Homeຂ່າວການພັດທະນາໂຄງ­ການ​ສ້າງ​ທາງ 6B ຄືບ​ໜ້າ 65,62%

ໂຄງ­ການ​ສ້າງ​ທາງ 6B ຄືບ​ໜ້າ 65,62%

Published on

ຕາມ​ການ​ລາຍ​ງານ​ຂອງ​ທ່ານ ຄຳ​ພູ​ວົງ ພາ​ວົງ ຮອງ​ຫົວ­ໜ້າ​ໂຄງ­ການກໍ່­ສ້າງ​ເສັ້ນ­ທາງ​ເລກ 6B ໃຫ້​ຮູ້​ວ່າ: ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ 6B ໄດ້​ເລີ່ມ​ລົງ ມື​ກໍ່­ສ້າງ​ມາ​ແຕ່​ປີ 2014 ໂດຍ​ແມ່ນບໍ­ລິ­ສັດຊົງ​ເມ​ອິນ​ເຈ​ເນຍ​ລິງ​ກຸບ​ເປັນ​ຜູ້ຮັບ​ເໝົາ​ກໍ່­ສ້າງ, ລວມ​ມູນ​ຄ່າ​ທັງ​ໝົດ 9 ລ້ານ​ກວ່າ​ໂດ​ລາ​ສະ­ຫະ­ລັດ, ໃນ​ນີ້ ​ທຶນ​ຊ່ວຍ­ເຫຼືອ​ຈາກ​ທະ­ນາ­ຄານ​ພັດ­ທະ­ນາ​ອາຊີ 70% ແລະ​ ທຶນ​ສົມ­ທົບ​ຂອງ​ລັດ​ຖະບານ​ລາວ 30%.

ຊຶ່ງ​ໂຄງ­ການ​ນີ້​ໄດ້​ມີ​ຈຸດ​ເລີ່ມ​ແຕ່​ເທສະ​ບານ​ເມືອງ​ສົບ​ເບົາ​ຫາ​ບ້ານ​ປ່າ​ຮ້າງ, ມີ​ຄວາມ​ຍາວ​ທັງ​ໝົດ 25,69 ກິ​ໂລແມັດ, ເປັນ​ທາງ​ປູ­ຢາງ​ສອງ​ຊັ້ນ, ຄວາມກວ້າງ​ຂອງ​ທາງ 9,5 ແມັດ, ເຂດ​ພູ​ດອຍ ແມ່ນ 6,5 ແມັດ, ໃນ​ນີ້​ິ້​ມີ​ຂົວ​ຂ້າມ​ນ້ຳ​ມ່າ 1 ແຫ່ງ, ຍາວ 200 ແມັດ, ກວ້າງ 10,4 ແມັດ, ສາ­ມາດ​ຮັບ​ນໍ້າ­ໜັກ​ໄດ້ 40 ໂຕນ ແລະ​ ມີ​ຂົວ​ຂ້າມ​ນໍ້າເບົາ 2 ແຫ່ງ, ແຕ່​ລະ​ແຫ່ງມີ​ຄວາມ​ຍາວ 18 ແມັດ, ກວ້າງ 7,6 ແມັດ.

ແນວ­ໃດ​ກໍ​ດີປະ­ຈຸ​ບັນ​ສະ­ເລ່ຍ​ວຽກ​ໂດຍ​ລວມ​ຂອງ​ໂຄງ­ການ​ແມ່ນ​ສຳ­ເລັດແລ້ວ 65,62%, ຫຼຸດ​ແຜນ­ການ 4,59% ສາ­ເຫດ​ຍ້ອນ​ໄຟ​ທຳ​ມະ​ຊາດ​ຝົນ­ຕົກ​ໜັກ ແລະ​ພື້ນ​ທີ່​ຂອງ​ໂຄງ­ການ​ສ້າງ​ຢູ່​ພາກ​ນ້ຳ​ມ່າ​ບໍ່​ເຊື່ອມ​ຕໍ່​ກັບ​ເສັ້ນ­ທາງ​ເຮັດ​ໃຫ້­ການໄປ​ມາ​ບໍ່​ສະ­ດວກ, ຄາດ​ວ່າ​ ທ້າຍ​ປີ 2016 ນີ້​ຈະ​ໃຫ້​ສຳ­ເລັດ100%.

ທັງ​ນີ້ ຫວັງ​ວ່າ​ພາຍ­ຫຼັງ​ທີ່​ການ​ກໍ່­ສ້າງ​ສຳ­ເລັດ​ຈະ​ສ້າງ​ເງື່ອນ­ໄຂ​ທີ່​ອຳ­ນວຍຄວາມ​ສະ­ດວກ​ໃນ​ການ​ໄປ­ມາ­ຫາ­ສູ່​ການຂົນ­ສົ່ງ, ແລກ­ປ່ຽນ​ສິນ­ຄ້າ​ຂອງ​ປະ­ຊາ­ຊົນພາຍ​ໃນ​ແຂວງ​ຫົວ­ພັນ​ເວົ້າ​ສະ­ເພາະ​ເມືອງ​ສົບ​ເບົາ, ເພາະ­ວ່າ​ຈຸດ​ນີ້​ ເປັນ​ຈຸດ​ເຊື່ອມ​ຕໍ່ລະ­ຫວ່າງ​ແຂວງ​ຫົວ­ພັນ​ກັບ​ເມືອງ​ມົກ​ເຈົາ ສສ ຫວຽດ­ນາມ.

ທີ່ມາ:logo

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...