spot_img
Homeຂ່າວການພັດທະນາລາວ-ຫວຽດ­ນາມ ຮ່ວມ​ມື​ດ້ານ​ວິ­ຊາ​ການ​ພິມ​ທະ­ນະ​ບັດ

ລາວ-ຫວຽດ­ນາມ ຮ່ວມ​ມື​ດ້ານ​ວິ­ຊາ​ການ​ພິມ​ທະ­ນະ​ບັດ

Published on

ຄະ­ນະ​ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ​ໂຮງພິມ​ທະ­ນະ​ບັດທະ­ນາ­ຄານ​ແຫ່ງ​ລັດ ສສ ຫວຽດ­ນາມ ຊຶ່ງ​ນຳ​ໂດຍ​ທ່ານ ເຈິນ ວັນ​ຕ້ຽນ ຜູ້­ອຳ­ນວຍ­ການ​ໃຫຍ່​ໂຮງ­ພິມ​ທະ­ນະບັດທະ­ນາ­ຄານ​ແຫ່ງ​ລັດ​ຫວຽດ­ນາມ​ໄດ້​ເຄື່ອນ​ໄຫວ ແລະ​ພົບ​ປະ​ແລກ­ປ່ຽນ​ບົດ­ຮຽນ​ດ້ານ​ວິ­ຊາ​ການການ​ພິມ​ທະ­ນະ​ບັດ​ຢູ່ ສປປ ລາວ ລະ­ຫວ່າງວັນ​ທີ 23-24 ພຶດ­ສະ­ພາ 2016 ຊຶ່ງ​ໄດ້​ມີ​ການ​ຕ້ອນ­ຮັບຢ່າງ​ອົບ​ອຸ່ນ​ຈາກ​ທ່ານ ສັນ­ຕິ ພົນ​ເມືອງ ລາວຫົວ­ໜ້າ​ໂຮງ­ພິມ​ທະ­ນະ​ບັດທະ​ນາ ຄານ​ແຫ່ງ ສປປ ລາວ ພ້ອມ​ຄະ­ນະ​ທີ່ໂຮງ­ພິມ​ທະ­ນາ­ຄານ​ແຫ່ງ ສປປ ລາວ.

ມື້​ທຳ​ອິດຄະ­ນະ​ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ​ໂຮງ­ພິມ​ທະ­ນະ​ບັດທະ­ນາ­ຄານ​ແຫ່ງ​ລັດ ສສ ຫວຽດ­ນາມ ແລະ​ຄະ­ນະ​ຜູ້​ບໍ­ລິ­ຫານລະ­ດັບ​ສູງ​ໂຮງ­ພິມ​ທະ­ນະ​ບັດທະ­ນາ­ຄານ ແຫ່ງ ສປປ ລາວ​ກໍ​ໄດ້​ພົບ​ປະ​ແລກ­ປ່ຽນ ແລະ​ປຶກ­ສາ​ຫາ­ລື​ດ້ານ​ວິ­ຊາ​ການຊຶ່ງ​ນຳໂດຍ​ຄູ່​ຮ່ວມ​ຕຳ­ແໜ່ງ​ທັງ​ສອງ​ຝ່າຍ, ການພົບ​ປະ​ເວ­ລາ​ປະ­ມານ 2 ຊົ່ວ­ໂມງ​ກ່ວ​າຊຶ່​ິ່ງ​ຝ່າຍ​ລາວ​ໄດ້​ນຳ​ສະ­ເໜີ​ປະ­ຫວັດ ແລະ ການ­ເຄື່ອນ­ໄຫວ​ຂອງ​ໂຮງ­ພິມພ້ອມ​ທັງ​ການ​ຈັດ​ພິມ​ທະ­ນະ​ບັດ​ໃນ​ໄລ­ຍະ​ຜ່ານ​ມາທີ່​ມີ​ທັງ​ຂໍ້​ສະ­ດວກ ແລະ​ຂໍ້​ຫຍຸ້ງ­ຍາກ, ບັນຫາ ແລະ​ວິ­ທີ​ແກ້​ໄຂຊຶ່​ງ​ໃນ​ຜ່ານ​ມາ​ໂດຍ​ໄດ້​ຮັບ​ການ​ຊີ້​ນຳ​ຈາກ​ລັດ­ຖະ­ບານ​ກໍ​ຄື​ຄະນະ​ຜູ້​ວ່າ­ການ​ທະ­ນາ­ຄານ ແຫ່ງ ສປປ ລາວ ຈິ່ງ​ເຮັດ​ໃຫ້​ວຽກ​ງານ​ການ​ພິມ​ດຳ­ເນີນ​ໄປ​ດ້ວຍ​ດີ.

ສຳ­ລັບ​ໂຮງ­ພິມ​ທະ­ນະ​ບັດຫວຽດ ນາມ ແມ່ນ​ໄດ້​ຮັບ​ການ​ສ້າງ­ຕັ້ງ​ຂຶ້ນ 30 ກ່ວ​າ​ປີ ຊຶ່ງ​ໄດ້​ມີ​ການ​ປັບ­ປຸງ ແລະ​ພັດ​ທະນາ​ເລື້ອຍ​ມາ​ໂດຍ​ໄດ້​ນຳ​ໃຊ້​ເຄື່ອງ​ຈັກ​ທີ່ທັນ​ສະ­ໄໝ, ບຸກ​ຄະ­ລາ​ກອນ​ມື​ອາ­ຊີບ, ນຳ​ໃຊ້​ອຸ­ປະ­ກອນ​ການ​ພິມ​ລະ­ດັບ​ສາ­ກົນ ແລະ ຍາກ​ຕໍ່​ການ​ປອມ​ແປງ, ປະ­ຈຸ​ບັນ ສສ ຫວຽດ­ນາມ ສາ­ມາດ​ພິມ​ເງິນ​ດົ້ງ (ສະ­ກຸນ​ເງິນ​ຫວຽດ­ນາມ) ດ້ວຍ​ຕົນ​ເອງ.

ການ​ພົບ​ປະ​ແລກ­ປ່ຽນ ແລະ​ປຶກ­ສາຫາ­ລື​ດ້ານ​ວິ­ຊາ​ການ​ໃນ​ຄັ້ງ​ນີ້ ແມ່ນ​ເຕັມໄປ​ດ້ວຍ​ຄວາມ​ສາ­ມັກ­ຄີ​ຮັກ­ແພງ​ກັນເປັນ​ຢ່າງ​ດີ, ທັງ​ຝ່າຍ​ຫວຽດ­ນາມ​ທີ່​ມີຄວາມ​ອຸ­ດົມ ແລະ​ຮັ່ງ­ມີ​ທາງ​ດ້ານ​ຄວາມຮູ້​ເຕັກ­ນິກ​ວິ­ຊາ​ການ​ໃນ​ດ້ານ​ການ​ພິມ​ທະນະ​ບັດ​ກໍ​ມີ​ຄວາມ​ຈິງ​ໃຈ​ຖ່າຍ​ທອດ​ບົດຮຽນ​ອັນ​ລ້ຳ​ຄ່າ​ໃຫ້​ແກ່​ພະ­ນັກ­ງານ​ການພິມ​ທະ­ນະ​ບັດ​ຂອງ​ລາວ ແລະ​ຈະ​ໃຫ້­ການຮ່ວມ​ມື​ຊ່ວຍ­ເຫຼືອ​ຍົກ​ລະ­ດັບ​ດ້ານ​ວິ­ຊາການ​ແກ່ ສປປ ລາວ ​ໃນ​ອະ­ນາ­ຄົດ, ນອກ ຈາກ​ການ​ຮ່ວມ​ມື​ດ້ານ​ວິ­ຊາ​ການ​ແລ້ວທັງ​ສອງ​ຝ່າຍ​ຍັງ​ມີ​ຄວາມ​ຍິນ​ດີ​ທີ່​ຈະ​ມີການ​ແລກ­ປ່ຽນ​ດ້ານ​ກີ­ລາ ແລະ​ອື່ນໆ​ຕາມການ​ເຫັນ​ດີ​ຂອງ​ຂັ້ນ​ເທິງ 2 ຝ່າຍ.

ຈາກ​ນັ້ນ, ຄະ­ນະ​ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງໂຮງ­ພິມ​ຂອງ​ຫວຽດ­ນາມກໍ​ໄດ້​ເຄື່ອນໄຫວ​ຢ້ຽມ​ຊົມ​ໂຮງ­ພິມ​ທະ­ນະ​ບັດ​ຂອງລາວ ແລະ​ໃນ​ຕອນ​ແລງ​ຂອງ​ວັນ​ດຽວ​ກັນຄະ­ນະ​ດັ່ງ­ກ່າວ​ໄດ້​ເຂົ້າ​ຢ້ຽມ​ຂ່ຳ­ນັບ​ທ່ານ ສົມ​ພາວ ໄຟ​ສິດ ຊຶ່ງ​ທ່ານ ເຈິນ ວັນ​ຕ້ຽນ ໄດ້​ແຈ້ງ​ຜົນ​ການ​ພົບ​ປະ​ລະ­ຫວ່າງ​ສອງໂຮງ­ພິມ​ທະ­ນະ​ບັດ​ຂອງ​ຫວຽດ­ນາມ ແລະ​ລາວ, ພ້ອມ​ນັ້ນຍັງ​ສະ­ເໜີ​ປະ­ຫວັດ,  ການ​ເຄື່ອນ​ວຽກ​ງານ​ຂອງ​ໂຮງ­ພິມ​ທະ­ນະ​ບັດ​ຂອງ​ຫວຽດ­ນາມ​ໃນ​ໄລ­ຍະ​ຜ່ານ​ມາ ແລະ​ຍັງ​ຢືນ­ຢັນ​ວ່າ​ພ້ອມ​ຈະ​ໃຫ້­ການຮ່ວມ​ມື​ໃຫ້­ການ​ຊ່ວຍ­ເຫຼືອ​ພະ­ນັກ­ງານໂຮງ­ພິມ​ທະ­ນະ​ບັດ​ຂອງ​ລາວ​ໃນ­ຕໍ່­ໜ້າ.

ທ່ານ​ຜູ້​ວ່າ­ການ​ທະ­ນາ­ຄານ​ແຫ່ງ ສປປ ລາວ ໄດ້​ຕີ​ລາ­ຄາ​ສູງ​ຕໍ່​ການ​ພົວ­ພັນ ແລະ​ຮ່ວມ​ມື​ຮອບ­ດ້ານ​ລະ­ຫວ່າງ 2 ພັກ, 2 ລັດ ແລະ​ປະ­ຊາ­ຊົນ​ສອງ​ຊາດໂດຍ​ສະ­ເພາະ​ທະ­ນາ­ຄານ​ແຫ່ງ​ລັດ ສສ ຫວຽດ ນາມ ຊຶ່ງ​ຍາມ​ໃດ​ກໍ​ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ ອັນ​ລ້ຳ​ຄ່າ ແລະ​ທັນ​ການ​ໃຫ້​ແກ່​ລາວຊຶ່ງນັບ​ແຕ່​ກ່ອນ​ການ​ສ້າງ­ຕັ້ງ​ທະ­ນາ­ຄານຂອງ​ຝ່າຍ​ປະ­ເທດ​ລາວ (ທະ­ນາ­ຄານ ແຫ່ງ ສປປ ລາວ​ໃນ​ປະ­ຈຸ​ບັນ) ສສ ຫວຽດ­ນາມ ໄດ້​ໃຫ້­ການ​ຊ່ວຍ­ເຫຼືອ​ກໍ່­ສ້າງ​ພະ­ນັກ ງານ​ໃຫ້​ລາວ​ຈົນ​ມາ​ເຖິງ​ປະ­ຈຸ​ບັນ​ນີ້ກໍ​ຍັງ​ເພີ່ມ​ທະ­ວີ​ການ​ພົວ­ພັນ ແລະ​ການ​ຮ່ວມ​ມືຍິ່ງໆ​ຂຶ້ນເປັນ​ການ​ປະ­ກອບ­ສ່ວນ​ອັນ​ສົມ​ກຽດ​ເຂົ້າ​ໃນ​ການ​ເພີ່ມ​ພູນ​ຄູນ​ສ້າງ​ມິດ­ຕະ­ພາບ​ແບບ​ພິ­ເສດ ແລະ​ການ​ຮ່ວມ​ມື​ຮອບ­ດ້ານ​ລະ­ຫວ່າງ​ລາວ ແລະ​ຫວຽດ­ນາມ​ທີ່​ມີ​ມາ​ແລ້ວ​ນັ້ນ​ໃຫ້​ໝັ້ນ­ຄົງ​ຂະ​ນົງ​ແກ່ນ​ຕາບ​ເທົ່າ­ໃດໆ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...