spot_img
Homeມູມໄອທີລາວເຟສບຸກ ກຳລັງທົດສອບລະບົບຈັດໜ່ວຍໃນ News Feed

ເຟສບຸກ ກຳລັງທົດສອບລະບົບຈັດໜ່ວຍໃນ News Feed

Published on

ທຸກ​ມື້­ນີ້ ເວ­ລາ​ເຮົາ​ໄປ​ໃຊ້ເຟ​ສ​ບຸກ (Facebook) ຕອນ ເລື່ອນ​ຫຼ້າເຮົາ​ມັກ​ພົບ​ວ່າ​ເນື້ອ​ໃນ​ທີ່​ສະ­ແດງ​ຈະ​ມີ​ຫຼາຍ​ເລື່ອງ​ລາວ​ຄົນລະ​ເຄົ້າ​ກັນ​ໄປການ​ຈະ​ເຂົ້າ​ເຖິງເນື້ອ​ໃນ​ປະ­ເພດ​ທີ່​ຕ້ອງ­

ການ​ເບິ່ງ​ຈະ​ເປັນ​ເລື່ອງ​ຍາກ ຈາກ​ສິ່ງ​ທີ່​ເກີດ​ຂຶ້ນ ເຮັດ​ໃຫ້​ເຟ​ສ​ບຸກ​ມອງ​ວ່າ​ເປັນ​ບັນ ຫາ​ທີ່​ເຮັດ​ໃຫ້​ຜູ້​ໃຊ້​ບໍ່​ໄດ້​ຮັບ​ຄວາມ​ສະ­ດວກ​ຫາກ​ຕ້ອງ­ການ​ເນື້ອ​ໃນ​ທີ່​ຖືກ​ໃຈ​ໃນ​ເວ­ລາ​ທີ່​ຕ້ອງ­ການ ດ້ວຍ​ເຫດ​ນີ້​ເຮັດ​ໃຫ້​ໃນ​ອະ­ນາ­ຄົດ​ອັນ​ໃກ້​ເຮົາ​ອາດ​ໄດ້​ເຫັນ​ລະ­ບົບ​ຈັດ​ໝວດ​ໃນ News Feed  ກໍ​ເປັນ​ໄດ້.

ລະ­ບົບ​ຈັດ​ໝວດ​ໃນ News Feed  ຖື​ໄດ້​ວ່າ​ເປັນ​ຟີ​ເຈີ​ໃໝ່​ທີ່​ເລີ່ມ ປາ­ກົດ­ການ​ທົດ​ສອບ​ແດ່​ແລ້ວ ໃນ​ແອັບ​ພລິ​ເຄ​ເຊິນ​ເຟ​ສ​ບຸກ​ໃນ​ສະ­ມາດ​ໂຟນ​ຂອງ​ຜູ້​ໃຊ້​ບາງ​ລາຍ​ເປັນ​ລະ­ບົບ ຄັດ​ແຍກ​ເລື່ອງ​ລາວ​ຕ່າງໆ​ເຊັ່ນ: ທ່ອງ​ທ່ຽວ, ຟັງ​ເພງ, ໂທລະ­ພາບ, ຮູບ­ເງົາ, ອາ­ຫານ ແລະ ອື່ນໆ ທີ່​ຜູ້​ໃຊ້​ສາ­ມາດ​ເລືອກ​ໝວດ​ເຫຼົ່າ​ນີ້​ໄດ້ເອງ ເພື່ອ​ເຂົ້າ​ເຖິງ​ເນື້ອ​ໃຈ​ທີ່​ຕ້ອງ ການ​ໄດ້​ທຸກ​ເວ­ລາ ນອກ­ຈາກ​ນີ້ ໃນ​ແຕ່​ລະ​ໝວດ​ຫຼັກ​ຍັງ​ແຍກ​ອອກ ເປັນ​ໝວດ​ຍ່ອຍ​ອື່ນໆ ທີ່​ກ່ຽວ­ຂ້ອງ ເພື່ອ​ໃຫ້​ຜູ້​ໃຊ້​ໄດ້​ເຂົ້າ​ເຖິງ​ຂໍ້​ມູນ​ທີ່ ລະ­ອຽດ​ຫຼາຍ​ຂຶ້ນ.

ນອກ­ຈາກ​ຈະ​ເປັນ​ເລື່ອງ​ດີ​ຂອງ ຜູ້​ໃຊ້​ທົ່ວ​ໄປ​ໃນ​ແງ່​ຂອງ​ການ​ລົງ ໂຄ­ສະ­ນາ​ຍັງ​ເປັນ​ການ​ຊ່ວຍ​ໃຫ້​ທຸ­ລະ​ກິດ​ຕ່າງໆ ສາ­ມາດ​ລົງ​ໂຄ­ສະ­ນາ​ປະ­ຊາ­ສຳ­ພັນ​ໄດ້​ຖືກ​ກຸ່ມ​ເປົ້າ ໝາຍ ແລະ ຖືກ​ຕາມ​ປະ­ເພດ​ທຸ­ລະ​ກິດ​ຂອງ​ຕົນ​ເອງ​ໄດ້​ງ່າຍ​ຂຶ້ນ​ເຊັ່ນ​ກັນ.

ສຳ­ລັບ​ລະ­ບົບ​ຈັດ​ໝວດ​ໃນ News Feed  ກຳ­ລັງ​ຢູ່​ໃນ​ລະ ຫວ່າງ​ການ​ທົດ​ສອບ​ໃນ​ຜູ້​ໃຊ້​ບາງ ລາຍ​ເທົ່າ​ນັ້ນ ຊຶ່ງ​ທີ່​ສົມ­ບູນ​ຈົນ​ສາມາດ​ກະ­ຈາຍ​ເຖິງ​ຜູ້​ໃຊ້​ເຟ​ສ​ບຸກ​ທົ່ວ ໂລກ​ໄດ້​ຄາດ​ວ່າ​ໜ້າ​ຈະ​ໃຊ້​ເວ­ລາ ອີກ​ໄລ­ຍະ​ໜຶ່ງ.

 

ທີ່ມາ: ເສດຖະກິດ-ສັງຄົມ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...