Homeຂ່າວຕ່າງປະເທດໂນ​ເກ​ຍປະກາດ​ຫວນ​ຄືນສູ່​ທຸລະກິດ​ໂທລະສັບ​ມື​ຖື ​ແລະ ​ແທັບເລັດ​ອີກ

ໂນ​ເກ​ຍປະກາດ​ຫວນ​ຄືນສູ່​ທຸລະກິດ​ໂທລະສັບ​ມື​ຖື ​ແລະ ​ແທັບເລັດ​ອີກ

Published on

​ໂນ​ເກ​ຍບໍລິສັດ​ດ້ານ​ອຸປະກອນ​ເທ​ເລ​ຄອມ​ຂອງ​​ແຟັງ​ລັງກ່າວ​ມື້​ນີ້​ວ່າ ທາງ​ບໍລິສັດ​ມີ​ແຜນການ​ທີ່​ຈະ​ກັບ​ເຂົ້າ​ສູ່ວົງ​ການ​ທຸລະ​ກິດ​ດ້ານ​ໂທລະສັບ​ມື​ຖື ​ແລະ ​ແທັບ​ເລັດ​ອີກ​​ເທື່ອ​ໜຶ່ງ.

​ໂນ​ເກ​ຍ ຊຶ່ງ​ເຄີ​ຍ​ເປັນ​ຜູ້​ຜະລິດ​ໂທລະສັບ​ມື​ຖື​ອັນ​ດັບ 1 ຂອງ​ໂລກ ກ່າວວ່າ ບໍລິສັດ​ທີ່​ຈັດ​ຕັ້ງ​ຂຶ້ນ​ໃໝ່​ທີ່​ຊື່ ​ເອຊ​ເອັມດີ ​ໂກລບອລ ຈຳກັດ ຈະ​ໄດ້​ຮັບ​ມອບ​ສິດ​ໃນ​ການ​ຜະລິດ​ໂທລະສັບ​ສະມາດ​ໂຟນ ​ແລະ ​ແທັບ​ເລັດ​ໃນ​ຊື່​ໂນ​ເກ​ຍ​ແບບ​ເຕັມ​ຮູບ​ແບບ​ເພື່ອ​ຈຳໜ່າຍ​ທົ່ວ​ໂລກ​ພຽງ​ບໍລິສັດ​ດຽວ​ໃນ​ຊ່ວງ​ໄລຍະ​ເວລາ 10 ປີ​ຂ້າງ​ໜ້າ ​ໃນ​ຂະນະ​ດຽວ​ກັນ ບໍລິສັດ​ໄມ​ໂຄ​ຣຊອຟຂອງ​ສະຫະລັດ​ອອກຖະ​ແຫຼ​ງການ​ວ່າ ​ເອຊ​ເອັນ​ດີ ​ໂກລບອລ ​ແລະ ຫຸ້ນ​ສ່ວນ​ຈາກຈີນ​ໄຕ້​ຫວັນ ຄື​ບໍລິສັດ​​ເອຟ​ໄອ​ເອຊ ​ໂນ​ບາຍ ຊຶ່ງ​ເປັນ​ບໍລິສັດ​ໃນ​ເຄືອ​ຂ່າຍ​ຂອງ​ຟອກ​ຄອນ ​ເຕັກ​ໂນ​ໂລ​ຊີ ກຣຸບ ຈະ​ເຂົ້າ​ມາ​ຊື້​ກິ​ດຈະ​ການ​ສ່ວນ​ທີ່​ເປັນ​ທຸລະ​ກິດ​ໂທລະສັບ​ມື​ຖື​ຂອງ​ບໍລິສັດ​ໄມ​ໂຄຣຊອຟ​ເປັນ​ເງິນ 350 ລ້ານ​ໂດ​ລາ ຊຶ່ງ​ເປັນ​ທຸລະ​ກິດ​ທີ່​ໄມ​ໂຄຣຊອຟຊື້​ມາ​ຈາກ​ໂນ​ເກ​ຍ​ເມື່ອ​ປີ 2014 ​ໂນ​​ເກ​ຍ​ເຄີຍ​ເປັນ​ບໍລິ​ສັດ​ໂທລະສັບ​ມື​ຖື​ອັນ​ດັບ​ໜຶ່ງ​ຂອງ​ໂລກ​​ໃນ​ໄລຍະ​ປີ 1998-2011 ​ແຕ່​ຖືກ​ຄູ່​ແຂ່ງ​ຄື​ຊຳ​ຊຸງ​ຂອງສ.​ເກົາຫຼີ​ແຊງ​ໜ້າ ຫຼັງ​ຈາກ​ບໍ່​ສາມາດປັບ​ຕົວ​ກັບ​ການ​ປ່ຽນ​ແປງ​ຂອງ​ຕະຫຼາດ​ທີ່​ໂທລະສັບ​ແບບ​ສະມາດ​ໂຟນ​ໄດ້​ຮັບ​ຄວາມ​ນິຍົມ​ວ່ອງ​ໄວ ​ໂນ​ເກ​ຍກ່າວ​ອີກ​ວ່າ ບໍ່​ໄດ້​ຖື​ຫຸ້ນ​ໃນ​ບໍລິສັດ​ເອຊ​ເອັມດີ ​ໂກລບອລ ​ແຕ່​ຢ່າງ​ໃດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...