spot_img
Homeຂ່າວການສຶກສາໂຄງການກໍ່ສ້າງໂຮງຮຽນສົງ ແຂວງຫົວພັນ

ໂຄງການກໍ່ສ້າງໂຮງຮຽນສົງ ແຂວງຫົວພັນ

Published on

ແຂວງຫົວພັນ ໄດ້ຈັດພິທີເປີດການກໍ່ສ້າງໂຮງຮຽນສົງ ຢູ່ວັດອົງຕື້ສີບຸນເຮືອງ ໃນວັນທີ 18 ພຶດສະພາ 2016 ໂດຍການເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງ ສປປ ລາວ, ທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ມີບັນດາທ່ານການນຳຂັ້ນແຂວງ, ເມືອງຊຳເໜືອພ້ອມດ້ວຍມວນຊົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຮງຮຽນສົງຫລັງດັ່ງກ່າວ, ຈະສ້າງເປັນອາຄານ 2 ຊັ້ນ, ປະກອບມີ 8 ຫ້ອງຮຽນ ໂດຍແມ່ນ ບໍລິ ສັດແສງທອງກໍ່ສ້າງ ເປັນຜູ້ຮັບເໝົາກໍ່ສ້າງ, ລວມມູນຄ່າການກໍ່ສ້າງ 2 ຕື້ກວ່າກີບ, ໃນນັ້ນເປັນເງິນປະ ກອບສ່ວນຂອງ ທ່ານຮອງປະທານປະເທດ 270 ລ້ານກວ່າກີບ ແລະ ອີກຈຳນວນໜຶ່ງແມ່ນການປະກອບສ່ວນຈາກ ພາກສ່ວນຕ່າງໆໃນນະຄອນຫລວງວຽງຈັນ, ອົງການສົງເກົາຫລີ ແລະ ພາກສ່ວນອື່ນໆທີ່ໄດ້ພ້ອມກັນປະກອບທຶນຮອນ, ເຫື່ອແຮງຮ່ວມກັນເປັນເຈົ້າສັດທາ ໃນໂຄງການກໍ່ສ້ງດັ່ງກ່າວ.

ຈຸດປະສົງການສ້າງໂຮງຮຽນດັ່ງກ່າວ, ເພື່ອໃຫ້ລູກຫລານຂອງປະຊາຊົນແຂວງຫົວພັນ ໄດ້ຮໍ່າຮຽນຫລັກທຳຄຳສອນຂອງພະພຸດທະເຈົ້າ ແລະ ການສຶກສາສາຍສາມັນ ນັບແຕ່ ມ5-ມ7 ເພື່ອຝຶກຝົນໃຫ້ຢູ່ໃນສິນກິນໃນທຳ ກາຍເປັນຜູ້ສືບທອດທາງພຸດທະສາສະໜາ, ເປັນຄົນທີ່ມີຄວາມຮູ້ດ້ານການສຶກສາ ແລະ ເປັນຄົນດີຂອງຊາດໃນອະນາຄົດ ເພື່ອປົກປັກຮັກສາ ແລະ ເສີມຂະຫຍາຍວັດທະນະທຳ ແລະ ຮີດຄອງປະເພນີອັນດີງາມຂອງຊາດລາວເຮົາ ໄວ້ໃຫ້ຍືນຍົງຄຽງຄູ່ກັບຄົນລາວ ຕະຫລອດໄປ.

 

ທີ່ມາ: ສຳນັກຂ່າວສານປະເທດລາວ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...