Home​ຂ່າວບັນເທິງແຟນເພງໃນ ອາຣເຈນຕິນາ ເສົ້າ “ ຈັສຕິນ ບີເບີຣ” ຖືກສັ່ງຫ້າມສະແດງຄອນເສີດ

ແຟນເພງໃນ ອາຣເຈນຕິນາ ເສົ້າ “ ຈັສຕິນ ບີເບີຣ” ຖືກສັ່ງຫ້າມສະແດງຄອນເສີດ

Published on

ຈັສຕິນ ບີເບີຣ ຕອນນີ້ກຳລັງຢູ່ລະຫວ່າງການທົ່ວຄອນເສີດທີ່ມີຊື່ Purpose ໂດຍມີແຜນເດີນທາງມາທີ່ ອາຣເຈນຕິນາ ເຊິ່ງເຂົາໄດ້ເລືອກເປັນໜຶ່ງໃນສະຖານທີທີ່ເຂົາຕ້ອງໄດ້ໄປໂຊລູກຄໍ ແລະ ລີລາການເຕັ້ນ ເຊິ່ງແນ່ນອນວ່າບັນດາແຟນເພງຂອງ  ຈັສຕິນ ບີເບີຣ ກໍ່ຕ້ອງລໍຄອຍແບບໃຈຈົດຈໍແນ່ນອນ.

ແລະ ເມື່ອວັນຈັນທີ່ຜ່ານມາ ຈັສຕິນ ບີເບີຣ ໄດ້ຂຽນຂໍ້ຄວາມຜ່ານ ທະວິສເຕີ ທີ່ມີເນື້ອໃນລະບຸວ່າ “ບັນດາແຟນເພງ ບີເບີຣ ຊາວອາຣເຈນຕິນາທັງຫຼາຍ ຂ້ອຍຂໍບອກວ່າຂ້ອຍບໍ່ຕ້ອງການຫຍັງໄປຫຼາຍກ່ວາການໄປໄດ້ມາທົວຄອນເສີດ #Purposetour ທີ່ນັ້ນ ແຕ່ລັດຖະບານຂອງ ອາຣເຈນຕິນາ ບໍ່ຍອມ ເຊິ່ງຂ້ອຍຮູ້ສຶກເສຍໃຈຫຼາຍ ຖ້າມີການປ່ຽນແປງ ຂ້ອຍຢາກຈະໄປທີ່ນັ້ນເພື່ອສະແດງຄອນເສີດ ແຕ່ຕອນນີ້ຂ້ອຍເຮັດບໍ່ໄດ້”.

ສາເຫດທີ່ເຮັດໃຫ້ນັກຮ້ອງໜຸ່ມຊື່ດັງໄວອາຍຸ 22 ປີ ຄົນນີ້ບໍ່ສາມາດເຂົ້າປະເທດ ອາຣເຈນຕີນາ ໄດ້ຍ້ອນວ່າ ຈັສຕິນ ບີເບີຣ ເຄີຍມີປະຫວັດບໍ່ດີຕໍ່ ປະເທດ ອາຣເຈນຕິນາ ເພາະເຄີຍໃຊ້ຕີນເຂ່ຍທຸງຊາດ ອາຣເຈນຕິນາ ລົງຈາກເວທີ ໃນລະຫວ່າງສະແດງຄອນເສີດ ໃນອາຣເຈນຕີນາ ເມື່ອປີ 2013 ແຖມຍັງເຄີຍຖືກກ່າວຫາວ່າສັ່ງໃຫ້ ຮູໂກ ອັລຊິເດ ແລະ ເທີເຣນ ຣີເຊ່ ເຊິ່ງເປັນ 2 ບໍດີກາດ ຂອງເຂົາທຳຮ້າຍຮ່າງກາຍ ດີເອໂກ້ ເປຊົວ ຊ່າງພາບລາຍໜຶ່ງທີ່ມາທຳຂ່າວໃນປີດຽວກັນອີກດ້ວຍ.

ທີ່ມາ

ບົດຄວາມຫຼ້າສຸດ

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...