spot_img
Homeຂ່າວການສຶກສາການ​ສອບ​ເສັງ​ລັດຖະກອນ​ປີ 2014 ພາກ​ຄວາມ​ຮູ້​ທົ່ວ​ໄປຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ກໍລະກົດ​ນີ້

ການ​ສອບ​ເສັງ​ລັດຖະກອນ​ປີ 2014 ພາກ​ຄວາມ​ຮູ້​ທົ່ວ​ໄປຈະ​ມີ​ຂຶ້ນ​ໃນ​ທ້າຍ​ເດືອນ​ກໍລະກົດ​ນີ້

Published on

ທ່ານ ວິ​ໄຊ ພັນ​ດາ​ນຸວົງ ຫົວໜ້າ​ກົມ​ຄຸ້ມ​ຄອງ​ລັດຖະກອນ ກະຊວງ​ພາຍ​ໃນ ​ໃຫ້​ຮູ້​ວ່າ: ການ​ສອບ​ເສັງ​ເຂົ້າ​ເປັນ​ລັດຖະກອນ​ພາກ​ຄວາມ​ຮູ້​ທົ່ວ​ໄປ​ແມ່ນ​ຈະ​ມີ​ຂຶ້ນ​ໃນ​ເດືອນ​ກໍລະກົດ​ທີ່​ຈະ​ເຖິງ​ນີ້ ​ແລະ ​ໄລຍະ​ການ​ເປີດ​ຮັບ​ສະໝັກ​ສອບ​ເສັງ​ແມ່ນ​ຈະ​ເລີ່​ມ​ແຕ່​ວັນ​ທີ 26 ພຶດສະພາ​ຫາ 12 ກໍລະກົດ 2014, ສ່ວນ​ການ​ສອບ​ເສັງ​ພາກ​ວິຊາ​ສະ​ເພາະ​ແມ່ນ​ຈະ​ດຳ​ເນີນ​ໃນ​ລະຫວ່າງ​ເດືອນ​ສິງຫາ ຫລື ກັນຍາ ​ເພື່ອ​ໃຫ້​ທັນ​ຕໍ່​ການ​ບັນຈຸ​ເຂົ້າງວດ​ທີ I (​ເດືອນ​ຕຸລາ, ພະຈິກ ​ແລະ ທັນວາ) ໝາຍວ່າ​ຕ້ອງ​ບັນຈຸ​ເຂົ້າ​ເຮັດ​ວຽກ​ໃນ​ວັນ​ທີ 1 ຕຸລາ​ຂອງ​ທຸກໆ​ປີ​ເປັນຕົ້ນ​ໄປ. ສຳລັບ​ຫົວ​ບົດສອບ​ເສັງ​ແມ່​ນ​ຢູ່​ບົນ​ພື້ນຖານ​ວຸດ​ທິການ​ສຶກສາ​ແຕ່​ລະຊັ້ນ ​ແລະ ​ແຕກ​ຕ່າງ​ກັນ.

ທ່ານ​ຫົວໜ້າ​ກົມ​ຄຸ້ມ​ຄອງ​ລັດຖະກອນ ກ່າວ​ວ່າ: ການ​ສອບ​ເສັງ​ລັດຖະກອນ​ແມ່ນ​ປະຕິບັດ​ຕາມ​ນະ​ໂຍບາຍ​ປ່ຽນ​ແປງ​ໃໝ່​ຍົກ​ສູງ​ປະສິດທິພາບ​ການ​ບໍລິຫານ​ລັດ, ​ເປັນ​ການ​ຍົກ​ລະດັບ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ນະ​ໂຍບາຍ​ດ້ານ​ຕ່າງໆ​ຂອງ​ພັກ ​ແລະ ລັດ ຖະບານ, ທັງ​ເປັນ​ການ​ຮັບປະກັນ​ໃຫ້​ລັດຖະກອນ​ມີ​ຄຸນ​ນະ ພາ​ບ​ໃນ​ສະ​ເພາະ​ໜ້າ ​ແລະ ຍາວ​ນານ ​ເຊິ່ງການ​ສອບ​ເສັງ​ຕ້ອງ​ປະ ຕິບັດ​ຕາມ​ຫລັກການ​ສະ​ເໝີ​ພາບ, ​ເປີດ​ເຜີຍ, ພາ​ວະ​ວິ​ໄສ ແລະ ​ເປັນ​ທຳ.

ທີ່ມາ http://laophatthananews.blogspot.com/2014/05/2014.html

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...