spot_img
Homeຂ່າວການພັດທະນາເກືອບ​ເຄິ່ງ​ແລ້ວ ໂຄງ­ການ​ສ້າງ​ທາງຊຳ​ໃຕ້-ທ່າ​ເຫຼົ້າ

ເກືອບ​ເຄິ່ງ​ແລ້ວ ໂຄງ­ການ​ສ້າງ​ທາງຊຳ​ໃຕ້-ທ່າ​ເຫຼົ້າ

Published on

ເສັ້ນ­ທາງ​ຊຳ​ໃຕ້-ທ່າ​ເຫຼົ້າ​ແຂວງ​ຫົວ­ພັນເປັນ​ເສັ້ນ­ທາງ​ທີ່​ນອນ​ຢູ່​ໃນ​ແຜນ​ພັດ­ທະ­ນາ​ເສດ­ຖະ­ກິດ-ສັງ­ຄົມ ເພື່ອ​ເປັນ ການ​ພັດ­ທະ­ນາ​ພື້ນ­ຖານ​ໂຄງ​ລ່າງ​ສ້າງ​ເງື່ອນ­ໄຂ​ອຳ­ນວຍ​ຄວາມ​ສະ­ດວກ​ໃຫ້​ແກ່​ການ​ໄປ-ມາ​ຂອງ​ປະ­ຊາ­ຊົນ​ເປັນ­ຕົ້ນ ແມ່ນ​ຂົນ­ສົ່ງ​ສິນ­ຄ້າ​ທັງ​ພາຍ​ໃນ ແລະ​ອອກ​ສູ່​ປະ­ເທດ​ໃກ້​ຄຽງ ໂດຍ​ສະ­ເພາະແມ່ນ ສສ ຫວຽດ­ນາມປະ­ຈຸ​ບັນ​ສຳ­ເລັດ​ການ​ກໍ່­ສ້າງ​ແລ້ວ​ເກືອບ​ເຄີ່ງ​ໃນ​ມູນ​ຄ່າທັງ​ໝົດ 396 ຕື້​ກວ່າ​ກີບ.

ໂຄງ­ການ​ສ້າງ​ເສັ້ນ­ທາງ​ຊຳ​ໃຕ້-ທ່າ​ເຫຼົ້າແຂວງ​ຫົວ­ພັນພາຍ­ຫຼັງ​ສຳ­ເລັດການ​ເຊັນ​ສັນ­ຍາ​ເງິນ​ກູ້​ລະ­ຫວ່າງ​ກະຊວງ ການ​ເງິນ ແຫ່ງ ສປປ ລາວ ກັບ​ທະ­ນາ­ຄານ​ເພື່ອ​ການ​ລົງ­ທຶນ ແລະ​ພັດ­ທະ­ນາ​ແຫ່ງ ສສ ຫວຽດ­ນາມ​ໃນ​ວັນ​ທີ  20 ມິ­ຖຸ­ນາ 2014 ກົມ​ຂົວ​ທາງ​ກະ­ຊວງ​ໂຍ­ທາ​ທິ​ການ​ໄດ້​ວ່າ​ຈ້າງ​ບໍ­ລິ­ສັດ​ທີ່​ປຶກ­ສາ LTEC ຮ່ວມ​ກັບ TEDI ດຳ­ເນີນ​ການສຳ​ຫຼວດ ແລະ​ອອກ​ແບບໂດຍ​ຍົກ​ລະດັບ​ໃຫ້​ເປັນ​ເສັ້ນ­ທາງ​ຊັ້ນ IV ເຂດ​ພູ​ດອຍ, ປູ­ຢາງ 2 ຊັ້ນ ຍາວ 67 ກິ­ໂລ­ແມັດ, ໜ້າທາງ​ກວ້າງ 7 ແມັດ, ຂົວ 7 ແຫ່ງ​ຍາວ 373  ແມັດ, ພ້ອມ​ດ້ວຍ​ອາ­ຄານ​ດ່ານນ້ອຍ​ຢູ່​ບ້ານ​ທ່າ​ເຫຼົ້າ.

ຈາກ​ນັ້ນ​ໃນ​ທ້າຍ​ປີ 2014 ໄດ້​ມີ​ພິ­ທີ​ເຊັນ​ສັນ­ຍາ​ກໍ່­ສ້າງ​ລະ­ຫວ່າງ​ກົມ​ຂົວ​ທາງ​ກັບ​ບໍ­ລິ­ສັດ​ຈິດ​ຈະ­ເລີນ​ກໍ່­ສ້າງ​ຈຳ­ກັດ​ເປັນ ຜູ້​ຮັບ​ເໝົາ​ກໍ່­ສ້າງ​ດ້ວຍ​ມູນ​ຄ່າ 396 ຕື້​ກວ່າ​ກີບ ຫຼື ປະ­ມານ 49,60 ລ້ານ​ກວ່າ ໂດ​ລາໃຊ້​ເວ­ລາ​ການ​ກໍ່­ສ້າງ​ທັງ​ໝົດ 36 ເດືອນໂດຍ​ເລີ່ມ​ກໍ່­ສ້າງ​ໃນ​ປີ 2015 ແລະ ຄາດ​ຄະ­ເນ​ຈະ​ໃຫ້​ສຳ­ເລັດ​ໃນ​ປີ 2018.

ແນວ­ໃດ​ກໍ​ດີ​ຮອດ​ຂະ­ນະ​ນີ້ທ່ານ ສຸກກະ­ເສີມ ສອນ​ສະ​ຫວັດ ຫົວ­ໜ້າ​ຫ້ອງການ​ໂຍ­ທາ​ທິ​ການ ແລະ​ຂົນ­ສົ່ງ​ເມືອງ ຊຳ​ໃຕ້​ໃຫ້​ສຳ­ພາດ​ເມື່ອ​ບໍ່​ດົນ​ມາ​ນີ້​ຮູ້​ວ່າ: ໜ້າ​ວຽກໂດຍ​ລວມ​ໂຄງ­ການ​ສຳ­ເລັດ 48% ຂອງ​ແຜນ­ການ​ຂະ­ນະ​ທີ່​ຕາມ ແຜນ​ແມ່ນ​ປີ 2018 ສຳ­ເລັດ​ແຕ່​ບໍ­ລິ­ສັດຜູ້​ຮັບ​ເໝົາ​ກໍ່­ສ້າງ​ຈະ​ໃຫ້​ສຳ­ເລັດ​ກ່ອນ​ສັນ­ຍາ​ພາຍ​ໃນ​ປີ 2017 ໂດຍ​ຖ້າ​ຫາກ​ເສັ້ນ­ທາງ​ດັ່ງ­ກ່າວ​ສຳ­ເລັດ​ເມືອງ​ຊຳ​ໃຕ້​ຈະ​ກາຍ­ເປັນ​ທາງ​ຜ່ານ​ໃນ​ການ​ໄປ-ມາ,ການ​ຂົນ­ສົ່ງ​ສິນ­ຄ້າ​ຕ່າງໆ​ຊຶ່ງ​ເມືອງ​ຊຳ​ໃຕ້ ແມ່ນ​ນອນ​ຢູ່​ໃນ​ແລວທາງ​ດ່ວນ​ວຽງ​ຈັນ-ຮ່າ​ໂນ້ຍ ທີ່​ມີ​ໄລ­ຍະ ທາງ​ໃກ້​ສຸດ.

ເສັ້ນ­ທາງ​ຊຳ​ໃຕ້-ທ່າ​ເຫຼົ້າ​ເປັນ​ເສັ້ນ­ທາງ​ຫຼວງ​ຂອງ​ແຂວງ​ຫົວ­ພັນ​ເລກ​ທີ 3206 ເລີ່ມ​ຕົ້ນ​ຈາກເທສະ​ບານ ເມືອງ​ຊຳ​ໃຕ້​ຫາ​ບ້ານ​ທ່າ​ເຫຼົ້າ​ເມືອງ​ຊຳ​ໃຕ້ ແຂວງ​ຫົວ­ພັນຕິດ​ຈອດ​ກັບ​ຊາຍ​ແດນ​ລາວ-ຫວຽດ­ນາມ​ຫຼັກ​ໝາຍ​ຊາຍ​ແດນ​ເລກ​ທີ 353 ຕິດກັບ​ບ້ານ​ແຄ້ວເມືອງ​ເທືອງ​ເຊິນ ແຂວງ ແທັງ​ຮວາ ສສ ຫວຽດ­ນາມເສັ້ນ­ທາງ​ດັ່ງ­ກ່າວ​ໄດ້​ຜ່ານ 19 ໝູ່​ບ້ານ​ມີ 929 ຄອບຄົວ​ພົນ­ລະ­ເມືອງ​ທັງ​ໝົດ 5.733 ຄົນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...