spot_img
Homeຂ່າວຕ່າງປະເທດແພດອາເມຣິກາ ປ່ຽນຖ່າຍອະໄວຍະວະເພດຊາຍ ສຳເລັດເປັນຄັ້ງທຳອິດ ສາມາດມີເພດສຳພັນໄດ້ ປົກກະຕິ!

ແພດອາເມຣິກາ ປ່ຽນຖ່າຍອະໄວຍະວະເພດຊາຍ ສຳເລັດເປັນຄັ້ງທຳອິດ ສາມາດມີເພດສຳພັນໄດ້ ປົກກະຕິ!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 17 ພຶດສະພາຜ່ານມານີ້ວ່າ ໂຮງໝໍໃຫຍ່ຂອງລັດແມດຊາຊູເຊດ ສະຫະລັດອາເມຣິກາ ໄດ້ອອກມາຖະແຫລງ ໃນມື້ວັນຈັນທີ 16 ພຶດສະພາ 2016 ກ່ຽວກັບຜົນສຳເລັດ ໃນການປ່ຽນຖ່າຍອະໄວຍະວະເພດຊາຍ ຄັ້ງທຳອິດ ໃຫ້ແກ່ ທ້າວ ໂທມັສ ແມນນິ່ງ ອາຍຸ 64 ປີ ອັນໄດ້ກາຍເປັນ ການຜ່າຕັດຄັ້ງສຳຄັນຂອງວົງການແພດ ແລະ ສ້າງຄວາມຫວັງໃຫ້ແກ່ທ່ານຊາຍ ຜູ້ຊຶ່ງໄດ້ສູນເສຍຂອງຮັກຂອງຫວງ.

ການຜ່າຕັດດັ່ງກ່າວນີ້ ໄດ້ໃຊ້ເວລາດົນເຖິງ 15 ຊົ່ວໂມງ ໂດຍຄົນເຈັບລາຍດັ່ງກ່າວ ໄດ້ເຂົ້າຮັບການຜ່າຕັດ ປ່ຽນຖ່າຍອະໄວຍະວະເພດໃໝ່ ພາຍຫລັງທີ່ຜູ້ກ່ຽວສູນເສຍອະໄວຍະວະເພດ ຈາກພະຍາດມະເຮັງອະໄວຍະວະເພດ ຊະນິດຮຸນແຮງ ໂດຍແພດໄດ້ຕັດອອກເມື່ອປີ 2012 ຜ່ານມາ ຊຶ່ງອະໄວຍະວະເພດໃໝ່ນີ້ ຈະເຮັດໃຫ້ຜູ້ກ່ຽວ ສາມາດຍ່ຽວໄດ້ເປັນປົກກະຕິ ແລະ ມີເພດສຳພັນໄດ້ອີກດ້ວຍ ຍົກເວັ້ນແຕ່ຜູ້ກ່ຽວ ຈະບໍ່ສາມາດມີລູກໄດ້ ເນື່ອງຈາກບໍ່ໄດ້ມີການປູກຖ່າຍລູກອັນທະໃໝ່.

Curtis Cetrulo, Dicken Ko

ແນວໃດກໍຕາມ ຍັງມີຄວາມທ້າທາຍສຳຄັນອີກຢ່າງໜຶ່ງຄື ການຂາດແຄນຜູ້ບໍລິຈາກອະໄວຍະວະເພດ ໂດຍການຜ່າຕັດກໍລະນີດັ່ງກ່າວນີ້ ແພດໄດ້ນຳໃຊ້ອະໄວຍະວະເພດ ທີ່ໄດ້ຮັບການບໍລິຈາກທ່ານໜຶ່ງ ຊຶ່ງບໍ່ມີການເປີດເຜີຍຊື່ ພຽງແຕ່ບອກວ່າ ເປັນຜູ້ທີ່ເສຍຊີວິດໄປແລ້ວເທົ່ານັ້ນ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...