spot_img
Homeຂ່າວທ້ອງຖິ່ນກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊຍະບູລີ ຄັ້ງທີ 4 ສະໄໝທີ IV

ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊຍະບູລີ ຄັ້ງທີ 4 ສະໄໝທີ IV

Published on

ກອງປະຊຸມຄົບຄະນະບໍລິຫານງານພັກ ແຂວງໄຊຍະບູລີ ຄັ້ງທີ 4 ສະໄໝທີ VI ໄດ້ໄຂຂຶ້ນເມື່ອບໍ່ດົນຜ່ານມານີ້ ທີ່ ຫ້ອງວ່າການປົກຄອງ ແຂວງໄຊຍະບູລີ ໂດຍການເປັນປະທານຂອງ ທ່ານ ພົງສະຫວັນ ສິດທະວົງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆໄຊຍະບູລີ, ເຂົ້າຮ່ວມກອງປະຊຸມໃນຄັ້ງນີ້ມີ ບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ, ເລຂາຄະນະພັກຮາກຖານ, ຫົວໜ້າ- ຮອງຫົວໜ້າພະແນກການ, ກົມກອງ, ອົງການ ແລະ ລັດວິສາຫະກິດອ້ອມຂ້າງແຂວງ ເຂົ້າຮ່ວມ 100 ກວ່າທ່ານ.

ໃນວາລະດຳເນີນກອງປະຊຸມ ຜູ້ເຂົ້າຮ່ວມໄດ້ພ້ອມກັນສຸມສະຕິປັນຍາ ເຂົ້າໃນການຄົ້ນຄວ້າປະກອບຄຳຄິດ-ຄຳເຫັນ ຕີລາຄາສະພາບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ – ສັງຄົມ 6 ເດືອນຕົ້ນປີ 2015-2016 ທິດ ທາງແຜນການສູ້ຊົນ 6 ເດືອນທ້າຍປີ ແລະ ແຜນເບື້ອງຕົ້ນສຳລັບສົກ 2016-2017, ແຜນງົບປະມານ 7 ເດືອນຕົ້ນປີ ຄາດຄະເນແຜນງົບປະມານ 5 ເດືອນທ້າຍປີ. ຄົ້ນຄວ້າວຽກງານຈຸດສຸມແຕ່ລະຂົງເຂດທີ່ກຳນົດໄວ້ ໃນແຜນປະຈຳປີ 2015-2016 ແລະ ວາງແຜນສູ້ຊົນປະຕິບັດ ໃຫ້ສຳເລັດໃນ 6 ເດືອນທ້າຍປີ.

ທ່ານ ບຸນລ້ວນ ຊົມສີຫາປັນຍາ ກຳມະການພັກແຂວງ ຫົວໜ້າພະແນກແຜນການ ແລະ ການລົງທຶນແຂວງ ໄດ້ໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຜ່ານມາ ການພັດທະນາເສດຖະກິດ -ສັງຄົມຂອງແຂວງ ແມ່ນໄປຕາມທິດ ເຮັດໃຫ້ເສດຖະກິດ ສືບຕໍ່ຂະຫຍາຍຕົວໃນລະດັບທີ່ດີ, ຂະບວນການຜະລິດຂອງປະຊາຊົນ ໃນແຕ່ລະເມືອງ ຍັງເປັນຂະບວນການທີ່ກວ້າງຂວາງ, ບັນດາຂະແໜງການອຸດສາຫະກຳປຸງແຕ່ງ ການບໍລິການ ສືບຕໍ່ຂະຫຍາຍຕົວ ແລະ ມີຄຸນນະພາບດີຂຶ້ນ ຕາມກົນໄກຕະຫຼາດ ສະພາບການພາຍໃນແຂວງ ຍັງສືບຕໍ່ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍດີ. ການລົງກໍ່ສ້າງຮາກຖານການເມືອງ ຕາມທິດນຳສາມສ້າງ ຍັງສືບຕໍ່ເປັນ ຂະບວນຕໍ່ເນື່ອງ ຊຶ່ງສະແດງອອກລວມຍອດຜະລິດຕະພັນພາຍໃນ ສາມາດບັນລຸໄດ້ 4.080 ຕື້ກີບ ເທົ່າກັບ 53,57% ຂອງແຜນປີ. ການຜະລິດເຂົ້ານາປີ ແລະ ເຂົ້າໄຮ່ໄດ້ 183.779 ໂຕນ. ຄາດຄະເນຜົນຜະລິດເຂົ້ານາແຊງ ໄດ້ 15.800 ໂຕນ, ການສົ່ງອອກຜະລິດຕະພັນກະສິກຳສັດລ້ຽງ ແລະ ອື່ນໆ ມີມູນຄ່າ 9,42 ລ້ານໂດລາ, ການນຳເຂົ້າສິນຄ້າມີ 5,66 ລ້ານໂດລາ. ຈຳນວນນັກທ່ອງທ່ຽວ ເຂົ້າມາພາຍໃນແຂວງມີທັງໝົດ 38.447 ໂດລາ. ໄດ້ປະກາດສ້າງບ້ານພັດທະນາໄດ້ 5 ບ້ານ, ປັດຈຸບັນ ທົ່ວແຂວງມີບ້ານພັດທະນາ 234 ບ້ານ, ຄອບຄົວທຸກຍາກ ຍັງ 2,28%, ບ້ານທຸກຍາກຍັງ 3,35%. ດ້ານການສຶກສາອັດຕາການລອດເຫຼືອຂອງຊັ້ນປະຖົມ ບັນລຸໄດ້ 93,2% ຍັງເຫຼືອ 1,9%, ອັດຕາຄວາມສະເໝີພາບຊັ້ນ ມໍ ປາຍ ບັນລຸ 92% ຍັງເຫຼືອ 8%.

ທ່ານຍັງໄດ້ກ່າວຕື່ມວ່າ: ໃນ 6 ເດືອນທ້າຍປີ ໄຊຍະບູລີ ຕ້ອງສູ້ຊົນເຮັດໃຫ້ເສດຖະກິດ ຂະຫຍາຍຕົວໃນລະດັບ 9% ຂຶ້ນໄປ ສ້າງມູນຄ່າເພີ່ມພາຍໃນປີ ໃຫ້ໄດ້ 7.900 ຕື້ກີບ ສະເລ່ຍໃສ່ຫົວຄົນໜຶ່ງໃຫ້ໄດ້ 214.000 ໂຕນ. ຜະລິດພືດ ສິນຄ້າໃຫ້ໄດ້ 768.500 ໂຕນ, ພືດສະບຽງອາຫານໃຫ້ໄດ້ 95.000 ໂຕນ, ອັດຕາການຂະຫຍາຍຕົວຂອງສັດ ບໍ່ໃຫ້ ຫຼຸຸດ 5%ຕໍ່ປີ. ສ້າງສວນອະນຸລັກຊ້າງ ເພື່ອຮອງຮັບນັກທ່ອງທ່ຽວ ໃຫ້ໄດ້ຫຼາຍກວ່າ 200 ຄົນຕໍ່ເດືອນ. ມູນຄ່າການສົ່ງອອກສິນຄ້າ ໃຫ້ບັນລຸ 67,68 ລ້ານໂດລາ, ມູນຄ່າການນຳເຂົ້າໃຫ້ບັນລຸ 46,38 ໂດລາ. ປະຕິບັດ ສູ້ຊົນໃຫ້ອັດຕາຄວາມທຸກຍາກ ຫຼຸຸດລົງຍັງເຫຼືອ 2% ຂອງຄອບຄົວທັງໝົດທົ່ວແຂວງ ບ້ານທຸກຍາກໃຫ້ຍັງເຫຼືອ 3% ຂອງບ້ານທັງໝົດ. ຈັດສັນພູມລຳເນົາ ສ້າງບ້ານໃຫຍ່ໃຫ້ເປັນຕົວເມືອງນ້ອຍ ໃຫ້ໄດ້ 6 ຈຸດຂຶ້ນໄປ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...