spot_img
Homeຂ່າວຕ່າງປະເທດຫວຽດ​ເຈັດ ຊື້ ​ໂບອິ້ງ 100 ລຳ ມູນ​ຄ່າ​ຫຼາຍສິບ​ລ້ານ​ໂດ​ລາ

ຫວຽດ​ເຈັດ ຊື້ ​ໂບອິ້ງ 100 ລຳ ມູນ​ຄ່າ​ຫຼາຍສິບ​ລ້ານ​ໂດ​ລາ

Published on

ສຳນັກ​ຂ່າວ​ເອ​ເອຟພີລາ​ຍງານ​ວ່າ ຫວຽດ​ເຈັດ ສາຍ​ການບິນ​ຕຸ້ນ​ທຶນ​ຕໍ່າ​ຂອງ​ຫວຽດນາມ ​ເປີ​ດ​ເຜີຍ​ເມື່ອ​ວັນ​ທີ 23 ພຶດສະພາ​ວ່າ ທາງ​ການ​ສາຍ​ການບິນ​ຕົກລົງ​ທີ່​ຈະ​ຊື້​ເຮືອບິນ​ຈາກ​ໂບອິ້ງ ບໍລິສັດ​ຜູ້​ຜະລິດ​​ເຮືອບິນ​ຂອງ​ສະຫະລັດ​ອາ​ເມ​ລິ​ກາ​ຈຳນວນ 100​ ລຳ ​ໃນ​ຂໍ້​ຕົກລົງ​ຊຶ່ງ​ລົງ​ນາມ​ທີ່​ນະຄອນຫຼວງ​ຮ່າ​ໂນ້ຍ ​​ໂດຍມີ​ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ​ຂອງ​ສະຫະລັດ​ອາ​ເມ​ລິ​ກາ​ທີ່ຢູ່​ລະຫວ່າງ​ການ​ເດີນທາງ​ຢ້ຽມຢາມ​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ເປັນ​ເວລາ 3 ວັນ ​ແລະ ທ່ານປະທານປະທດ ເຈິ່ນ ດ່າ​ຍ ກວາງ ຂອງ​ຫວຽດນາມ​ຮ່ວມ​ເປັນ​ສັກຂີ​ພິຍານ.

ຖະ​​​ແຫຼ​ງການ​ຂອງ​ຫວຽດ​ເຈັດ​ລະບຸ​ວ່າ ຂໍ້​ຕົກລົງ​ດັ່ງກ່າວ​ຖື​ເປັນ “ການ​ຊື້​ເຮືອບິນການ​ຄ້າ​ຄັ້ງ​ດຽວ​ທີ່​ໃຫຍ່​ທີ່​ສຸດ​ໃນ​ວົງ​ການ​ການບິນ​ຫວຽດນາມ”.

​ເຈົ້າ​ໜ້າ​ທີ່​ທຳນຽບຂາວ​ຢືນຢັນ​ຂໍ້​ຕົກລົງ​ດັ່ງກ່າວ​ວ່າ ​ເຮືອບິນ​ໂບອິ້ງ 100 ລຳ ​ເປັນ​ສ່ວນ​ໜຶ່ງ​ໃນ​ຂໍ້​ຕົກລົງ​ການ​ຄ້າ​ລະຫວ່າງ​ສະຫະລັດ​ກັບ​ຫວຽດນາມ​ທີ່​ມີ​ມູນ​ຄ່າ​ລວມ​ແລ້ວ​ກວ່າ 16.000 ລ້ານ​ໂດ​ລາ.

“ພວ​ກເຮົາ​ຄາດ​ວ່າ​ຂໍ້​ຕົກລົງ​ນີ້ຈະ​ຊ່ວຍ​ສະໝັບສະ​ໜູນ​ຕຳ​ແໜ່​ງວຽກ​ໃນ​ພາກ​ເຕັກ​ໂນ​ໂລ​ຊີ ​ແລະ ພາກ​ການ​ຜະລິດ 60.000 ຕຳ​ແໜ່​ງ” ​ເຈົ້າ​ໜ້າ​ທີ່​ຄົນດັ່ງກ່າວ​ລະບຸ.

ຂ່າວ​ລະບຸ​ວ່າ ສາຍ​ການບິນ​ຫວຽດ​ເຈັດ​ທີ່​ກໍ່​ຕັ້ງ​ຂຶ້ນ​ເມື່ອ​ປີ 2007 ​ເມື່​ອ​ເດືອນ​ກຸມພາ​ທີ່​ຜ່ານ​ມາ​ທາງ​ສາຍ​ການບິນ​ປະກາດ​ວ່າ​ໄດ້​ລົງ​ນາມ​ໃນ​ສັນຍາ​ຄວາ​ມຮ່ວມ​ມື​ກັບ​ແພ​ຣດ​ແອນ​ວິດ​ນີ ບໍລິສັດ​ຜູ້​ຜະລິດ​​ເຄື່ອງ​ຈັກ​ສັນ​ຊາດ​ສະຫະລັດ​ມູນ​ຄ່າ 3.040 ລ້ານ​ໂດ​ລາ​ສະຫະລັດ.

ນັກວິ​ເຄາະ​ອຸດສາຫະກຳ​ການບິນ​ລະບຸ​ວ່າ ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ລວມ​ເຖິງຫວຽດນາມ​ຖື​ເປັນ​ຕະຫຼາດ​ສຳຄັນ​ໃນ​ການ​ເຕີບ​ໂຕ​ຂອງ​ສາຍ​ການບິນ​ຕົ້ນ​ທຶນ​ຕ່ຳ ​ໂດຍ​ມີ​ແຮງ​ຂັບ​​ເຄື່ອນ​ມາ​ຈາກ​ການ​ເພີ່ມ​ຈຳນວນ​ຂອງ​ຊົນ​ຊັ້ນ​ກາງ ຊຶ່ງ​ສ່ວນ​ຫຼາຍ​ເດີນທາງ​ໄປ​ຕ່າງປະ​ເທດ​ເປັນ​ຄັ້ງທຳ​ອິດ.

ດ້ານ​ໂບອິ້ງຄາດ​ການ​ໄວ້​ວ່າ ພູມິ​ພາກ​ນີ້​ຈະ​ຕ້ອງການ​ເຮືອບິນ​ໃໝ່ 3.750 ລຳ​ໃນ​​ໄລຍະ​ເວລາ 20 ປີ​ຂ້າງ​ໜ໊າ ​ໂດຍ​ຫຼາຍ​ກວ່າ 3 ​ໃນ 4 ຈະ​ເປັນ​ເຮືອບິນ​ລຳ​ຕົວ​ແຄບ ຫຼື ​ເຮືອບິນ​ແບບ​ມີ​ຊ່ອງ​ທາງ​ຢ່າງ​ດຽວ.

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...