spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ເມືອງ​ພີນ ຈັບ​ຜູ້​ຄ້າ​ຢາ​ເສບ​ຕິດ 2 ຄົນ

ເມືອງ​ພີນ ຈັບ​ຜູ້​ຄ້າ​ຢາ​ເສບ​ຕິດ 2 ຄົນ

Published on

ວັນ​ທີ 13 ພຶດ­ສະ­ພາ ຜ່ານ​ມາ​ນີ້ເຈົ້າ​ໜ້າ­ທີ່​ສະ­ກັດ​ກັ້ນ ແລະ​ຕ້ານ​ຢາ​ເສບ​ຕິດ​ເມືອງ​ພີນ ແຂວງ​ສະ​ຫວັນ​ະ​ເຂດ ໄດ້​ກັກ​ຕົວ​ຜູ້​ຖືກ​ຫາ​ຄ້າ-ຂາຍ​ຢາ​ເສບ​ຕິດ​ປະ­ເພດ​ຢາ​ບ້າ​ໄດ້​ຈຳ­ນວນ 2 ຄົນພ້ອມ​ຂອງ​ກາງ​ປະ­ເພດ​ຢາ​ບ້າຈຳ­ນວນ 100 ເມັດ.

ຊຶ່ງ​ເຫດ­ການ​ດັ່ງ­ກ່າວກ່ອນ​ໜ້າ​ນັ້ນທາງ​ເຈົ້າ​ໜ້າ­ທີ່​ໄດ້​ຮັບ​ແຈ້ງ​ຈາກ​ພົນ­ລະ­ເມືອງ​ດີ​ວ່າ: ໄດ້​ມີ​ການ​ຊື້-ຂາຍ​ຢາ​ບ້າ ທີ່​ເຮືອນ ທ້າວ ນັອກ ບ້ານ​ຫ້ວຍ​ຊາຍ ເມືອງ​ພີນ ຈາກ​ນັ້ນ ທາງ​ເຈົ້າ​ໜ້າ­ທີ່​ຈິ່ງ​ໄດ້ຂຶ້ນ​ແຜນ​ວາງ​ກຳ­ລັງ​ອອກ​ໄປ​ຍັງ​ຈຸດ​ທີ່​ໄດ້ມີ​ການ​ລາຍ​ງານ ຈິ່ງ​ໄດ້​ເຂົ້າ​ຈັບ​ກຸມ ທ້າວ ນັອກ ອາ­ຍຸ 22 ປີ, ອາ­ຊີບ​ເຮັດ​ນາ ຊຶ່ງ ເປັນ​ຄົນ​ຢູ່​ບ້ານ​ນັ້ນ​ເອງ, ພ້ອມ​ດ້ວຍ ທ້າວ  ລຳ​ແກ້ວ ອາ­ຍຸ 35 ປີ, ອາ­ຊີບ​ເຮັດ​ນາ​ຢູ່ ບ້ານ​ກາງ​ເກົ່າ ເມືອງ​ພີນ  ແລະ​ໄດ້​ກວດ​ຄົ້ນ​ເຄ­ຫະ​ສະ­ຖານ​ພົບ​ເຫັນ​ຢາ​ບ້າ ຈຳ­ນວນ 100 ເມັດ ຊຸກ­ເຊື່ອງ​ໄວ້​ໃນ​ຖົງ​ໂສ້ງ​ຂອງ ທ້າວ ນັອກ ປະ​ໄວ້​ໃນ​ກະ­ຕ່າ ເຄື່ອງ­ນຸ່ງ​ຢູ່​ໃນ​ກາງ​ເຮືອນ​ຂອງ​ຜູ້­ກ່ຽວ ພ້ອມ​ດ້ວຍ​ລົດ­ຈັກທີ່​ໃຊ້​ເປັນ​ພາ­ຫະ­ນະ​ໃນຄັ້ງ​ນີ້​ອີກ 1 ຄັນ.

ດັ່ງ­ນັ້ນ ທາງ​ເຈົ້າ​ໜ້າ­ທີ່​ກໍ່​ໄດ້​ນຳ​ທັງສອງ​ໄປ​ສືບ­ສວນ-ສອບ​ສວນຕາມ​ຂັ້ນຕອນ​ຂອງ​ກົດ­ໝາຍ​ຕໍ່​ໄປ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...