Homeຂ່າວພາຍ​ໃນເຂົ້າ​ລາວ​ແຊບຖືກ​ໃຈ​ຕ່າງ​ຊາດ ປີ​ນີ້ຈີນ​ສັ່ງ​ຊື້​ນຳ​ກຸ່ມບໍ­ລິ­ສັດອິນ­ດູ­ຈີນຫຼາຍ​ພັນ​ໂຕນ

ເຂົ້າ​ລາວ​ແຊບຖືກ​ໃຈ​ຕ່າງ​ຊາດ ປີ​ນີ້ຈີນ​ສັ່ງ​ຊື້​ນຳ​ກຸ່ມບໍ­ລິ­ສັດອິນ­ດູ­ຈີນຫຼາຍ​ພັນ​ໂຕນ

Published on

ກຸ່ມ​ບໍ­ລິ­ສັດ​ອິນ­ດູ­ຈີນ​ພັດ­ທະ­ນາຊຶ່ງ​ແມ່ນ​ຂອງ​ນັກ​ທຸ­ລະກິດ​ຕ່າງ­ປະ­ເທດ​ທີ່​ເຂົ້າ​ມາ​ລົງ­ທຶນ​ສ້າງ​ໂຮງ­ສີ​ເຂົ້າ​ທີ່​ທັນ​ສະ­ໄໝຢູ່​ແຂວງ​ພາກ​ກາງ ແລະ​ພາກ​ໃຕ້ຂອງ ສປປ ລາວ ເພື່ອ​ຜະ­ລິດເຂົ້າ­ໜຽວ ແລະ​ ເຂົ້າ­ຈ້າວ​ທີ່​ໄດ້​ຄຸນ​ນະ​ພາບ​ສົ່ງ​ອອກ​ຕ່າງ​ປະເທດ​ໂດຍ​ໝົດ​ປີ 2016 ນີ້​ທາງ​ບໍ­ລິ­ສັດ​ໄດ້​ຕັ້ງ​ເປົ້າ​ຈະ​ສົ່ງ​ເຂົ້າໜຽວ​ໄປ ສປ ຈີນ ພັນ​ໂຕນ  ແລະ​ເຂົ້າ­ຈ້າວ​ພັນ​ໂຕນ.

ທ່ານ ເຟຣ​ເດຣິກ ຈູ​ລຽນ ຜູ້​ອຳ­ນວຍການ​ກຸ່ມ​ບໍ­ລິ­ສັດ​ອິນດູ​ຈີນ​ພັດ­ທະ­ນາ, ຕໍ່​ນັກ​ຂ່າວ​ໜັງ­ສື­ພິມ​ເສດ­ຖະ­ກິດ​ສັງ­ຄົມ​ປະ­ຈຳ​ແຂວງ​ຈຳ­ປາ​ສັກ​ໃຫ້​ຮູ້​ບໍ່​ດົນ​ມາ​ນີ້​ວ່າ: ບໍ­ລິ­ສັດ​ໄດ້​ຮັບ​ອະ­ນຸ­ຍາດຈາກ​ລັດ­ຖະ­ບານ​ລາວ​ເຂົ້າ​ມາ​ສ້າງ­ຕັ້ງ​ໂຮງ­ສີ​ເຂົ້າ​ທີ່​ທັນ​ສະ­ໄໝໄດ້​ມາດ­ຕະ­ຖານ 4 ແຫ່ງ​ຄື: ຢູ່ແຂວງ​ສະ­ຫວັນ​ນະ​ເຂດ 2 ແຫ່ງ  ແລະ​ຢູ່​ແຂວງ​ຈຳ­ປາ​ສັກ 2 ແຫ່ງ, ເພື່ອ​ຜະ­ລິດເຂົ້າ­ໜຽວ ແລະ​ເຂົ້າ­ຈ້າວ​ສົ່ງ​ຂາຍ​ອອກຕ່າງ­ປະ­ເທດຊຶ່ງ​ໃນ​ຕົ້ນ​ປີ 2013  ແມ່ນໄດ້​ເລີ່ມ​ລົງ­ມື​ກໍ່­ສ້າງ​ພ້ອມ​ກັນ​ທັງ 4 ແຫ່ງໃນ​ມູນ​ຄ່າ​ທັງ​ໝົດ 20 ລ້ານ​ໂດ​ລາ​ສະ­ຫະລັດ, ມາ​ຮອດ​ເດືອນ 11 ປີ 2015 ແມ່ນ ໄດ້​ສຳ­ເລັດ​ການ​ກໍ່­ສ້າງ ແລະ​ເລີ່ມ​ທຳການ​ຜະ­ລິດ​ຮັບ​ເອົາ​ພະ­ນັກ­ງານ, ກຳ​ມະກອນ​ທີ່​ເປັນ​ຄົນ​ລາວ​ມີ​ທັງ​ໝົດ 250 ຄົນ,  ພ້ອມ​ກັບ​ການ​ລົງ​ສົ່ງ­ເສີມ​ປະ­ຊາ­ຊົນ​ປູກເຂົ້າ­ໜຽວ​ແລ້ວ 250 ເຮັກ­ຕາ ແລະ​ສ້າງ ເປັນ​ກຸ່ມ​ຜະ­ລິດ​ແນວ​ພັນ 200 ເຮັກ­ຕາ ເພື່ອ​ແຈກ​ຢາຍ​ໃຫ້​ປະ­ຊາ­ຊົນ​ປູກ​ເປັນ​ເຂົ້າເປືອກ​ທີ່​ໄດ້​ຄຸນ​ນະ​ພາບ​ຫຼັງ​ຈາກ​ນັ້ນ​ບໍ­ລິ­ສັດເປັນ​ຜູ້​ເກັບ​ຊື້​ຜົນ​ຜະ­ລິດ​ແລ້ວ​ສົ່ງ​ອອກ.

ທ່ານ​ຜູ້­ອຳ­ນວຍ­ການ​ໃຫ້​ຮູ້​ຕື່ມ​ວ່າ: ໂຮງ­ສີ​ເຂົ້າ​ທັງ 4 ແຫ່ງ​ແມ່ນ​ໄດ້​ນຳ​ໃຊ້ເຄື່ອງ​ຈັກ​ທີ່​ມີ​ເຕັກ​ໂນ​ໂລ​ຢີ​ທີ່​ທັນ​ສະ­ໄໝ, ຜະ­ລິດ​ເຂົ້າ​ໄດ້​ມາດ­ຕະ­ຖານ​ຮັບ­ປະ­ກັນຄຸນ​ນະ​ພາບ​ສູງຊຶ່ງ​ມີ​ກຳ­ລັງ​ການ​ຜະ­ລິດ​ຢູ່ໃນ​ລະ­ດັບ 1,50 ແສນ​ໂຕນ​ຕໍ່​ປີ, ຜ່ານ​ມາໄດ້​ມີ​ການ​ຜະ­ລິດແລະ​ສົ່ງ​ເຂົ້າ­ໜຽວໄປ​ຕ່າງ­ປະ­ເທດ​ແລ້ວ​ຈຳ­ນວນ​ໜື່ງຊຶ່ງ​ລູກ​ຄ້າ​ມີ​ຄວາມ​ພໍ­ໃຈ​ເປັນ​ຢ່າງ​ດີ, ໂດຍ​ສະເພາະ​ແມ່ນ​ຕະ­ຫຼາດ ສປ ຈີນ, ຢູ່​ໂຣບ ແລະ​ອາ​ເມ​ລິ​ທີ່​ມີ​ຄວາມ​ຕ້ອງ­ການ​ເຂົ້າໜຽວ​ຈາກ​ບໍ­ລິ­ສັດ​ຫລາຍ, ສະ­ເພາະ​ໃນປີ 2016 ນີ້​ບໍ­ລິ­ສັດ​ຕັ້ງ​ເປົ້າ​ຈະ​ສົ່ງ​ເຂົ້າໜຽວ​ໄປ​ຕະ­ຫຼາດ ສປ ຈີນ ຢ່າງ​ຕ່ຳ  6000 ໂຕນ ແລະ​ເຂົ້າ­ຈ້າວ 1000 ໂຕນ.

ຢ່າງ­ໃດ​ກໍ​ຕາມເນື່ອງ​ຈາ​ກວ່າ​ປະ­ຈຸ​ບັນ​ປະ­ຊາ­ຊົນ​ຍັງ​ນຳ​ໃຊ້​ແນວ​ພັນ​ເຂົ້າ​ຫຼາຍຊະ­ນິດ​ປູກ​ໃນ​ເນື້ອ­ທີ່​ດຽວ​ກັນ​ເຮັດ​ໃຫ້​ເວ­ລາ​ຜະ­ລິດ​ເຂົ້າ​ອອກ​ມາ​ບໍ່​ໄດ້​ຕາມ​ຮູບ​ແບບ​ດັ່ງ­ນັ້ນ​ບໍ­ລິ­ສັດ​ຈີ່ງ​ໄດ້​ມີ​ການ​ສົ່ງເສີມ​ໃຫ້​ປະ­ຊາ­ຊົນ ແລະ​ຂະ­ຫຍາຍ​ແນວ ພັນ​ເຂົ້າ­ໜຽວ​ທີ່​ຕະ­ກຸນ ແລະ​ມີ​ຄຸນ​ນະພາບ​ເພື່ອ​ແຈກ​ຢາຍ​ໃຫ້​ປະ­ຊາ­ຊົນ​ປູກ, ເມື່ອ​ເວ­ລາ​ຜະ­ລິດ​ອອກ​ມາ​ສົ່ງ​ຂາຍ​ໄປ ຕ່າງ­ປະ­ເທດ​ກໍ່​ຈະ​ສາ­ມາດ​ຂາຍ​ໃນ​ລາ­ຄາ​ທີ່​ສູງ​ຂຶ້ນ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...