Homeຂ່າວເຫດການກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໄຂຂື້ນຢ່າງເປັນທາງການ!

ກອງປະຊຸມຄັ້ງປະຖົມມະລຶກ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດທີ I ໄຂຂື້ນຢ່າງເປັນທາງການ!

Published on

ກອງປະຊຸມຄັ້ງປະຖົມມະລືກຂອງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ ຊຸດ ທີ I ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າວັນທີ 18 ພຶດສະພານີ້ ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ໂດຍການເປັນປະທານ ກ່າວເປີດຂອງ ທ່ານ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ ເຈົ້າຄອງນະຄອນຫຼວງວຽງຈັນ ປະທານຄະນະກຳມະການເລືອກຕັ້ງ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສົມພັນ ແພງຄຳມີ ຮອງ ປະທານສະພາແຫ່ງຊາດ ຊຶ່ງມີສະມາຊິກສະພາປະຊາຊົນ ນະຄອນຫຼວງວຽງຈັນ, ຕົວແທນຈາກກະຊວງ-ອົງການ ອ້ອມຂ້າງສູນກາງ ແລະ ແຂກຖືກເຊີນເຂົ້າຮ່ວມ.

3-1-1

ອີງຕາມມາດຕາ 57 ຂອງ ກົດໝາຍວ່າດ້ວຍ ສະພາປະຊາຊົນຂັ້ນແຂວງ ກອງປະຊຸມຄັ້ງປະຖົມມະລືກ ຂອງສະພາ ປະຊາຊົນນະຄອນຫຼວງວຽງຈັນ ຄັ້ງນີ້ ຈະໄດ້ສຸມໃສ່ພິຈາລະນາ ແລະ ຕົກລົງບັນດາບັນຫາສຳຄັນພື້ນຖານ ຂອງນະຄອນຫຼວງດັ່ງນີ້:
1. ຮັບຟັງການລາຍງານ ຜົນສຳເລັດການເລືອກຕັ້ງ ແລະ ການຢັ້ງຢືນຄຸນລັກສະນະຂອງ ສະມາຊິກສະພາປະ ຊາຊົນນະຄອນຫຼວງວຽງຈັນ.
2. ເລືອກຕັ້ງປະທານ, ຮອງປະທານ ແລະ ກຳມະການຄະນະປະຈຳຂອງ ສະພາປະຊາຊົນ ນະຄອນຫຼວງວຽງຈັນ; ພິຈາລະນາຮັບຮອງເອົາ ກົງຈັກການຈັດຕັ້ງຂອງສະພາປະຊາຊົນ; ພິຈາລະນາ ແລະ ຮັບເອົາການແຕ່ງຕັ້ງປະທານ, ຮອງປະທານຄະນະກຳມາທິການ ແລະ ເລຂາທິການສະພາ ປະຊາຊົນນະຄອນຫຼວງວຽງຈັນ.
3. ເລືອກຕັ້ງເຈົ້າຄອງນະຄອນຫຼວງວຽງຈັນ, ພິຈາລະນາ ໂຄງປະກອບກົງຈັກການຈັດຕັ້ງຂອງ ອົງການປົກຄອງນະ ຄອນຫຼວງ, ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງຮອງເຈົ້າຄອງ, ຫົວໜ້າພະແນກ, ຫົວໜ້າອົງການລັດ ທຽບເທົ່າພະແນກຂັ້ນ ນະຄອນຫຼວງວຽງຈັນ.
4. ພິຈາລະນາ ແລະ ຮັບຮອງເອົາການສະເໜີແຕ່ງຕັ້ງ ຫົວໜ້າອົງການໄອຍະການປະຊາຊົນ ແລະ ປະທານສານປະ ຊາຊົນ ນະຄອນຫຼວງວຽງຈັນ.
5. ພິຈາລະນາຮັບຮອງເອົາ ວິໄສທັດຮອດປີ 2030, ຍຸດທະສາດຮອດປີ 2025, ແຜນພັດທະນາເສດຖະກິດ- ສັງຄົມ ແລະ ແຜນງົບປະມານ 5 ປີຄັ້ງທີ VIII ຂອງນະຄອນ ຫຼວງວຽງຈັນ.
6. ພິຈາລະນາຮັບຮອງເອົາແຜນການ 5 ປີຂອງ ສະພາປະຊາຊົນນະຄອນຫຼວງວຽງຈັນ.
7. ພິຈາລະນາ ແລະ ຮັບຮອງເອົາ ນິຕິກຳຂອງນະຄອນຫຼວງວຽງຈັນ ຈຳນວນໜຶ່ງ.

ທ່ານເຈົ້າຄອງນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ທຸກໆບັນຫາທີ່ຈະພິຈາລະນາຮັບຮອງເອົາ ໃນກອງປະຊຸມຄັ້ງນີ້ ລ້ວນແຕ່ແມ່ນບັນຫາພື້ນຖານສຳຄັນ ຂອງນະຄອນຫຼວງວຽງຈັນ. ທັງເປັນການຈັດຕັ້ງຜັນຂະຫຍາຍ ເນື້ອໃນຈິດໃຈມະຕິ VI ຂອງອົງຄະນະພັກນະຄອນຫຼວງ ໃຫ້ເປັນອັນລະອຽດ ໃນແຕ່ລະຂົງເຂດວຽກງານ ລວມ ທັງການປັບປຸງກົງຈັກການຈັດຕັ້ງ ໃນລະບົບອຳນາດແຫ່ງລັດ ຕະຫຼອດ 5 ປີຕໍ່ໜ້າ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີເພຈທ່ຽວເມືອງລາວ Laotrips ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...