳທີ່ກໍ່ໃຫ້ເກີດມົນລະພາວະຕາມສະຖານີບໍລິການນໍ້າມັນ ໂຮງງານ ແລະ ຫ້າມການເຜົາໄໝ້ສົ່ງຜົນໃຫ້ມົນລະພາວະຮ້າຍແຮງຍິ່ງຂຶ້ນ ຕໍ່ມາເຈົ້າໜ້າທີ່ແມັກຊິໂກໄດ້ຍົກເລີກປະກາດເຕືອນໄພໝອກຄວັນເມື່ອເວລາ 21:00 ໂມງ ພາຍຫຼັງທີ່ມີຝົນຕົກລົງມາ ທາງການແມັກຊິໂກອອກມາປະກາດເຕືອນໄພມົນລະພາວະຄັ້ງທຳອິດໃນຮອບກວ່າທົດສະວັດເມື່ອເດືອນມີນາ ແລະ ມີປະກາດເຕືອນເລື້ອຍໆເປັນໄລຍະໃນປີນີ້.

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...