Homeນານາສາລະສະໝຸນໄພຮັກສາອາການເບື່ອອາຫານ

ສະໝຸນໄພຮັກສາອາການເບື່ອອາຫານ

Published on

ສຳລັບຄົນທີ່ກຳລັງເບື່ອອາຫານຕ້ອງອ່ານ ຖ້າທ່ານກິນຢາບຳລຸງອາຫານແລ້ວ ແຕ່ຍັງມີອາການເບື່ອອາຫານຄືເກົ່າ ແລະ ທ່ານເປັນຄົນກິນຂົມໄດ້ກໍ່ສາມາດນຳສູດຕ່າງໆຕໍ່ໄປນີ້ໄປໃຊ້ລອງເບິ່ງ ເພື່ອຈະເຮັດໃຫ້ທ່ານກິນອາຫານໄດ້ແຊບຂຶ້ນ.

ການຮັກສາອາການເບື່ອອາຫານດ້ວຍສະໝຸນໄພ

1. ເຂືອເຄົາຮໍ ມີສັບພະຄຸນຊ່ວຍໃຫ້ຈະເລີນອາຫານ ໂດຍນຳຕົ້ນເຂືອເຄົາຮໍຍາວປະມານ 2-3 ຄືບ ມາລ້າງໃຫ້ສະອາດ ຕຳໃຫ້ລະອຽດ ແລະ ຄັ້ນນ້ຳດື່ມເຊົ້າ-ແລງ ຈະຊ່ວຍເຮັດໃຫ້ທ່ານຮູ້ສຶກຢາກກິນອາຫານ ແຕ່ມີຂໍ້ຫ້າມແມ່ນບໍ່ໃຫ້ໃຊ້ຕິດຕໍ່ກັນເປັນເວລາດົນ ເພາະຈະສົ່ງຜົນຕໍ່ຕັບ ແລະ ໄຂ່ຫຼັງໄດ້

istock_000035598222_medium

2. ກະເດົາ ມີສານ Nimbin ທີ່ຊ່ວຍກະຕຸ້ນນ້ຳຍ່ອຍໃຫ້ອາຫານ ວິທີໃຊ້ຄື ນຳຍອດອ່ອນ ແລະ ດອກກະເດົາ ມາກິນກັບແຈ່ວ ມັນຈະຊ່ວຍໃຫ້ທ່ານຢາກກິນອາຫານຫຼາຍຂຶ້ນ

8806_1

3. ຂີ້ເຫຼັກ ໂດຍໃຊ້ສ່ວນຂອງໃບ ຍອດອ່ອນ ແລະ ດອກ ມາຕົ້ມໃຫ້ຈືດ ແລະ ນຳໄປປະກອບອາຫານ ເຊິ່ງຂີ້ເຫຼັກສາມາດເຮັດໃຫ້ທ່ານກິນເຂົ້າແຊບຂຶ້ນໄດ້

pixysrubor6

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...