spot_img
Home​ຂ່າວບັນເທິງປະຫວັດດາລາສາວເຈົ້າຂອງບົດບາດ "ຊອງເຮຄຽວ" ໝໍຄັງໂມຢອນແຫ່ງ Descendants of the sun

ປະຫວັດດາລາສາວເຈົ້າຂອງບົດບາດ “ຊອງເຮຄຽວ” ໝໍຄັງໂມຢອນແຫ່ງ Descendants of the sun

Published on

ເອີ້ນໄດ້ວ່າກະແສຄວາມແຮງຍັງບໍ່ມີຕົກແທ້ໆ ສຳຫຼັບຊີຣີ້ດັງ Descendants of the sun ທີ່ໄດ້ພະເອກໜຸ່ມໜ້າໃສ ຊົງຈຸງກິ ມາຮັບບົດບາດ ກັບຕັນ ຢູຊີຈິນ ນາຍທະຫານໜຸ່ມສຸດຫຼໍ່ ປະກົບຄູ່ກັບໝໍຄັງໂມຢອນ ທີ່ຮັບບົດບາດໂດຍນາງເອກສາວ ຊອງເຮຄຽວ ເຊິ່ງຈາກຄວາມຮ໋ອດຂອງຊີຣີ້ເລື່ອງນີ້ເຮັດໃຫ້ຫຼາຍຄົນຢາກຮູ້ຈັກກັບນັກສະແດງນຳໃນເລື່ອງຫຼາຍຂື້ນ ວັນນີ້ພວກເຮົາເລີຍນຳປະຫວັດຂອງນາງເອກສາວມາຝາກກັນ

9011

ປະຫວັດຂອງຊອງເຮຄຽວ

ຊອງເຮຄຽວ ເປັນນາງແບບ ແລະ ນັກສະແດງຊາວເກົາຫຼີໃຕ້ ປະຈຸບັນອາຍຸ 34 ປີ ເກີດເມື່ອວັນທີ 26 ກຸມພາ 1982 ທີ່ເມືອງ ແທກູ ປະເທດ ເກົາຫຼີໃຕ້, ຄວາມສູງ 161 ຊມ ນ້ຳໜັກ 45 ກິໂລ ມີກລຸບເລືອດ A  ນາງມີຄວາມສາມາດທັງຟິກເກີ້, ສະເກັດ, ລອຍນ້ຳ ແລະ ເປຍໂນ

ຜົນງານ ຊອງເຮຄຽວ

ນາງມີຜົນງານການສະແດງຊີຣີ້ທີ່ສ້າງຊື່ສຽງມາຫຼາຍເຊັ່ນ Autumn in My Heart ຮັກນີ້ຊົ່ວນິລັນ ,

p17j511m311rck10fe1mts157d1l1s5

Full House ສະດຸດຮັກ…ທີ່ພັກໃຈ

korean-drama-full-house

ແລະ ຜົນງານທີ່ສ້າງຊື່ສຽງເລື່ອງລ່າສຸດ Descendants of the sun ຊີວິດເພື່ອຊາດ ຮັກນີ້ເພື່ອເຈົ້າ

314_3_descendants of the sun

ນອກຈາກນີ້ຍັງຍັງມີຜົນງານຖ່າຍແບບ ພຣີເຊັນເຕີ້ໂຄສະນາ ພິທີກອນ ແລະ ຮູບເງົາອີກຫຼາຍເລື່ອງ ແຖມຍັງຄວ້າລາງວັນທາງການສະແດງມາແລ້ວຫຼາຍລາງວັນ ແລະ ຜົນງານໃນປັດຈຸບັນຂອງ ຊອງເຮຄຽວ ແມ່ນເປັນນາງແບບຖ່າຍຂຶ້ນປົກວາລະສານ ELLE ເປັນວາລະສານຊື່ດັງຂອງປະເທດຈີນ ເອີ້ນໄດ້ວ່າເປັນດາລາສາວຫຼາກຫຼາຍຄວາມສາມາດແທ້ໆ

kapook_world-902106

ສຳລັບຊີວິດຄວາມຮັກຂອງ ຊອງເຮຄຽວ

ຊອງເຮຄຽວ ນາງເຄີຍຄົບຫາເບິ່ງໃຈກັບນັກສະແດງຊື່ດັງ ລິບຍອງຮຸນ ໃນຊ່ວງທີ່ພວກເຂົາຖ່າຍລະຄອນເລື່ອງ “All In” ນຳກັນໃນປີ 2003 ກ່ອນຈະເລີກລາກັນໃນປີ 2004

w1_5.jpg5

ຈາກນັ້ນຂ່າວຄາວເລື່ອງຫົວໃຈຂອງນາງກໍ່ງຽບໄປດົນເຕີບ ກ່ອນຈະມີຂ່າວຄົບຫາກັບພະເອກໜຸ່ມ ຮະຍອນບິນ ເຊິ່ງສະແດງເລື່ອງ “World Within” ດ້ວຍກັນໃນປີ 2009 ກ່ອນຈະມີຂ່າວເລີກກັນໃນຊ່ວງຕົ້ນປີ 2011

w16.jpg6

ຈົນລ່າສຸດປີ 2016 ນາງກໍ່ມີຂ່າວລືເລື່ອງຄວາມຮັກສຳພັນກັບພະເອກໜຸ່ມ ຊົງຈຸງກິ ຫຼັງຮ່ວມງານກັນໃນ ຊີຣີ້ Descendants of the sun ແຕ່ທາງຕົ້ນສັງກັດຂອງທັງຄູ່ກໍ່ອອກມາປະຕິເສດຂ່າວດັ່ງກ່າວຮຽບຮ້ອຍແລ້ວ

w15.jpg15

ຊອງເຮຄຽວ ກັບ ສັນຍະກຳ

ເປັນເລື່ອງປົກກະຕິຂອງບັນດາໄອດໍ້ຂອງເກົາຫຼີໃຕ້ ມັກຖືກຈັບຕາວ່າເຂົາເຫຼົ່ານັ້ນຜ່ານການສັນຍະກຳມາ ຫຼື ບໍ່ ຊອງເຮຄຽວ ຫໍ່ເປັນອີກຄົນໜຶ່ງທີ່ຖືກຈັບຕາໃນເລື່ອງນີ້ເຊັ່ນດຽວກັນ ມີກະແສນຳພາບອາດີດ ແລະ ປະຈຸບັນຂອງນາງມາປຽບທຽບກັນເປັນໄລຍະວ່າ ນາງຜ່ານມີດໝໍສ່ວນໃດມາແດ່ ແຕ່ໃນຂະນະດຽວກັນຫຼາຍຄົນກໍ່ເຊື່ອວ່າ ຊອງເຮຄຽວນາງງາມແບບທຳມະຊາດໂດຍບໍ່ໄດ້ຜ່ານການສັນຍະກຳແຕ່ຢ່າງໃດ

 

 

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...