Homeຂ່າວການພັດທະນາລາວຈະມີການສຳຫລວດຕົວບົ່ງຊີ້ສັງຄົມລາວ ( LSIS ) ໃນລະຫວ່າງປີ 2016-2017

ລາວຈະມີການສຳຫລວດຕົວບົ່ງຊີ້ສັງຄົມລາວ ( LSIS ) ໃນລະຫວ່າງປີ 2016-2017

Published on

ລັດຖະບານ ແຫ່ງ ສປປ ລາວ ຄາດຫວັງ ທີ່ຈະໄດ້ເຫັນພາບລວມຂອງສະຖານະພາບດ້ານສັງ ຄົມຂອງປະເທດ ບໍ່ວ່າຈະເປັນດ້ານສຸຂະພາບ, ການສຶກສາ ຈົນເຖິງການມີນ້ຳໃຊ້ຢ່າງປອດໄພ ຈາກການສຳຫລວດຕົວບົ່ງຊີ້ສັງຄົມລາວ (LSIS) ຄັ້ງທີ II ທີ່ຈະດຳເນີນຂຶ້ນ ໃນລະຫວ່າງປີ 2016-2017 ທີ່ຈະເຖິງນີ້ ອັນຖືເປັນຄວາມພະຍາຍາມຄັ້ງສຳຄັນທີ່ສຸດ ເພື່ອວັດແທກຄວາມຄືບໜ້າຂອງການພັດທະນາສັງ ຄົມຂອງລາວ ມາເຖິງປັດຈຸບັນ.

ທ່ານ ສະໄໝຈັນ ບຸບຜາ ຫົວໜ້າສູນສະຖິຕິແຫ່ງຊາດ ກ່າວໃນກອງປະຊຸມຄັ້ງປະຖົມມະລຶກກ່ຽວກັບການສຳຫລວດຕົວບົ່ງຊີ້ສັງຄົມລາວ ຄັ້ງທີ II ໃນວັນທີ 24 ພຶດສະພາ ນີ້ ຢູ່ ນະຄອນຫລວງວຽງຈັນວ່າ: ການສຳຫລວດນີ້ ຈະໄດ້ເກັບກຳເອົາຂະໜາດຕົວຢ່າງຈຳນວນ 23 ພັນກວ່າຫລັງຄາເຮືອນ

ໃນທົ່ວປະເທດຈະນຳໃຊ້ທຶນ 2,3 ລ້ານໂດລາສະຫະລັດ ໂດຍການສະໜອງງົບປະມານຮ່ວມກັນລະຫວ່າງ ລັດ ຖະບານລາວ – ຈາກຫລາຍຄູ່ຮ່ວມງານສາກົນ ແລະ ຈະຈັດຕັ້ງປະຕິບັດ ໂດຍສູນສະຖິຕິແຫ່ງຊາດ, ກະ ຊວງແຜນການ ແລະ ການລົງທຶນ ຮ່ວມກັບ ກະຊວງສາທາລະນະສຸກ ແລະ ກະຊວງສຶກສາ-ກິລາ, ຈະມີພະນັກງານເຮັດວຽກພາກສະໜາມຫລາຍກວ່າ 150 ຄົນ ຈາກພະແນກຕ່າງໆ ໃນຂັ້ນແຂວງທົ່ວປະເທດ ອັນຈະເຮັດວຽກເກັບກຳຂໍ້ມູນຄົວເຮືອນ, ຂໍ້ມູນສ່ວນຕົວທີ່ຈຳເປັນເພື່ອປັບປຸງຊີວິດການເປັນຢູ່ຂອງເດັກ, ໄວໜຸ່ມ, ແມ່ຍິງ ແລະ ຜູ້ຊາຍ ໃນສປປ ລາວ ກໍຄື ຈະເປັນຂໍ້ມູນເບື້ອງຕົ້ນທີ່ມີຄຸນນະພາບ ເພື່ອຕິດຕາມ, ປະກອບເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງ ຊາດ ຄັ້ງທີ 8, ສະໜັບສະໜູນການຕິດຕາມເປົ້າໝາຍຂອງການພັດທະນາແບບຍືນຍົງ ແລະ ສ້າງຕົວບົ່ງຊີ້ດ້ານປະຊາກອນ, ສັງຄົມທີ່ແຍກຕາມປະເພດ ຖືເປັນຂໍ້ມູນທີ່ດີທາງດ້ານສະຖິຕິ, ຊ່ວຍສົ່ງເສີມການສ້າງນະໂຍບາຍ, ການສ້າງ ແລະ ຕິດຕາມແຜນງານຕ່າງໆ.

ການສຳຫລວດ LSIS ຄັ້ງທຳອິດໄດ້ຈັດຂຶ້ນໃນປີ 2011-2012 ແລະ ມີຂະໜາດຕົວຢ່າງຈຳນວນ 20 ພັນຫລັງຄາເຮືອນ.

 

ຂ່າວຈາກ: ລາວພັດທະນາ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...