spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 5)

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 5)

Published on

ອ່ານຕໍ່ຈາກສະບັບກ່ອນ

ກິນອື່ມແລ້ວໜັງຕາກໍ່ຍານບວກກັບເປັນຍາມບ່າຍລົມພັດມາເຢັນໆ ຫຼາຍຄັ້ງທີ່ຕຸ່ນເຜີລັບ ແລະ ໂຕ້ຕ້ອງໄດ້ປຸກເອົາທຸກຄັ້ງ ໂຕ້ໄດ້ເອົາມືໄປຕົບໆບ່າຕຸ່ນເບົາ: ຕື່ນໆ! ຕັ້ງໃຈຟັງເຂົາອະທິບາຍແນ່ແມ້, ຕຸ່ນກໍ່ເງິີຍໜ້າຂຶ້ນມາແນມເບິ່ງໂຕ້ແລ້ວເວົ້າດ້ວຍນ້ຳສຽງອອດອ້ອນໄປວ່າ: ເຂົາຂໍເວລາຈັກ 5 ນາທີ ເນາະໆໆໆໆໆໆໆໆໆໆໆໆໆໆໆ ໂຕ້ເມື່ອໄດ້ຍິນຕຸ່ນເຮັດສຽງແບບນີ້ກັບຕົນເອງເທື່ອໃດກໍ່ຍອມໃຈອ່ອນທຸກຄັ້ງ ລາວໄດ້ອະນຸຍາດໃຫ້ຕຸ່ນນອນພັກສາຍ 5 ນາທີ ຫຼັງຈາກນັ້ນພວກເຂົາກໍ່ແກ້ວຽກບ້ານຕໍ່ຈົນແລ້ວທຸກຂໍ້ 

ຕອນແລງວັນອາທິດຫຼັງຈາກຕຸ່ນໄດ້ເຮັດວຽກເຮືອນ ນິ້ງເຂ້າ, ລ້າງຖ້ວຍ, ຫົດສວນດອກໄມ້ແລ້ວ ລາວກໍ່ໄດ້ຄອບແມ່ເພື່ອຈະອອກໄປຖີບລົດຫຼິ້ນ ລາວໄດ້ໂທຊວນ ໂຕ້, ກີ້, ປຸ ແລະ ໂຈ້ ໄປຂີ້ລົດຖີບຫຼິ້ນ ແລ້ວພວກເຂົາກໍ່ນັດພົບກັນທີ່ໜ້າໂຮງຮຽນ ເມື່ອມາຄົບແລ້ວກໍ່ພາກັນຖີບລົດອອກຈາກໂຮງຮຽນ ໄປຕາມເສັ້ນທາງຄູວຽງ ແລະ ກໍ່ພາກັນໄປນັ່ງກິນຕຳໝີ່ ແລະ ກະແລັ້ມແຖວນັ້ນ ພວກເຂົາໄດ້ລົມກັນຢ່າງມ່ວນຊື່ນຈາກນັ້ນກໍ່ພາກັນຖີບລົດກັບເຮືອນໃຜເຮືອນມັນ

ເຊົ້າວັນຈັນທຸກຄົນກໍ່ພາກັນມາຮຽນຕາມປົກກະຕິ ແຕ່ວັນນີ້ຄົນສ່ວນຫຼາຍໄດ້ໄປຈຸ້ມຢູ່ທີ່ກະດານຂ່າວ ເພາະທາງໂຮງຮຽນຈະໄດ້ຈັດງານແຂ່ງຂັນກີລາ, ສີລະປະ, ຮ້ອງເພງ, ສະແດງລະຄອນ ເຊິ່ງມີເວລາກຽມຕົວທັງໝົດ 10 ວັນນັກຮຽນທຸກຄົນກໍ່ພາກັນດີໃຈ ແລະ ຕື່ນເຕັ້ນ ຕຸ່ນໄດ້ສະໝັກເຂົ້າກຸ່ມຟ້ອນ ສ່ວນໂຕ້ກໍ່ເປັນນັກກີລາບານບ້ວງຂອງຫ້ອງຢູ່ແລ້ວ ທຸກໆແລງຫຼັງເລີກຮຽນພວກເຂົາຈະພາກັນຊ້ອມ ກຸ່ມລະຄອນກໍ່ໄປຫາບ່ອນຊ້ອມລະຄອນ, ກຸ່ມຟ້ອນກໍ່ໄປຫາບ່ອນຊ້ອມຟ້ອນ, ກຸ່ມກີລາກໍ່ພາກັນໄປຊ້ອມກີລາ ຈົນເຮັດໃຫ້ຊ່ວງນີ້ພວກເຂົາບໍ່ຄ່ອຍມີເວລາໄດ້ໄປທ່ຽວໃສນຳກັນ ແລະ ບໍ່ຄ່ອຍໄດ້ນັ່ງຫຼິ້ນນຳກັນເໝືອນທີ່ຜ່ານມາ ເພາະຕ່າງຄົນກໍ່ບໍ່ມີເວລາ ແຕ່ບາງຄັ້ງຖ້າອີກຝ່າຍໜຶ່ງຊ້ອມແລ້ວໆກໍ່ຈະມາຢືນໃຫ້ກຳລັງໃຈອີກຝ່າຍໜຶ່ງສະເໝີ ແລະ ທຸກຄືນພວກເຂົາຈະໂທລະສັບລົມກັນກ່ອນນອນ ວັນລະ 10-20 ນາທີ (ໃຊ້ໂທລະສັບຕັ້ງໂຕະ) ວັນເວລາຜ່ານໄປຈົນຮອດມື້ເປີດງານກີລາ ທາງໂຮງຮຽນໄດ້ຈັດຂະບວນແຫ່ ບັນດາຫ້ອງ 4/1, 5/1, 6/1, ເປັນຫ້ອງນຳໜ້າຂອງແຕ່ລະຊັ້ນ ໂດຍມີສາວງາມທີ່ສຸດຂອງແຕ່ລະຫ້ອງຖືປ້າຍນຳຂະບວນຍ່າງເຂົ້າມາໃນເດີ່ນໂຮງຮຽນດ້ວຍຄວາມເປັນລະບຽບຮອຍຮ້ອຍ ເມື່ອຂະບວນແຫ່ງໄດ້ເຂົ້າມາຄົບເປັນທີ່ຮຽບຮ້ອຍແລ້ວ ທາງອຳນວຍການໃຫຍ່ກໍ່ໄດ້ຂຶ້ນມາກ່າວຄຳປາໄສ ແລະ ເປີດພິທີຢ່າງເປັນທາງການ ທາງໂຮງຮຽນໄດ້ຈັດຕາຕະລາງແຂ່ງຂັນກີລາ ແລະ ສິນລະປະສະລັບມື້ກັນພາຍໃນ 3-4 ວັນຕ້ອງແລ້ວ ມື້ທຳອິດເປີດໂຕດ້ວຍການແຂ່ງກີລາ ທາງໂຮງຮຽນໄດ້ແບ່ງອອກເປັນ ສີ່ສະໜາມແຂ່ງຄື: ກີລາເຕະບານຟຸດຊໍ 7 ຄົນ, ເຕະຕໍ້, ຕີບານ, ບານບ້ວງ ເຊິ່ງໄດ້ຈົກສະຫຼາກແບ່ງສາຍ, ບານບ້ວງວັນນີ້ 6/1 ພົບກັບ 5/1 ກອງເຊຍທັງສອງຫ້ອງກໍ່ພາກັນມາເຊຍ ແຕ່ລະສະໜາມແຂ່ງກໍ່ມີກອງເຊຍຂອງຫ້ອງໃຜມັນ ກອງເຊຍພາກັນກີີິ໊ດສະນັ່ນເດີ່ນໂຮງຮຽນ ທັງຜູ້ແຂ່ງຂັນຜູ້ເຊຍຕ່າງຝ່າຍກໍ່ເຮັດໜ້າທີ່ຢ່າງສຸດໃຈ ຜົນການແຂ່ງຂັນບານບ້ວງວັນນີ້ແມ່ນ 6/1 ສາມາດເອົາຊະນະຫ້ອງ 5/1 ໄປຢ່າງວຸດວິດ.

ວັນຕໍ່ໄປແມ່ນການແຂ່ງຂັນສີລະປະ ວັນນີ້ນັກຟ້ອນສ່ວນຫຼາຍແມ່ນແຕ່ງຊຸດລາວສວຍງາມ ບາງກຸ່ມກໍ່ແຕ່ງຊຸດຊົນເຜົ່າ, ບາງກຸ່ມກໍ່ແຕ່ງຊຸດເຈົ້າສາວເກົ້າຜົມບ່ຽງແຜ ເຊິ່ງວັນນີ້ຕຸ່ນກໍ່ແຕ່ງເຕັມຊຸດ ພໍ່-ແມ່ຂອງຕຸ່ນໄດ້ຂັບລົດມາສົ່ງທີ່ໂຮງຮຽນທຳອິດຕຸ່ນຮອດບໍ່ກ້າລົງຈາກລົດເພາະອາຍ ຍ້ອນປົກກະຕິແລ້ວລາວບໍ່ເຄີຍແຕ່ງໜ້າເຮັດງາມມາຮຽນຈັກເທື່ອ ຢູ່ເຮືອນກໍ່ບໍ່ເຄີຍແຕ່ງ ມື້ນີ້ລາວຮູ້ສຶກເຂີນໆ ໃນເວລາກ້າວລົງຈາກລົດໃຜໆກໍ່ພາກັນແນມເບິ່ງຕຸ່ນດ້ວຍຄວາມຕະລຶງ ເພາະບໍ່ເຄີຍເຫັນຕຸ່ນແຕ່ງອົງຊົງເຄື່ອງ ແລະ ກໍ່ບໍ່ເຄີຍມີໃຜຄິດວ່າຕຸ່ນຈະແຕ່ງໜ້າຂຶ້ນປານນີ້ ລາວໄດ້ຍ່າງກົ່ມໜ້າເຂົ້າໄປໃນຫ້ອງກັບແມ່ຂອງລາວ ຍ່າງຜ່ານທາງໃດໃຜກໍ່ແນມເບິ່ງບາງຄົນກໍ່ຮ້ອງແຊ໋ວເລັກໜ້ອຍ ເພາະເກງໃຈແມ່ລາວທີ່ຍ່າງມານຳ ເປົາທີ່ຢືນຂ້າງດ້າກໍ່ແນມເບິ່ງຈົນຕາຄ້າງ ແລະ ແນມນຳຕຸ່ນໄປຈົນເຂົ້າໄປໃນຫ້ອງ ເປົາກຳລັງຈະຍ່າງນຳຕຸ່ນໄປແຕ່ດ້າກໍ່ດຶງໄວ້ ດ້ວຍທ່າທີ່ບໍ່ພໍໃຈ ແລະ ໄດ້ຕໍ່ວ່າເປົາ: ເປົາ! ຈັ່ງໃດນິ! ເຂົາກໍ່ແຕ່ງຄືມັນເພິ່ນຄືບໍ່ເຫັນເບິ່ງເຂົາດ້ວຍສາຍຕາຄືເບິ່ງມັນແນ່ ເພິ່ນຄິດເສຍດາຍມັນຫວະ, 

ໂຕ້ ໄດ້ລັກແນມເບິ່ງຕຸ່ນຈາກນອກຫ້ອງຜ່ານປ່ອງຢ້ຽມແຕ່ບໍ່ກ້າເຂົ້າໄປທັກທາຍ ເພາະລາວເຫັນມີຫຼາຍຄົນໃນຫ້ອງບັນດານັກຟ້ອນກໍ່ພາກັນກຽມຕົວ ຕຸ່ນໄດ້ແນມຊອກຫາໂຕ້ແຕ່ກໍ່ບໍ່ເຫັນ ແລ້ວກໍ່ຮອດເວລາສະແດງ ກ່ອນຂຶ້ນເວທີທຸກຄົນໄດ້ເຮັດສະມາທິຂ້າງເວທີ ໃນຂະນະທີ່ຕຸ່ນກຳລັງລັບຕາເຮັດສະມາທິຢູ່ນັ້ນ ໂຕ້ກໍ່ຍ່າງມາໃກ້ໆ ແລ້ວເວົ້າຊື່ມໃສ່ຫູຂອງຕຸ່ນວ່າ: ສູ້ໆເດີ້ ສິຖ້າເບິ່ງ ຕຸ່ນໄດ້ຍິນສຽງທີ່ໂຕ້ເວົ້າແຕ່ເຮັດຄືບໍ່ໄດ້ຍິນລາວຍັງລັບຕາພາວະນາຕໍ່ໄປເມື່ອໂຕ້ຍ່າງອອກໄປແລ້ວ ຕຸ່ນໄດ້ລັກຍິ້ມດ້ວຍຄວາມດີໃຈ

ແລ້ວນາທີລະທຶກກໍ່ໄດ້ເລີ່ມຂຶ້ນເມື່ອພິທີກອນໄດ້ເອີ້ນຊື່: ລຳດັບຕໍ່ໄປແມ່ນການຟ້ອມກຸ່ມ ເພງ ດວງຈຳປາ ຂອງຫ້ອງ 6/1 ເຊີນຊົມກັນໄດ້ ແລ້ວພວກເຂົາກໍ່ພາກັນກ້າວຂຶ້ນເວທີ ມີສຽງຕົບມື ສຽງເຊຍດັງຂຶ້ນສະນັ່ນ ທີມຟ້ອນທຸກຄົນມີກຳລັງໃຈພວກເຂົາໄດ້ຟ້ອນຢ່າງອ່ອນຊ້ອຍ ແລະ ສີໜ້າເຕັມໄປດ້ວຍຄວາມສຸກ ທຸກຄົນພາກັນຟ້ອນແລະ ຍິ້ມໃຫ້ກຳມະການ ແລະ ຜູ້ຊົມທຸກຄົນ ພໍ່ແມ່ຂອງຕຸ່ນ, ໂຕ້, ຄູ-ອາຈານ ແລະ ນັກຮຽນບາງຄົນໄດ້ຖ່າຍຮູບບັນທຶກເວລາທີ່ພວກເຂົາຟ້ອນໄວ້ ເມື່ອຟ້ອນແລ້ວ ພວກເຂົາກໍ່ໄດ້ລົງຈາກເວທີ ຈາກນັ້ນກໍ່ແມ່ນຫ້ອງ 6/2 ກໍ່ຂຶ້ນໄປຟ້ອນ ເຊິ່ງໃນນັ້ນກໍ່ມີສາວດ້າ ແຟນໃໝ່ຂອງເປົາຂຶ້ນໄປຟ້ອນນຳ ເປົາໄດ້ຢືນເຊຍຢູ່ໜ້າເວທີບຶດໜຶ່ງແລ້ວລາວກໍ່ລັກໜີມາຫຼັງເວລາເພື່ອມາລົມກັບຕຸ່ນ ໃນຂະນະທີ່ຕຸ່ນກຳລັງຈະຍ່າງໄປຫ້ອງນ້ຳ ເປົາກໍ່ໄດ້ຍ່າງໄປດັກທາງໜ້າຕຸ່ນ ແລະ ເວົ້າວ່າ: ມື້ນີ້ງາມເປັນພິເສດເນາະ,

ຕຸ່ນກໍ່ຍິ້ມໃສ້ເລັກໜ້ອຍແລ້ວກໍ່ຍ່າງໄປ ແຕ່ເປົາຈັບແຂນໄວ້ ຕຸ່ນເລີຍຫັນມາຖາມເປົາ: ມີຫຍັງເປົາ! ເຂົາຟ້າວໄປເຂົ້າຫ້ອງນ້ຳ,

ເປົາກໍ່ຕອບໄປວ່າ: ບໍ່ມີຫຍັງ! ພຽງຢາກບອກວ່າ ເສຍດາຍ!,

ຕຸ່ນຖອນຫາຍໃຈ: ເຮີ້ຍ! ມຸກເໜົ່າໆ ມັນໃຊ້ກັບເຂົາບໍ່ໄດ້ແລ້ວ ເພິ່ນໄປເຊຍແຟນເພິ່ນຢູ່ເທິງເວທີພຸ້ນໄປຢ່າມາຫຍຸ້ງກັບເຂົາເທາະ ເລື່ອງເຮົາມັນຈົບໄປແລ້ວ 

ເປົາໄດ້ດຶງຕຸ່ນເຂົ້າມາໃກ້ໆ ແລ້ວ ສົບຕາກັບຕຸ່ນພ້ອມເວົ້າວ່າ: ເຂົາເບິ່ງຕາເພິ່ນອອກ ໃນແວວຕາເພິ່ນຍັງມີເຂົາຢູ່

ໂຕ້ທີ່ຍ່າງຊອກຫາຕຸ່ນໄດ້ມາເຫັນພາບທີ່ເປົາຈັບແຂນຕຸ່ນໄວ້ ແລະ ທັງສອງໄດ້ຢືນສົບຕາກັນລາວຟ້າວຍ່າງມາຢູ້ເປົາອອກຈາກຕຸ່ນແລ້ວເວົ້າວ່າ: ຂໍແຟນເຮົາຄືນແນ່! ແຟນເຈົ້າຢູ່ເທິງເວທີພຸ້ນ ໄປສະ!

ເປົາເຮັດທ່າບໍ່ພໍໃຈລາວໄດ້ລູ່ເຂົ້າມາກຳຄໍເສື້ອໂຕ້ແຕ່ໂຕ້ປັດມືເປົາອອກ ຕຸ່ນເຫັນທ່າບໍ່ດີເລີຍໄລ່ເປົາກັບໄປ ແລະ ເປົາກໍ່ໄປດ້ວຍສີໜ້າອາລົມບໍ່ຈອຍເລີຍ ຕຸ່ນໄດ້ຫັນມາເວົ້າກັບໂຕ້ດ່ວຍຄວາມເປັນຫ່ວງ: ເປັນຫຍັງຫຼາຍບໍ່! ເຂົາຂໍໂທດເດີ້ທີ່ເປັນຕົ້ນເຫດ ຂໍໂທດ! ຂໍໂທດ

ໂຕ້ໄດ້ຍົກມືຂຶ້ນແລ້ວຕອບຕຸ່ນໄປແບບນ້ຳສຽງທຳມະດາວ່າ: ບໍ່ເປັນຫຍັງ! ບໍ່ເປັນຫຍັງ ທັງທີ່ໃນໃຈມັນຮ້ອນປານໄຟ

ອ່ານຕໍ່ສະບັບໜ້າ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...