spot_img
Homeຂ່າວຕ່າງປະເທດສີຈິ້ນຜິງ ເນັ້ນຢ້ຳພັກກອມມູນິດ ຍຶດໝັ້ນ-ພັດທະນາ ລັດທິມາກແບບຈີນ ແຫ່ງສະຕະວັດທີ 21!

ສີຈິ້ນຜິງ ເນັ້ນຢ້ຳພັກກອມມູນິດ ຍຶດໝັ້ນ-ພັດທະນາ ລັດທິມາກແບບຈີນ ແຫ່ງສະຕະວັດທີ 21!

Published on

ສຳນັກຂ່າວຊິນຫົວຂອງຈີນ ໄດ້ລາຍງານໃນວັນທີ 19 ພຶດສະພາຜ່ານມານີ້ວ່າ ເລຂາທິການໃຫຍ່ ພັກກອມມູນິດຈີນ ໄດ້ເນັ້ນຢ້ຳໃຫ້ຍຶດໝັ້ນລັດທິມາກ ເປັນໝາກຫົວໃຈສຳຄັນ ໃນການພັດທະນາຫລັກການຈັດຕັ້ງ ແລະ ການເຄື່ອນໄຫວຂອງພັກ ໃຫ້ມີຄວາມກ້າວໜ້າ ແລະ ພັດທະນາປະເທດຊາດ.

ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ ພັກກອມມູນິດຈີນ ແລະ ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ໄດ້ກ່າວມີຄຳເຫັນ ຢູ່ກອງປະຊຸມສຳມະນາວິຊາການ ດ້ານປັດຊະຍາ ແລະ ສັງຄົມສາດ ທີ່ຈັດຂຶ້ນຢູ່ ນະຄອນຫລວງປັກກິ່ງ ໃນວັນອັງຄານທີ 17 ພຶດສະພາ 2016 ຜ່ານມານີ້ວ່າ ການພັດທະນາປະເທດຈີນ ໃຫ້ຈະເລີນກ້າວໜ້າຢ່າງວ່ອງໄວນັ້ນ ຈຳເປັນຕ້ອງອາໄສການປັບປຸງ ແລະ ປະດິດສ້າງສິ່ງໃໝ່ໆ ໃນດ້ານທິດສະດີ ແລະ ການພັດທະນາລັດທິມາກ ຢ່າງບໍ່ຢຸດຢັ້ງ ໂດຍທ່ານໄດ້ຮຽກຮ້ອງ ໃຫ້ນຳເອົາຄຸນລັກສະນະຂອງຊາວຈີນ ມາໝູນໃຊ້ຮ່ວມກັນ ກັບຫລັກການຂອງສັງຄົມນິຍົມ ພ້ອມທັງຮຽກຮ້ອງໃຫ້ນັກວິຊາການ ແລະ ນັກໂຄສະນາອົບຮົມຂອງພັກ ໃຫ້ຄວາມສຳຄັນ ໃນການນຳເອົາລັດທິມາກ ທີ່ພັກກອມມູນິດຈີນ ໄດ້ຍຶດໝັ້ນມາຕັ້ງແຕ່ດັ້ງເດີມ ເພື່ອໝູນໃຊ້ເຂົ້າໃນສະຖານະການຍຸກປັດຈຸບັນ ອັນເປັນການພັດທະນາ ລັດທິມາກສະໄໝໃໝ່ຂອງຈີນ ແລະ ລັດທິມາກແບບຈີນ ແຫ່ງສະຕະວັດທີ 21 ຊຶ່ງທ່ານໄດ້ຍົກໃຫ້ເຫັນວ່າ ລັດທິມາກ ແມ່ນສິ່ງທີ່ເປີດປະຕູ ແລະ ປູທາງໄປສູ່ຄວາມຈິງ.

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...