Homeຂ່າວຕ່າງປະເທດສະໜາມ​ບິນ​ແອ​ລ​ເອ​ເພີ່ມ​ການ​ຮັກສາ​ຄວາມ​ປອດ​ໄພ​ຫຼັງ​ເອຢິບ​ແອ​ສູນຫາຍ

ສະໜາມ​ບິນ​ແອ​ລ​ເອ​ເພີ່ມ​ການ​ຮັກສາ​ຄວາມ​ປອດ​ໄພ​ຫຼັງ​ເອຢິບ​ແອ​ສູນຫາຍ

Published on

ທ່າ​ອາກາດ​ສະຍານ​ນານາ​ຊາດ​ລອສ​ແອນ​ເຈີ​ລິ​ສ (​ແອ​ລ​ເອ​ເອັກ​ຊ໌) ຊຶ່ງ​ເປັນ​ທ່າ​ອາກາດ​ສະ​ຍານ​ທີ່​ມີ​ຜູ້​ໃຊ້​ບໍລິການ​ຫຼາຍອັນ​ດັບ​ສອງ​ຂອງ​ສະຫະລັດ ​ແລະ ມີ​ຜູ້​ໂດ​ຍສານ​ໃຊ້​ບໍລິການ​ຫຼາຍ​ເປັນອັນ​ດັບ​ເຈັດ​ຂອງ​ໂລກ ​ໄດ້​ເພີ່​ມມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ ຫຼັງ​ເກີດ​ເຫດ​ເຮືອບິນ​ສາຍ​ການບິນ​ເອຢິບ​ແອ​ຫາຍ​ຈາກ​ຈໍ​ເລ​ດາ.

ຕຳຫຼວດ​ທ່າ​ອາກາດ​ສະຍານ​ລອສ​ແອນ​ເຈີ​ລິ​ສ​ເຜີ​ຍວ່າ ຈາກ​ເຫດ​ເຮືອບິນ​ເອຢິບ​​ແອ​ຖ້ຽວ​ບິນ MS804 ຫາຍ​ໄປ​ຈາກ​ຈໍ​ເຣ​ດາ​ຂະນະ​ບິນ​ຢູ່​ເໜືອ​ທ​ະ​ເລ​ເມ​ດິ​ເຕີ​ເຣນຽນ​ຂະນະ​ເດີນທາງ​ຈາກ​ນະຄອນ​ປາຣີຂອງຝຣັ່ງ​ໄປ​ຍັງ​ນະຄອນ​ໄດ​ໂຄຣຂອງ​ເອຢິບ​ພ້ອມ​ຜູ້​ໂດຍສານ ​ແລະ ລູກ​ເຮືອ 66 ຊີວິດ ​ເຮັດ​ໃຫ້​ທາງ​ທ່າ​ອາກາດ​ສະຍານ​ໄດ້​ເພີ່ມ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ ​ແລະ ມາດ​ຕະການ​ຕໍ່ຕ້ານ​ການ​ກໍ່​ການ​ຮ້າຍ.

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...