Homeສຸຂະພາບ ແລະ ສີ່ງແວດລ້ອມຄວາມຮູ້ກ່ຽວກັບໂຣກກ້າມເນື້ອຫົວໃຈອັກເສບ ແລະ ວິທີຮັກສາ

ຄວາມຮູ້ກ່ຽວກັບໂຣກກ້າມເນື້ອຫົວໃຈອັກເສບ ແລະ ວິທີຮັກສາ

Published on

ອາການຂອງໂຣກກ້າມເນື້ອຫົວໃຈອັກເສບ ອາການໂດຍກົງຂອງກ້າມເນື້ອຫົວໃຈອັກເສບຄື ການເມື່ອຍຈາກການທີ່ຫົວໃຈບີບຕົວແຮງບໍ່ເທົ່າເກົ່າ ຫາກມີອາການຮູນແຮງ ອາດຈະເມື່ອຍຈົນນອນບໍ່ໄດ້ ມີຕົວບວມ, ຂາບວມ ແລະ ເມື່ອຍແຮງຈົນຕ້ອງໄດ້ໃຊ້ອົກຊີ ນອກຈາກນີ້ອາດຈະມີອາການເຈັບທີ່ບໍລິເວນໜ້າເອິກ ອາດຈະເຈັບແໜ້ນໆ ເຈັບເມື່ອຍໆ ຫຼື ເຈັບແປ໊ບໆ…ຈີ໊ດໆ ກໍ່ໄດ້

ສາເຫດຂອງການເປັນໂຣກຫົວໃຈອັກເສບ ສາເຫດທີ່ສຳຄັນແມ່ນເປັນເພາະອາການຫວັດໃນລະດູຮ້ອນທີ່ເກີດຂຶ້ນຈາກໄວຣັສຊື່ວ່າ ໄວຣັສຄັອກຊັດກີ້ ໂດຍປົກກະຕິໄວຣັສເຫຼົ່ານີ້ ຈະຖືກກຳຈັດໂດຍພູມຄຸ້ມກັຍຂອງຮ່າງກາຍ ແລະ ຈະຫາຍດີພາຍໃນ 2-3 ວັນ ຖ້າເປັນຫວັດຕິດຕໍ່ກັນເປັນໄລຍະດົນນານກວ່າປົກກະຕິກໍ່ຈະເຮັດໃຫ້ພູມຄຸ້ມກັນໃນຮ່າງກາຍຕ່ຳ ຈິ່ງເປັນສາເຫດເຮັດໃຫ້ໄວຣັສໃນລຳຄໍແຜ່ກະຈາຍໄປຕາມຫຼອດເລືອດ ແລະ ກະຈາຍໄປທົ່ວຮ່າງກາຍໃນທີ່ສູດໄວຣັສກໍ່ແຜ່ກະຈາຍເຂົ້າໄປສູ່ຫົວໃຈ ແລະ ເກີດເປັນໂຣກຫົວໃຈອັກເສບໄດ້ ແຕ່ອີກໃນກໍລະນີທີ່ບໍ່ໄດ້ພັກຜ່ອນ, ນອນໜ້ອຍ, ດື່ມເຫຼົ້າ ການແພ້ຢາທີ່ຮຸນແຮງ ຫຼື ສານເຄມີເຊັ່ນ: ສານໜູ, ໂລຫະໜັກ, ຢາບາງຊະນິດ, ຢາເຄມີບຳບັດ, ພິດຄາຣບອນມອນອອກໄຊລ໌ ຢາເສບຕິດບາງຊະນິດກໍ່ເປັນ ສາເຫດໃຫ້ກ້າມເນື້ອຫົວໃຈອັກເສບໄດ້ເຊັ່ນກັນ

ການຮັກສາອາການເບື້ອງຕົ້ນ ບໍ່ມີຢາທີ່ຮັກສາອາການກ້າມເນື້ອຫົວໃຈອັກເສບໂດຍກົງ ເຮັດໃຫ້ພຽງການພັກໃຫ້ຫົວໃຈທຳງານນ້ອຍທີ່ສຸດ ແລະ ດູແລປະຄອງໄປຕາມອາການເພື່ອໃຫ້ຮ່າງກາຍແຂງແຮງ ແລະ ສ້າງພູມຄຸ້ມກັນຕໍ່ສູ້ກັບໂຣກໃຫ້ດີທີ່ສຸດເທົ່ານັ້ນ ດັ່ງນັ້ນໂຣກກ້າມເນື້ອຫົວໃຈອັກເສບນັບວ່າເປັນອັນຕະລາຍແລະ ມີເປີເຊັນເສຍຊີວິດສູງ

ການຮັກສາໂຣກກ້າມເນື້ອຫົວໃຈອັກເສບ

1. ຂິມິ້ນຂຶ້ນ ການກິນຂິມິ້ນຂຶ້ນວັນລະ 3 ຄັ້ງ ຫຼັງອາຫານ ທ່ານສາມາດຊື້ຂິມິ້ນເປັນຢາແຄັບຊູຍມາກິນໄດ້ ເພາະໃນຂິມິ້ນຂຶ້ນມີສານຄໍຣຄູມິນທີ່ປ້ອງກັນການອັກເສບຫົວໃຈໄດ້

2. ເຫັດຫລິນຈື່ ມີສັບພະຄຸນຫລຸດຄວາມເຂັ້ມຂຸ້ນຂອງເລືອດ ເຮັດໃຫ້ເລືອດໄຫລວຽນດີ ຫລຸດລະດັບໄຂມັນໃນເສັ້ນເລືອດ  ຊ່ວຍຢັບຢັ້ງການຮວມຕົວຂອງເກັດເລືອດ ຊ່ວຍໃຫ້ເມັດເລືອດແດງປ່ຽນແປງຮູບຮ່າງເພື່ອໃຫ້ໄຫລຜ່ານໄປຕາມເລືອດໄປຕາມອະໄວຍະວະຕ່າງໆ ໄດ້ງ່າຍຂຶ້ນ ນອກຈາກນີ້ເຫັດຫຼິນຈື່ຍັງມີສານອັລຄາລອຍດ໌ ເຊິ່ງສານຊະນິດນີ້ຈະຊ່ວຍໃຫ້ຫົວໃຈບໍ່ຕ້ອງເຮັດວຽກໜັກ ອາການຂອງໂຣກກ້າມເນື້ອຫົວໃຈອັກເສບຈິ່ງດີຂຶ້ນ

 

ທີ່ມາ: http://www.pikool.com/

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...