spot_img
Home​ຂ່າວທ່ອງທ່ຽວຜາພະ ສະຖານທີ່ທ່ອງທ່ຽວທາງທຳມະຊາດ ປະສົມປະສານກັບວັດທະນະທຳ ທີ່ລົງໂຕກັນ.

ຜາພະ ສະຖານທີ່ທ່ອງທ່ຽວທາງທຳມະຊາດ ປະສົມປະສານກັບວັດທະນະທຳ ທີ່ລົງໂຕກັນ.

Published on

ຜາພະ ຕັ້ງຢູ່ບ້ານປາກງາວ ຫ່າງຈາກຕົວເມືອງຫ້ວຍຊາຍປະມານ 15 ກິໂລແມັດ, ຜາພະ ເປັນສະຖານທີ່ທ່ອງທ່ຽວທາງທຳມະຊາດທີ່ປະສົມປະສານກັບວັດທະນະທຳໄດ້ຢ່າງກົມກືນ ໂດຍມີຮອຍ ແກະສະຫຼັກຮູບພາບຢູ່ເທິງຜາຫີນແຫ່ງນີ້ ດ້ວຍປາຍດາບຂອງເຈົ້າອານຸວົງ ເພື່ອເປັນການລະນຶກເຖິງ ດວງວິນຍານຂອງລູກສາວເພິ່ນ ທີ່ໄດ້ສິ້ນພະຊົນຊີບຢູ່ສະຖານທີ່ແຫ່ງນີ້.

ນອກນັ້ນ ເພິ່ນຍັງໄດ້ຝັງເຄື່ອງຂອງທີ່ມີຄ່າຈຳນວນໜຶ່ງໄວ້ໂງ່ນຫີນກາງແມ່ນ້ຳຂອງ ແລະ ໄດ້ຂຽນຕຳລາຈາລຶກໄວ້ວ່າ: ໄປພຽງຕາ ມາພຽງຕີນ, ແຕ່ໜ້າເສຍດາຍທີ່ເຄື່ອງຂອງມີຄ່າເລົ່ານັ້ນໄດ້ຖືກ ກຸ່ມຄົນບໍ່ດີຂຸດຄົ້ນເອົາໄປໝົດແລ້ວ ເຫຼືອພຽງແຕ່ຮ່ອງຮອຍປະໄວ້ເທົ່ານັ້ນ.

ຖ້າທ່ານໄດ້ມີໂອກາດມາທ່ຽວຊົມຜາພະປາກງາວແຫ່ງນີ້ ນອກຈາກຈະໄດ້ເພີດເພີນກັບທິວທັດອັນ ສວຍງາມຂອງທຳມະຊາດຢູ່ບໍລິເວນອ້ອມຮອບຜາແລ້ວ ທ່ານຍັງຈະໄດ້ສຳພັດກັບພາບໃນອະດີດ ແລະ ຫວນຄືນສູ່ເຫດການທາງປະຫວັດສາດອັນສຳຄັນກ່ຽວກັບການເຄື່ອນໄຫວຂອງເຈົ້າອານຸວົງນຳອີກ.

 

ຮູບຈາກ: ເຟດບຸກຂ້ອຍຮັກແຂວງບໍ່ແກ້ວ.
ຂໍ້ມູນ: ທ່ຽວທົ່ວລາວ

ທີ່ມາ: ຂ່າວເສດຖະກິດ-ການຄ້າ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...