spot_img
Homeນານາສາລະປະໂຫຍດດີໆຂອງ ເຫລົ້າໂວດກາ ທີ່ທ່ານອາດບໍ່ເຄີຍຮູ້

ປະໂຫຍດດີໆຂອງ ເຫລົ້າໂວດກາ ທີ່ທ່ານອາດບໍ່ເຄີຍຮູ້

Published on

ເຫລົ້າໂວດກາທີ່ຄໍເຫລົ້າຫລາຍທ່ານ ມັກປະສົມກັບບີສັດ ຫຼື ແມ່ນຫຍັງກໍແລ້ວແຕ່ເມື່ອປະສົມແລ້ວໃຫ້ປະໂຫຍດຫຍັງກໍບໍ່ແນ່ໃຈ ແຕ່ທີ່ແນ່ໆຄື ເມົາ,ໃນໂຕຈິງແລ້ວໂວດກາ ຍັງມີຄຸນປະໂຫຍດຫລາຍກວ່າຄຳວ່າເມົາ ເຊິ່ງໂວດກາຈະມີສັບພະຄຸນແນວໃດແນ່ເຮົາມາຮູ້ຈັກກັນເລີຍ

weddinginlov

ຊ່ວຍຫລຸດກິ່ນອັບຕາມເສື້ອຜ້າ

ໂວດການັ້ນ ສາມາດຂ້າເຊື້ອແບັກທີເຣຍທີ່ຕົກຄ້າງຕາມເສື້ອຜ້າໄດ້ ແລະ ຍັງເຮັດໃຫ້ບໍ່ມີກິ່ນອີກດ້ວຍ ທ່ານຈິ່ງສາມາດໄປສີດພົ່ນໃສ່ເສື້ອຜ້າ ແລ້ວນຳໄປເບີຍໃນທີ່ທີ່ມີລົມລ່ວງ ຈາກນັ້ນກໍນຳມານຸ່ງໄດ້ຢ່າງສະບາຍ ແລະ ບໍ່ມີກິ່ນອັບ.

ຊ່ວຍໃຫ້ດອກໄມ້ສົດຊື່ນໄດ້ດົນ

ພຽງແຕ່ໃສ່ ໂວດກາ ຢອດດຽວ ກັບນໍ້າຕານຢິບນ້ອຍໆ 1ຢິບ ປົນລົງໄປໃນເຕົ້າດອກໄມ້ ຈະຊ່ວຍໃຫ້ດອກໄມ້ສົດຊື່ນສົດໃສໄດ້ດົນຂຶ້ນກວ່າເກົ່າ.

images4

ສີດໄລ່ແມງວັນ

ຖ້າບໍ່ຄິດວ່າເປັນການລົງທຶນຫລາຍໂພດ ທ່ານອາດນຳເອົາໂວດກາມາໃສ່ຕຸກສະເປຣ ແລ້ວນຳໄປສີດພົ່ນໃສ່ຕາມຈຸດທີ່ຕ້ອງການຈະຊ່ວຍເປັນຢາໄລ່ແມງວັນ ແລະ ແມງໄມ້ອື່ນໆໄດ້.

ຊ່ວຍຂ້າສັດຕູພືດ

ນຳໂວດກາໜຶ່ງອອນຊ໌ ປົນກັບນໍ້າຢາລ້າງຖ້ວຍສອງສາມຢອດ ແລະ ນໍ້າລ້າ 2 ຖ້ວຍ ປະສົມເຂົ້າກັນ ສາມາດນຳໄປສີດພົ່ນເພື່ອຂ້າສິ່ງເຫລົ່ານັ້ນໄດ້.

ຮັກສາຜື່ນຈາກການຖືກແມງໄມ້ກັດ

ໃຫ້ຮວາດເຫລົ້າ ໂວດກາ ໃສ່ບ່ອນທີ່ຖິກແມງໄມ້ກັດ ຈະຊ່ວຍຫລຸດອາການແສບຮ້ອນ ແລະ ຜິວໜັງໃຄ່ບວມແດງໄດ້.

880-6626169301547763350

ລຶບຮອຍເປື້ອນໃນເສື້ອຜ້າ

ໃຊ້ ໂວດກາ ປົນກັບນໍ້າຢາກຳຈັດຄາບເປື້ອນ ແລ້ວນຳເຄື່ອງລົງໄປຊັກຄາບເປື້ອນກໍ່ຈະຫລຸດອອກໄດ້.

ເປັນນໍ້າຢາລີດຜ້າ

ຜອງໂວດກາປະມານ 3 ອອນຊ໌ ກັບນໍ້າມັນສະກັດຈາກ ລາເວັນເດີ12 ຢອດ ຄົນໃຫ້ເຂົ້າກັນ ປະໄວ້ 1 ມື້ ແລ້ວຈິ່ງຕື່ມນໍ້າບໍລິສຸດ 12 ອອນຊ໌ ສັ່ນໃຫ້ເຂົ້າກັນ ແລ້ວນຳມາສີດໃສ່ເສື້ອຜ້າ ກ່ອນນຳໄປລີດດ້ວຍເຕົາລີດໄຟຟ້າ ສູດນີ້ສາມາດເກັບມ້ຽນໃນຕູ້ເຢັນໄດ້ເຖິງ 6 ອາທິດ ກິ່ນລາເວັນເດີຈິ່ງຄ່ອຍເຫີຍ.

img_process

ຊ່ວຍຂັດເງົາ

ບໍ່ວ່າຈະເປັນໂລຫະ ເຄື່ອງແກ້ວ ຫຼື ດິນເຜົາ ຖ້າຕ້ອງການໃຫ້ກ້ຽງງາມຈົນເປັນເງົາ ພຽງແຕ່ເອົາຜ້າແພຈຸບ ໂວດກາ ແລ້ວນຳໄປຂັດສິ່ງດັ່ງກ່າວກໍ່ຈະເຮັດໃຫ້ເກີດຄວາມເງົາງາມໄດ້.

ລອກຮອຍກາວໜຽວຂອງສະຕິກເກີ 

ຮອຍກາວໜຽວຈາກສະຕິກເກີທີ່ຕິດຕາມຝາ ຕິດຂ້າງຕູ້ເຢັນ ຫຼື ຕິດທີ່ແວ່ນລົດ ໃຊ້ຟອງນໍ້າຈຸ່ມໂວດກາ ນຳໄປຮຸກຖູຮອຍກາວອອກແລ້ວລ້າງດ້ວຍນໍ້າທີ່ປົນນໍ້າຢາລ້າງຖ້ວຍໜ້ອຍໜຶ່ງ ກໍບອກລາຮອຍເປື້ອນດັ່ງກ່າວໄດ້ເລີຍ.

ຄາບເຊື້ອຣາຕິດຝາພະໜັງໄດ້

ສີດໂວດກາລົງບໍລິເວນມີຄາບເຊື້ອຣາ ປະໄວ້ປະມານ 10-20 ນາທີ ແລ້ວໃຊ້ຜ້າເຊັດອອກ ຫຼື ໃຊ້ແປງຖູອອກ ກໍ່ຈະເຮັດໃຫ້ຄາບເຊື້ອຣາຫລຸດອອກໄດ້

ທີ່ມາ: http://www.girlsfriendclub.com/

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...