spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 6)

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 6)

Published on

ອ່ານຕໍ່ຈາກສະບັບກ່ອນ

ໂຕ້ໄດ້ຍົກມືຂຶ້ນແລ້ວຕອບຕຸ່ນໄປແບບນ້ຳສຽງທຳມະດາວ່າ: ບໍ່ເປັນຫຍັງ! ບໍ່ເປັນຫຍັງ ທັງທີ່ໃນໃຈມັນຮ້ອນປານໄຟ

ແລະການແຂ່ງຂັນກໍ່ມາຮອດວັນສຸດທ້າຍທຸກທີມກໍ່ໄດ້ສະແດງຄວາມສາມາດຢ່າງເຕັມທີ່ແຕ່ທຸກຢ່າງມັນກໍ່ຕ້ອງມີແພ້ມີຊະນະ ຫ້ອງ 6/1 ກີລາເຕະບານສາມາດຍາດໄດ້ທີ 1 ມາຄອງ, ກີລາບານບ້ວງຍາດໄດ້ທີ 2, ກີລາເຕະຕໍ້ຍາດໄດ້ທີ 3, ກີລາບານຕີຕົກຮອບ, ສະແດງລະຄອນຕົກຮອບ, ຟ້ອນໄດ້ທີ 3

ໃນຕອນແລງວັນເສົາອາຈານປະຈຳຫ້ອງໄດ້ພາທຸກຄົນໃນຫ້ອງໄປລ້ຽງທີ່ຮ້ານຊີ້ນດາດໃກ້ໂຮງຮຽນ ທຸກຄົນກໍ່ພາກັນໄປກິນດ້ວຍຄວາມມ່ວນຊື່ນ ເພື່ອສະຫຼອງກັບໄຊຊະນະທີ່ໄດ້ຮັບ ເປົາເອງກໍ່ຄວງແຂນດ້າໄປຮ່ວມງານນຳ ໃນຂະນະກິນຢູ່ນັ້ນເປົາພະຍາຍາມເຮັດສະຫວີດຫວານກັບດ້າ ເພ່ື່ອຈະໃຫ້ຕຸ່ນໂມໂຫ ທີ່ຈິງຕຸ່ນກໍ່ຮູ້ສຶກເຈັບໃນໃຈຈີ໊ດໆເລັກໜ້ອຍ ແຕ່ບໍ່ສະແດງອາການ ແລະ ຕຸ່ນກໍ່ໄດ້ເຮັດຕອບຄືນດ້ວຍການເອົາໃຈໃສ່ໂຕ້ສາລະພັດປານຄົນເປັນແຟນກັນແທ້ ຈົນໝູ່ໃນຫ້ອງໃຜກໍ່ພາກັນຄິດວ່າຕຸ່ນກັບໂຕ້ເປັນແຟນກັນແທ້ ສ່ວນໂຕ້ກໍ່ຮູ້ໃນໃຈວ່ານີ້ເປັນພຽງການສະແດງແຕ່ລາວກໍ່ຍິນດີຮັບການກະທຳຈາກຕຸ່ນໂດຍບໍ່ຂັດຂືນເລີຍ ເພາະໂຕ້ຮູ້ສຶກມີຄວາມສຸກຈົນບໍ່ຢາກໃຫ້ຮອດວັນໝົດກຳນົດ

ຮອດເວລາ 22:00ໂມງ ພວກເຂົາໄດ້ພາກັນເລີກກິນລ້ຽງໂຕ້ໄດ້ຂັບລົດໄປສົ່ງຕຸ່ນທີ່ເຮືອນ ທີ່ໜ້າບ້ານກ່ອນທີ່ໂຕ້ຈະກັບຕຸ່ນໄດ້ກ່າວຄຳຂອບໃຈ ແລະ ບອກລັບຝັນດີ ເຊິ່ງໂຕ້ກໍ່ບອກລັບຝັນດີຕຸ່ນຄືນ ໃນເວລາທີ່ໂຕ້ຂັບລົດຈັກເທນ້າຕາເພັດ ກັບເຮືອນລາວຮູ້ສຶກມີຄວາມສຸກ ແລະ ຍີ້ມໄປສຸດທາງ

ເມື່ອເຂົ້າຫ້ອງນອນໂຕ້ໄປຈັບເອົາອາລະບ້ຳຮູບທີ່ຕົນໄດ້ຖ່າຍມື້ວັນງານທີ່ໄປລ້າງມາແລ້ວຂຶ້ນມາເບິ່ງ ມີຮູບຕອນທີ່ຕຸ່ນກຳລັງຟ້ອນ, ຮູບຖ່າຍຕອນເດີນຂະບວນ ແລະ ຮູບທີ່ຕົນ ແລະ ເພື່ອນໆຖ່າຍຮ່ວມກັນ ພ້ອມທັງມີຮູບຖ່າຍຄູ່ລະຫວ່າງຕົນກັບຕຸ່ນພຽງສອງຄົນ ທັງເບິ່ງທັງຍິ້ມ ແລະ ລາວກໍ່ລັກຈູບຮູບຕຸ່ນເບົາໆກ່ອນຈະນອນລັບຝັນດີ

ສ່ວນຕຸ່ນເມືອເຂົ້າຫ້ອງນອນລາວໄດ້ແນມໄປທີ່ຕຸກກະຕາໝາທີ່ເປົາຊື້ໃຫ້ ຕຸ່ນໄດ້ຈັບຕຸກກະຕາຂຶ້ນມາກອດໄວ້ດ້ວຍຫົວໃຈທີ່ແຜ່ວໆ ແລະ ຄິດເຫັນໜ້າເປົາໃນເວລາດູແລດ້າ ແລະ ຄິດເຫັນເວລາທີ່ເປົາດູແລຕົວເອງ ຕຸ່ນຄິດວ່າຄວາມສຸກເຫຼົ່ານັ້ນມັນຄົງບໍ່ກັບມາຫາລາວອີກແລ້ວ ຕຸ່ນໄດ້ຖອນຫາຍໃຈ ແລ້ວລົ້ມຕົວນອນກອດຕຸກກະຕາໄວ້ແໜ້ນ.

ບ່າຍວັນຈັນທີ່ໂຮງຮຽນໃນຊົ່ວໂມງເລີກເມືອ ວັນນີ້ໂຕ້ບໍ່ກັບເມືອກິນເຂົ້າສວາຍຢູ່ເຮືອນເໝືອນທຸກວັນ ລາວໄດ້ຊວນຕຸ່ນໄປກິນເຂົ້າປຽກທີ່ຮ້ານອາຫານໃນໂຮງຮຽນທັງກິນທັງລົມກັນໄປ ແລະ ໂຕ້ໄດ້ເອີ່ຍປາກຊວນຕຸ່ນໄປເຮືອນໃນຕອນແລງມື້ນີ້ເຊິ່ງເປັນວັນເກີດອ້າຍລາວ ແລະ ຕຸ່ນກໍ່ຮັບປາກວ່າຈະໄປ ເມື່ອຮອດຕອນແລງຫຼັງຈາກຕຸ່ນທີ່ຕຸ່ນ ນິ້ງເຂົ້າອາບນ້ຳປ່ຽນເຄື່ອງແລ້ວ ຕຸ່ນກໍ່ຄອບແມ່ອອກໄປ ລາວໄດ້ໄປທີ່ຮ້ານເຄັກ ແລະ ເລືອກຊື້ເຄັກກ້ອນໜຶ່ງໄປເປັນຂອງຂັວນວັນເກີດໃຫ້ອ້າຍຂອງໂຕ້ ເມື່ອຕຸ່ນໄປຮອດເຮືອນໂຕ້ ທີ່ໜ້າບ້ານໝາໂຕ້ໄດ້ເຫົ່າຂຶ້ນ ເມື່ອໂຕ້ໄດ້ຍິນສຽງໝາເຫົ່າລາວກໍ່ຄິດວ່າຕອງແມ່ນຕຸ່ນມາຮອດແລ້ວ ໂຕ້ໄດ້ຟ້າວອອກມາຮັບເອົາ ແລະ ພາຕຸ້ນຍ່າງເຂົ້າໄປໃນເຮືອນ ຕຸ່ນໄດ້ໄປສະບາຍດີພໍ່-ແມ່ ແລະ ອ້າຍຂອງໂຕ້ ທີ່ນັ່ງຢູ່ໃນເຮືອນ ຕຸ່ນໄດ້ເອົາເຄັກໃຫ້ໂຕ້ເອົາໄປໄວ້ໃນຕູ້ເຢັນຈາກນັ້ນຕຸ້ນກໍ່ຍ່າງເຂົ້າໄປໃນເຮືອຄົວພ້ອມໂຕ້ ທຳອິດລາວຄິດວ່າວັນເກີດຄືມາມິດງຽບແທ້ ແຕ່ທີ່ຈິງຄົນມາໂຮມກັນຢູ່ເຮືອນຄົວໝົດ ພວກເຂົາກຳລັງພາກັນເຮັດກິນ ຕຸ່ນກໍ່ບໍ່ລໍຊ້າຟ້າວເຂົ້າໄປຊ່ວຍເຮັດກິນທັນທີ ແລະ ລົມກັບທຸກຄົນຢ່າງເປັນມິດ ແລະ ບໍ່ມີທ່າທີເຂີນອາຍ ເຮັດໃຫ້ທຸກຄົນເຂົ້າກັບຕຸ່ນໄດ້ດີ ອາຫານວັນນີ້ມີປີ້ງບາບີຄິວ, ຢຳຍໍ່, ເຂົ້າພັດ, ຈີນລູກຊີ້ນ, ປີ້ງຕິນໄກ່ ບາງຄົນກໍ່ພາກັນໄປຈັດໂຕະ ແລະ ຕິດເຕົາປີ້ງບາບີຄິວທີ່ໜ້າບ້ານ ໃນຂະນະທີ່ໂຕ້ກຳລັງຕິດເຕົາຢູ່ນັ້ນ ຕ້ອມອ້າຍຂອງໂຕ້ກໍ່ຍ່າງມາໃກ້ໆແລ້ວຖາມ

ຕ້ອມ: ຄົນນີ້ບໍແມ່ນຜູ້ສາວໂຕ

ໂຕ້ຍິ້ມແລະ ຕອບແບບອາຍໆ: ບໍ່ແມ່ນ! ຄົນນີ້ໝູ່ເຮົາ

ຕ້ອມ: ແມ່ນບໍ້! ຄິດວ່າແມ່ນນ້ອງໄພ້ຊັ້ນດອກ

ໂຕ້ຫົວຂຶ້ນ: 555! ລາວບໍ່ແນມເຮົາດອກອ້າຍຕ້ອມ! ຟ້າວຈັດໂຕະເທາະເຈົ້າຫັ້ນດຽວສິນານແລ້ວ

ເມື່ອພວກບັນດາແມ່ຍິງເຮັດກິນແລ້ວພວກຜູ້ຊາຍກໍ່ພາກັນໄປຍົກອອກມາຈາກເຮືອນຄົວ ແລ້ວຕຸ່ນກໍ່ຮັບຜິດຊອບປິ້ງບາບີຄິວໃຫ້ທຸກຄົນໄດ້ກິນ ລາວທັງກິນທັງປິ້ງ ແລະ ໂຕ້ກໍ່ມາປິ້ງຊ່ວຍກັນ ຈົນຮອດເວລາ 21:00ໂມງ ໄດ້ຮອດເວລາເປົ່າເຄັກ ຕຸ່ນກໍ່ໄດ້ໄປຮ່ວມຢືນຮ້ອງເພງ ແລະ ໂຕ້ກໍ່ມາຢືນຂ້າງໆຕຸ່ນ ພວກເຂົາຢືນໃກ້ກັນ ໂຕ້ຮູ້ສຶກໃຈເຕັ້ນຕຶກໆເມື່ອເວລາທີ່ຕົນເອງໄດ້ຢືນຕິດກັບຕຸ່ນ ໂຕ້ໄດ້ລັກຍິ້ມເລັກໜ້ອຍ ຫຼັງຈາກຕັດເຄັກກິນເຂົ້າແລ້ວພວກເຂົາກໍ່ພາກັນດີດກີຕ້າຮ້ອງເພງຢ່າງມ່ວນຊື່ນເວລາໄດ້ຜ່ານໄປຈົນຮອດ 22:30ໂມງ ຕຸ່ນກໍ່ຄອບເມືອເພາະມັນເດິກຫຼາຍແລ້ວ ແລະ ໂຕ້ກໍ່ຂັບລົດເມືອສົ່ງທີ່ເຮືອນ ແລະ ກໍ່ເຊັ່ນເຄີຍທີ່ຕຸ່ນຕ້ອງເອີ່ຍຄຳຂອບໃຈ ແລະ ບອກລັບຝັນດີກັບໂຕ້ ກ່ອນໂຕ້ຈະຂັບລົດເມືອເຮືອນ

ອ່ານຕໍ່ສະບັບຕໍ່ໄປ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...

ເສຍຊີວິດສອງຄົນ ເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ລຸດອອກນອກລັນເວ ທີ່ສະໜາມບິນຮົງກົງ

ອຸບັດຕິເຫດເຮືອບິນຂົນສົ່ງສິນຄ້າ ເອມິເຣດ ໄຫຼອອກນອກລັນເວ ທີ່ສະໜາມບິນຮົງກົງ ເຮັດໃຫ້ເສຍຊີວິດສອງຄົນ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 20 ຕຸລາ 2025 ນີ້ວ່າ: ເກີດເຫດເຮືອບິນຂົນສົ່ງສິນຄ້າຂອງສາຍການບິນ ເອມິເຣດ ໄຫຼອອກນອກລັນເວຕຳກັບລົດຈົນຕົກທະເລ ທີ່ສະໜາມບິນຮົງກົງ ເຊິ່ງເຫດການດັ່ງກ່າວມີເຈົ້າທີ່ເສຍຊີວິດສອງຄົນ. ຕາມການລາຍງານລະບຸວ່າ:...

ຈະເປີດໃຫ້ບໍລິການໃນປີ 2030 ທາງລົດໄຟວຽງຈັນ-ໜອງຄາຍ ໂດຍຈະເລີ່ມລົງມືກໍ່ສ້າງໃນປີ 2027

ກອງ​ປະຊຸມ​ໄດ້​ຈັດ​ຂຶ້ນ​ຢູ່​ກະຊວງ​ໂຍທາ​ທິການ ​ແລະ ຂົນ​ສົ່ງ ​ແຫ່ງ ສປປ ລາວ ​ໃນ​ວັນ​ທີ 17 ຕຸລາ 2025 ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ການ​ກໍ່ສ້າງ​ຂົວ​ທາງ​ລົດ​ໄຟ​ຂ້າມ​ແມ່ນ້ຳຂອງ​ແຫ່ງ​ໃໝ່. ກອງ​ປະຊຸມ​ຄັ້ງ​ນີ້​ໄດ້​ເປັນ​ປະທານ​ຮ່ວມ​ຂອງ​ທ່ານ ທ່ານ ຈັນທອນ...

ຍີ່ປຸ່ນໃຫ້ທຶນຊ່ວຍເຫຼືອ 88,546 ໂດລາ ໃນໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນ ບ້ານຫາດສະ ເມືອງປາກທາ ແຂວງບໍ່ແກ້ວ ເພື່ອຍົກລະດັບສະພາບແວດລ້ອມການສຶກສາຮ່ຳຮຽນ

ໃນວັນທີ 15 ຕຸລາ 2025 ທີ່ຜ່ານມາ, ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອເປັນມູນຄ່າປະມານ 88,546 ໂດລາສະຫະລັດ ໃນ ໂຄງການກໍ່ສ້າງໂຮງຮຽນປະຖົມສົມບູນບ້ານຫາດສະ ເຊິ່ງແມ່ນໂຄງການທີ່ຢູ່ພາຍໃຕ້ກອບຮ່ວມມືທີ່ມີຊື່ວ່າ ໂຄງການເສີມສ້າງຄວາມໝັ້ນຄົງຂອງມະນຸດຂັ້ນຮາກຖານ (GGP). ໂຄງການດັ່ງກ່າວແມ່ນການສະໜັບສະໜູນທຶນຮອນເພື່ອກໍ່ສ້າງອາຄານຮຽນໃໝ່, ຫ້ອງນໍ້າ...