7 ສິ່ງມະຫັດສະຈັນຂອງໂລກໃນສະໄໝບູຮານ

ວັນນີ້ພວກເຮົາຈະພາທຸກທ່ານມາຮູ້ຈັກກັບ ສິ່ງມະຫັດສະຈັນ ແຕ່ເປັນສິ່ງກໍ່ສ້າງທີ່ມະນຸດສ້າງຂຶ້ນ ແລະ ມີຄຸນຄ່າທາງປະຫວັດສາດ ສະຖາປັດຕະຍາກຳ ປະຕິມະກຳ ໂດຍສະເພາະສິ່ງທີ່ເຫຼືອເຊື່ອ ເມື່ອເບິ່ງແລ້ວບໍ່ໜ້າເຊື່ອວ່າມະນຸດຈະສ້າງຂຶ້ນມາໄດ້ ເພາະມັນໃຫຍ່ໂຕມະໂຫລານ ແລະ ສວຍງາມຂະໜາດນີ້

ການຈັດແບ່ງສິ່ງມະຫັດສະຈັນທາງສະຖາປັດຕະຍາກຳ ຫຼື ໃນດ້ານການກໍ່ສ້າງ ສາມາດແບ່ງອອກເປັນ 3 ຍຸກ ຫຼື 3 ສະໄໝຄື:

–  ສິ່ງຫໍ່ສ້າງທີ່ມະຫັດສະຈັນສະໄໝບູຮານ

–  ສິ່ງຫໍ່ສ້າງທີ່ມະຫັດສະຈັນສະໄໝກາງ

–  ສິ່ງຫໍ່ສ້າງທີ່ມະຫັດສະຈັນສະໄໝປັດຈຸບັນ

ສິ່ງມະຫັດສະຈັນຂອງໂລກສະໄໝບູຮານ (ອາຍຸຕັ້ງແຕ່ 5,000 ປີ ກ່ອນ ຄ.ສ 500) ຈັດໂດຍນັກປາດຊາວກຣິກ ຊື່ ແອນຕິເພເຕີຣ ( Antipater ) ແຫ່ງໄຊດອນ ( Sidon )ໃນສັດຕະວັດທີສອງກ່ອນ ຄ.ສ ສິ່ງມະຫັດສະຈັນຂອງໂລກທັງ 7 ຢ່າງໃນສະໄໝບູຮານເປັນຜົນງານຂອງມະນຸດທາງດ້ານວິສະວະກຳ, ສະຖາປັດຕະຍາກຳ ແລະ ສີລະປະຊວນພິດສະຫວົງ, ຈາກຍຸກສະໄໝທຳອິດເລີ່ມຈາກຍຸກອະລິຍະທຳຂອງໂລກໃນແຖບລຸ່ມແມ່ນ້ຳໄນລ໌ ໃນອີຢິບ ເຖິງຍຸກຄວາມຮຸ່ງເຮືອງຂອງອະລິຍະທຳກຣິກບູຮານ ແລະ ຍຸກສະໄໝອານາຈັກໂຣມັນເຮືອງອຳນາດ

1.ພີຣະມິດອີຢິບ (The Pyramids of Egypt)

3026145

ປີລະມິດອີຢິບເປັນສິ່ງມະຫັດສະຈັນຍຸກບູຮານພຽງສິ່ງດຽວທີ່ຍັງຄົງສະພາບເດີມເກືອບສົມບູນເໝືອນໃນອະດີດ ຕັ້ງຢູ່ທາງຕະເວັນຕົກຂອງແມ່ນ້ຳໄນລ໌ ທີ່ເມືອງ ກີຊາ (Giza) ທາງທິດເໜືອຂອງນະຄອນໄຄໂຣ ເມືອງຫຼວງຂອງອີຢິບ ປະກອບມີພີລະມິດໃຫຍ່ 3 ອົງ ຄືພິລະມິດບັນຈຸພຣະສົບຂອງຟາໂຣ ຄີອອບສ໌ (Cheops)  ຄີເຟຣນ (Chephren)  ແລະ ໄມເຊີຣິມຸສ (Mycerimus)  ພີລະມິດ ຄິອອບ ເປັນພີລະມິດທີ່ໃຫຍ່ທີ່ສຸດສ້າງຂຶ້ນມາປະມານ 3500 ປີກ່ອນ ຄ.ສ ເມື່ອກ່ອນສູງເຖິງ  481 ແມັດ ແຕ່ປັດຈຸບັນຫລຸດລົງເຫຼືອ 450 ແມັດ ຖານຂອງພີລະມິດຄອບຄຸມພື້ນທີ່ປະມານ 32.5 ໄຮ່ (13 ເອເຄີຣ) ສ້າງຂຶ້ນໂດຍການໃຊ້ຫີນຕັດເປັນແທ່ງສີ່ຫຼ່ຽມ ກ້ອນລະປະມານ 2.5 ໂຕນ ເຖິງ 30 ໂຕນ ໂດຍໃຊ້ຫິນທັງໝົດກວ່າ 2.3 ລ້ານກ້ອນ ໃຊ້ແຮງງານທາດ ແລະ ກຳມະກອນໃນການກໍ່ສ້າງປະມານ 100,000 ຄົນ ໃຊ້ເວລາສ້າງປະມານ 20 ປີ ສຳລັບພີລະມິດຄີເຟຣນ ຫຼີ ພີລະມິດຮູບສະຟິງຊ໌ເຊິ່ງເປັນຄົນເຄິ່ງຣາຊາສິງ ໂດຍໃບໜ້າເປັນຄົນມີໂຕເປັນຣາຊາສິງຢູ່ໃນທ່າໝອບເຝົ້າໜ້າພີລະມິດຄີອອບສູງປະມານ 66 ແມັດ

2. ປະພາຄາຟາໂຣສແຫ່ງອາເລັກຊານເດຣຍ  (The Pharos (Lighthouse) of Alexandria)

302 (1)

ປະພາຄາຟາໂຣສແຫ່ງອາເລັກຊານເດຣຍ ຕັ້ງຢູ່ເທິງເກາະຟາໂຣສແຄມຝຣັ່ງທະເລເມດິເຕີເຣນ້ຽນ ທີ່ເມືອງອາເລັກຊານເດຣຍ ປະເທດອີຢິບ ສ້າງຂຶ້ນເມື່ອປະມານ 270 ປີກ່ອນ ຄ.ສ ສະໄໝຂອງພຣະເຈົ້າໂຕເລມີທີ 2 (Ptolemy II )  ໂດຍສະຖາປະນິກຊາວກຣີກນາມວ່າ ໂຊສເຕີຣໂຕຣ (Sostratos) ຕົວປະພາຄາສູງປະມານ 200-600 ແມັດ ສ້າງດ້ວຍຫີນອ່ອນສະລັກລວດລາຍທີ່ວິຈິດບັນຈົງທີ່ສຸດ ມີຂັນໄດວົນເປັນທາງຂຶ້ນໄປສູ່ຍອດປະພາຄາ ເຊິ່ງມີຕະກຽງຂະໜາດໃຫຍ່ສ່ອງແສງສະຫວ່າງເຫັນໄດ້ຊັດເຈນໃນຍາມກາງຄືນ ເຮັດໃຫ້ອາເລັກຊານເດຣຍເປັນເມືອງທ່າທີ່ງົດງາມທີ່ສຸດ ແຕ່ໃນສັດຕະວັດທີ 13 ປະພາຄາຟາໂຣສໄດ້ພັງທະລາຍລົງເນື່ອງຈາກເກີດແຜ່ນດິນໄຫວ

3.ສວນລອຍແຫ່ງບາບີໂລນ (The Hanging Garden of Babylon)

img_1355413148_533

ສວນລອຍບາບີໂລນ ຕັ້ງຢູ່ເທິງແຄມຝັ່ງແມ່ນ້ຳຢູເຟຣຕິສ ເທິງຜືນແຜ່ນດິນຂອງປະເທດອີລັກໃນປັດຈຸບັນ ສວນລອຍບາບີໂລນເປັນສິ່ງກໍ່ສ້າງທີ່ມະຫັດສະຈັນທີ່ ຈັກກະພັດ Nebuchadnezzar II ແຫ່ງນະຄອນບາບີໂລນເນຍປະສົງໃຫ້ສ້າງຂຶ້ນເພື່ອເປັນອຸດທະຍານພັກຜ່ອນໃຫ້ແກ່ພຣະມະເຫສີຂອງພຣະອົງ ເມື່ອປະມານ 600 ປີກ່ອນ ຄ.ສ ສວນລອຍທີ່ສ້າງເທິງພື້ນທີ່ກຶ່ງທະເລຊາຍນີ້ມິລັກສະນະເປັນຊັ້ນໆຂຶ້ນໄປສູງປະມານ 75 ແມັດ ໃນພື້ນທີ່ 400 ຕາລາງແມັດ ລະບຽງຂອງແຕ່ລະຊັ້ນໄດ້ຮັບການຕົບແຕ່ງດ້ວຍດອກໄມ້, ໄມ້ພຸ່ມ ແລະ ໄມ້ຢືນຕົ້ນຕ່າງໆ ໂດຍມີລະບົບຊົນລະປະທານນ້ຳຈາກແມ່ນ້ຳຢູເຟຣຕິສຂຶ້ນໄປສູ້ຊັ້ນເທິງສຸດ ເພື່ອປ່ອຍນ້ຳໄຫລລົງໄປທີ່ຊັ້ນຕ່າງໆ ສ່ວນຝາຜະໜັງປະດັບປະດາດ້ວຍກະຈົກສີຢ່າງສວຍງາມ ປັດຈຸບັນສວນບາບີໂລນໄດ້ພັງທະລາຍສູນຫາຍໄປໝົດແລ້ວ

4.ສຸສານມຸສໂຊລຽມແຫ່ງຮາລິຄານາສຊັສ (The  Mausoleum  at Halicarnassus)

Mausoleum Maussollos

ສຸສານມຸສໂຊລຽມແຫ່ງຮາລິຄານາສຊັສ ສ້າງຂຶ້ນໂດຍພຣະນາງອາເຕມີເຊຍ ພຣະມະເຫສີຂອງຈັກກະພັດມຸສໂຊລຸສ (Mausolus) ແຫ່ງຄາເຣຍ ເພື່ອເປັນທີ່ຝັງສົບຂອງຈັກກະພັດມຸສໂຊລຸສ ຫຼັງຈາກທີ່ພຣະອົງສະຫວັນນະຄົດລົງເມື່ອ 353 ປີ ກ່ອນ ຄ.ສ ຕັ້ງຢູ່ທີ່ເມືອງ ຮາລິຄານາສຊັສ ຫຼື ເມືອງ ຊາເຣຍ ທີ່ປະເທດອີຣານໃນປັດຈຸບັນ ຕົວສູສານສູງປະມານ 135 ແມັດ ຄວາມຍາວຖານໂດຍຮອບ 460 ແມັດ ສ້າງດ້ວຍຫີນອ່ອນລ້ວນ ຫຼັງຄາຊັ້ນເທິງສຸດເປັນຖານສີ່ຫຼ່ຽມມີຮູບແກະສະລັກຂອງພຣະເຈົ້າມຸສໂຊລຸສປະທັບຣາຊຣົດທຽມມ້າຢ່າງສະຫງ່າງາມ ແຕ່ຕໍ່ມາປະມານ ຄ.ສ 12-13 ໄດ້ເກີດແຜ່ນດິນໄຫວຂຶ້ນເຮັດໃຫ້ສຸສານພັງທະລາຍລົງ ປັດຈຸບັນຈິ່ງຄົງເຫຼືອແຕ່ຊາກຫັກພັງ ບາງສ່ວນແມ່ນພິພິດທະພັນແຫ່ງອັງກິດເກັບອະນຸລັກຮັກສາໄວ້ໃຫ້ຄົນລຸ້ນຫຼັງໄດ້ສຶກສາຕໍ່ໄປ

5.ອະນຸສາວະລີໂຄໂລສຊູສແຫ່ງເກາະໂຣດສ໌  (The Colossus of Rhodes)

2DCD969100000578-0-image-a-1_1446195317969

ອະນຸສາວະລີໂຄໂລສຊູສ ຫຼື ເທບພຣະເຈົ້າອະພໍໂລ (Apollo) ເປັນເທວະຮູບທີ່ຫລໍ່ຂຶ້ນດ້ວຍທອງຄຳສຳລິດໃນທ່າຢືນ ຕັ້ງຢູ່ທີ່ເມືອງໂຣດສ໌ ປະເທດກຣີກ ສູງປະມານ 120 ແມັດ ສ້າງຂຶ້ນມາເມື່ອປະມານ 300 ປີ ກ່ອນຄ.ສ ໂດຍຈັກກະພັດຊາເຣສແຫ່ງລີນດຸສ (chares of Lindus) ໃຊ້ເວລາກໍ່ສ້າງປະມານ 12 ປີ ແຕ່ພັງທະລາຍລົງຫຼັງຈາກກໍ່ສ້າງໄດ້ປະມານ 60 ປີ ເນື່ອງຈາກແຜ່ນດິນໄຫວເມື່ອ 224 ປີກ່ອນ ຄ.ສ ແລະ ບໍ່ໄດ້ຮັບການບູລະນະສ້ອມແປງເປັນເວລາກວ່າ 900 ປີ ຈົນຮອດສັດຕະວັດທີ 10 ຊາວເມືອງຊາຣາເຊນສ໌ໄດ້ມີການຊື້ເສດທອງຄຳສຳລິດຂອງອະນຸສາວະລີ ເພື່ອນຳໄປຫຼໍ່ເຮັດອາວຸດສົງຄາມຈົນໝົດ ເທວະຮູບຂະໜາດໃຫຍ່ຢືນກວາມປາກອ່າວໃຫ້ເຮືອແລ່ນລອດຜ່ານໄປມາແຫ່ງນີ້ ຈິ່ງບໍ່ເຫຼືອແມ່ນແຕ່ເສດສິ້ນສ່ວນຄວາມຍິ່ງໃຫຍ່ໄວ້ເລີຍ

6.ວິຫານໄດອານາ (ອາຣເທມີສ) ແຫ່ງເມືອງເອຟີຊູສ (The Temple of Diana (Artemis) at Epesus)

artemis-4

ວິຫານໄດອານາ ຕັ້ງຢູ່ໃນເມືອງເອຟີຊູສ ປະເທດກຣີກ ສ້າງຂຶ້ນດ້ວຍຫີນອ່ອນເມື່ອປະມານ 550 ປີກ່ອນຄ.ສ ຕົວວິຫານກ້ວາງ 160 ແມັດ, ຍາວ 342 ແມັດ ດ້ານກ້ວາງມີເສົາຫີນອ່ອນຮຽງ 8 ຕົ້ນ ດ້ານຍາວຮຽງ 20 ຕົ້ນ ເສົາແຕ່ລະຕົ້ນສູງ 60 ແມັດ ເສັ້ນຜ່າສູນກາງກ້ວາງ 6 ແມັດ ຫຼັງຄາເຮັດດ້ວຍໄມ້ມຸງກະເບື້ອງຫີນອ່ອນ ຂະໜາດຂອງວິຫານຮອບຄຸມພື້ນທີ່ 54,720 ຕາລາງແມັດ ເປັນວິຫານທີ່ສວຍງາມຫຼາຍ ເຊື່ອກັນວ່າສ້າງຂຶ້ນເພື່ອຖວາຍເທບທິດາອາຣເທມີສ ຜູ້ສະເດັດລົງມາຈາກສະຫວັນເພື່ອຊ່ວຍຊາວເມືອງໃຫ້ພົ້ນຈາກໄພພິບັດ ແລະ ຄວາມຫາຍະນະທັງປວງ ວິຫານໄດອານາໄດ້ຮັບການບູລະນະສ້ອມແປງເມື່ອປີ ຄ.ສ 186 ເນື່ອງຈາກໄຟໄໝ້ ແຕ່ປັດຈຸບັນເຫຼືອແຕ່ຊາກໂຄງຮ່າງທີ່ຍັງງົດງາມໄວ້ສຶກສາກັນຕໍ່ໄປ

7.ອະນຸສາວະລີເທບພຣະເຈົ້າຊີອຸສ (ຈູປີເຕີຣ) ແຫ່ງໂອລິມເປຍ (The Statue of Zeus (Jupeter) at  Olympia)

zeus_2

ອະນຸສາວະລີເທບພຣະເຈົ້າຊີອຸສ (ຈູປີເຕີຣ) ແຫ່ງໂອລິມເປຍ ປະເທດກຣີກ ສ້າງຂຶ້ນໂດຍນັກປະຕິມະກຳນາມວ່າ ຟິດິອັສ ໃນຊ່ວງເວລາລະຫວ່າງ ຄ.ສ 53-111 ເປັນອະນຸສາວະລີສະລັກດ້ວຍງາຊ້າງຮູບເທບພຣະເຈົ້າຊີອຸສປະທັບນັ່ງບັນລັງ ສູງປະມານ 40 ແມັດ ພະຫັດຂວາຖືຮູບຈຳລອງເທບແຫ່ງໄຊຊະນະ (A Small Figure of Victory) ພະຫັດຊ້າຍຖືຄາທາ ສະຫຼອງພຣະອົງ ແລະ ເຄື່ອງປະດັບເຮັດດ້ວຍທອງຄຳລ້ວນ ຊາວກຣີກບູຮານໃຫ້ຄວາມເຄົາລົບນັບຖືວ່າເປັນເທວະຮູບສັກສິດອົງໜຶ່ງ ແຕ່ປັດຈຸບັນໄດ້ພັງທະລາຍສູນຫາຍໄປໝົດເຫຼືອໄວ້ພຽງໃນຮູບແຕ້ມ ແລະ ໃນຫຼຽນບູຮານເທົ່ານັ້ນ

ແລະ ທັງໝົດນີ້ແມ່ນ ສິ່ງມະຫັດສະຈັນຂອງໂລກສະໄໝບູຮານ ຫວັງວ່າທຸກທ່ານຈະໄດ້ຮັບຂໍ້ມູນຄວາມຮູ້ດີໆ ແລະ ໂອກາດໜ້າພວກເຮົາຈະມານຳສະເໜີສິ່ງມະຫັດສະຈັນຂອງໂລກສະໄໝໃດນັ້ນຕ້ອງຕິດຕາມຕໍ່ໄປ

ທີ່ມາ: http://kwanlikehistory.blogspot.com/