Homeຂ່າວເຫດການຫກປຊ ເຜີຍແພ່ວຽກງານປະກັນສັງຄົມແກ່ ສື່ມວນຊົນທົ່ວນະຄອນຫຼວງ

ຫກປຊ ເຜີຍແພ່ວຽກງານປະກັນສັງຄົມແກ່ ສື່ມວນຊົນທົ່ວນະຄອນຫຼວງ

Published on

ຕອນເຊົ້າວັນທີ 25 ພຶດສະພາ 2016 ຢູ່ທີ່ຫ້ອງປະຊຸມເຮືອນພັກທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ ໄດ້ມີກອງປະຊຸມເຜີຍແພ່ວຽກງານປະກັນສັງຄົມ ພາຍໃຕ້ກົດໝາຍວ່າດ້ວຍການປະກັນສັງຄົມ ສະບັບເລກທີ 34/ສພຊ ໃຫ້ສື່ມວນຊົນຂະແໜງການຕ່າງໆ ໃນນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປະເດິມພອນ ສົນທະນີ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ໂດຍມີສື່ມວນຊົນຈາກທັງພາກລັດແລະເອກະຊົນເຂົ້າຮ່ວມ.

ພາຍໃນພິທີ ທ່ານ ປະທານໄດ້ກ່າວເຖິງຄວາມໝາຍຄວາມສຳຄັນຂອງການປະກັນສົງຄົມ ແມ່ນການຮັບປະກັນໃຫ້ຜູ້ປະກັນຕົນ ໄດ້ຮັບເງິນອຸດໜູນຈາກກອງທຶນປະກັນສັງຄົມແຫ່ງຊາດ ໃນກໍລະນີ ມີການປິ່ນປົວສຸຂະພາບ, ເກີດລູກ ຫຼືຫຼຸລູກ, ເກີດອຸບັດເຫດແຮງງານ, ພະຍາດອາຊີບ, ເສຍກຳລັງແຮງງານ, ເສຍອົງຄະ, ປ່ວຍການ, ບຳນານ, ເສຍຊີວິດ, ອຸດໜຸນສະມາຊິກຄອບຄົວ ແລະວ່າງງານ. ທ່ານກ່າວເນັ້ນວ່າ ວຽກງານປະກັນສັງຄົມ ມີຄວາມສຳຄັນຕໍ່ຊາດ ຕໍ່ການຍືນຍົງຄົງຕົວຂອງປະເທດຊາດ.

ນອກຈາກນັ້ນ, ທ່ານ ນາງ ດວງເດືອນ ຈັນທະວົງ ຫົວໜ້າພະແນກປະຊາສຳພັນ ຫ້ອງການກອງທຶນປະກັນສົງຄົມແຫ່ງຊາດ ໄດ້ລົງເລິກລະອຽດກົດໝາຍວ່າດ້ວຍ ການປະກັນສັງຄົມ.

ໃນຕອນທ້າຍຂອງກອງປະຊຸມ ຍັງໄດ້ເປີດໂອກາດໃຫ້ນັກສຳມະນາກອນໄດ້ສອບຖາມ ເພື່ອຂໍຄວາມຈະຈ່າງແຈ້ງກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງກັບປະກັນສັງຄົມ ໂດຍສະເພາະແມ່ນການບໍລິການໃນໂຮງໝໍ ແລະການພົວພັນເອົາເງິນອຸດໜຸນ.

ກອງປະຊຸມໄດ້ດຳເນີນໄປດ້ວຍບັນຍາກາດດີ, ນັກສຳມະນາກອນຕ່າງເຂົ້າໃຈແຈ້ງກ່ຽວກັບ ຄວາມໝາຍ ຄວາມສຳຄັນ ຂອງວຽກງານປະກັນສັງຄົມ. ແລະໄດ້ຈົບລົງດ້ວຍຜົນສຳເລັດອັນຈົບງາມ ໃນພາກບ່າຍຂອງວັນດຽວກັນ.

ທ່ານ ປະເດິມພອນ ສົນທະນີ
ທ່ານ ປະເດິມພອນ ສົນທະນີ ຫົວໜ້າຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ
ທ່ານ ນາງດວງເດືອນ
ທ່ານ ນາງດວງເດືອນ ຫົວໜ້າພະແນກປະຊາສຳພັນ ຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ

13265886_782973058470838_5872194622160899945_n

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...