spot_img
Homeຂໍ້ມູນກ່ຽວກັບປະເທດລາວປະຫວັດສາດລາວກະຊວງການຕ່າງປະເທດ ຫວນຄືນວັນສຳຄັນຂອງຊາດ ແລະ ສາກົນ

ກະຊວງການຕ່າງປະເທດ ຫວນຄືນວັນສຳຄັນຂອງຊາດ ແລະ ສາກົນ

Published on

721

ກະຊວງການຕ່າງປະເທດ ຈັດປາຖະກະຖາ ວັນປະຫວັດສາດ ສຳຄັນຂອງຊາດ ແລະ ສາກົນ ຂຶ້ນໃນວັນທີ 18 ພຶດສະພາ 2016 ເຊິ່ງເອກະສານ ທີ່ນຳມາເຜີຍແຜ່ ປະກອບມີ 6 ເອກະສານ ຄື:
– ວັນຜ່າວົງປິດລ້ອມ ຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ຄົບຮອບ 57 ປີ (18/5/1960-18/5/2016),
– ວັນວິລະກຳໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນຳພັກ ແລະ ແນວລາວສ້າງຊາດ ຄົບຮອບ 56 ປີ (24/5/1960-24/5/2016),
– ວັນເກີດຂອງປະທານ ໂຮ່ຈີ່ມິນ ຄົບຮອບ 126 ປີ (19/5/1890-19/5/2016),
– ວັນເກີດ ທ່ານ ກາກມາກ ຄົບຮອບ 198 ປີ (5/5/1818-5/5/2016),
– ວັນໄຊຊະນະ ດຽນບຽນຟູ ຄົບຮອບ 62 ປີ (7/5/1954-7/5/2016)
– ວັນໄຊຊະນະ ຂອງສະຫະພາບໂຊວຽດ ເໜືອຟາດຊິດເຢຍລະມັນ ໃນສົງຄົມໂລກຄັ້ງທີ II ຄົບຮອບ 71 ປີ (9/5/1945-9/5/2016)

ໃຫ້ກຽດເຜີຍແຜ່ເອກະສານ ໂດຍທ່ານນາງ ຄຳເພົາ ເອີນທະວັນ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ພ້ອມພະນັກງານຮ່ວມ ຫລາຍກວ່າ 400 ທ່ານ.

ທ່ານນາງ ຄຳເພົາ ເອີນທະວັນ ໄດ້ຍົກໃຫ້ເຫັນ ສະພາບການ ທີ່ກອງພັນທີ 2 ຖືກປິດລ້ອມ, ການຜ່າວົງປິດລ້ອມ ແລະ ປັດໄຈພື້ນຖານ ທີ່ເຮັດໃຫ້ກອງພັນທີ 2 ສາມາດຜ່າວົງປິດລ້ອມ ໄດ້ຢ່າງມີໄຊ, ການເຄື່ອນໄຫວ ປະຕິວັດຂອງຜູ້ນຳພັກ ແລະ ແນວລາວສ້າງຊາດ, ແຜນການໂຕນອອກຈາກຄຸກ, ການກະກຽມ ແລະ ສາເຫດ ການໂຕນຄຸກ ຢ່າງມະຫັດສະຈັນ ຂອງບັນດາຜູ້ນ ຳໄປສູ່ເຂດທີ່ໝັ້ນ ປະຕິວັດຢ່າງປອດໄພ, ພ້ອມທັງ ຍົກໃຫ້ເຫັນເຖິງຊີວິດ ແລະ ການເຄື່ອນໄຫວປະຕິວັດ, ຄຸນງານຄວາມດີ ແລະ ຜົນງານອັນຍິ່ງໃຫຍ່, ຄຸນສົມບັດສິນທຳປະຕິວັດ ຂອງປະທານ ໂຮ່ຈີ່ມິງ ແລະ ທ່ານ ກາກມາກ.

ນອກນັ້ນ, ຍັງໄດ້ເລົ່າຄືນກ່ຽວກັບ ເຫດການປະຫວັດສາດ ຂອງສາກົນ ໂດຍສະເພາະ ແມ່ນສາເຫດ ພາໃຫ້ເກີດສົງຄາມໂລກ ຄັ້ງທີ II, ການບຸກໂຈມຕີ ລ້າງຜານຂອງພວກຟາດຊິດ, ມະຫາສົງຄາມປ້ອງກັນ ປິຕິພູມຂອງກອງທັບ ແລະ ປະຊາຊົນໂຊວຽດ, ຜົນເສຍຫາຍ ແລະ ຜົນສະທ້ອນຂອງ ໄຊຊະນະຟາດຊິດ ຕໍ່ຊາວໂລກ, ການສະໜັບສະໜູນ ຊ່ວຍເຫລືອ ຂອງສະຫະພາບໂຊວຽດຕໍ່ ສປປ ລາວ, ແຜນຍຸດທະສາດ ປົດປ່ອຍດຽນບຽນຟູ ຂອງພັກກອມມູນິດ ຫວຽດນາມ ແລະ ຄວາມສຳຄັນ ຂອງໄຊຊະນະ ດຽນບຽນຟູ ຕື່ມອີກ .

ບົດຂ່າວຈາກ: ກະຊວງການຕ່າງປະເທດ

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...