spot_img
Homeນານາສາລະສູດໄລ່ໜູ ໃຫ້ອອກຈາກເຮືອນໂດຍບໍ່ຕ້ອງຂ້າ ດ້ວຍສະໝຸນໄພທຳມະຊາດ

ສູດໄລ່ໜູ ໃຫ້ອອກຈາກເຮືອນໂດຍບໍ່ຕ້ອງຂ້າ ດ້ວຍສະໝຸນໄພທຳມະຊາດ

Published on

ໜູ ຖ້າຫາເມື່ອໃດທີ່ມັນຢ້າຍຖິ່ນເຂົ້າມາຢູ່ໃນເຮືອນເຮົາແລ້ວ ພຽງບໍ່ດົນຈຳນວນໜູກໍ່ຈະເພີ່ມຂຶ້ນຢ່າງໄວວາຈົນໜ້າຕົກໃຈ ນອກຈາກມັນຈະມາສ້າງຄວາມລຳຄານໃຫ້ແກ່ເຮົາແລ້ວມັນຍັງມາທຳລາຍເຄື່ອງນຸ່ງ, ສິ່ງຂອງທີ່ຢູ່ໃນເຮືອນຂອງເຮົາພ້ອມ ນອກຈາກນີ້ມັນຍັງເປັນພາຫະນຳເຊື້ອໂຣກມາໃສ່ຕົວເຮົາອີກດ້ວຍ ວັນນີ້ ລາວໂພສຕ໌ເລີຍມີວິທີໄລ່ໜູອອກຈາກເຮືອນ ໂດຍບໍ່ຕ້ອງຂ້າ ດ້ວຍສະໝຸນໄພທຳມະຊາດມາຝາກ

ສະໝຸນໄພໄລ່ໜູໃນເຮືອນຊານ

Image (1)

 

ຫຼາຍຄົນອາດຍັງບໍ່ຮູ້ວ່າສະໝຸນໄພໃນເຮືອນຊານເຮົາສາມາດເປັນວັດຖຸດິບຊັ້ນເລີດໃນການໄລ່ໜູອອກຈາກເຮືອນ ເພາະຊັບພະຄຸນຂອງ ຂ່າ, ກະທຽບ, ເກືອ ແລະ ຜັກອີ່ເລີດ ມີກິ່ນແຮງທີ່ສາມາດໄລ່ໝູ ແລະ ແມງສາບໄດ້

ສ່ວນປະສົມ
ຜັກອີ່ເລີດ 4 ຂີດ
ຂ່າສົດ 3 ຂີດ
ກະທຽມ 2 ຂີດ
ເກືອ 1 ຂີດ

ຂັ່ນຕອນການເຮັດ

ນຳໃບຜັກອີເລີດ 4 ຂີດໄປນຶ້ງໃຫ້ສຸກ ແລ້ວນຳມາຕຳໃຫ້ລະອຽດ ນຳຂ່າສົດ 3 ຂີດ ແລະ ກະທຽມ 2 ຂີດ ລົງຄົກແລ້ວຕຳໃຫ້ເຂົ້າກັນ ສ່ວນເກືອ 1 ຂີດ ແມ່ນເອົາໄປລະລາຍນ້ຳພໍປະມານແລ້ວຕົ້ມຈົນຟົດ ຈາກນັ້ນກໍ່ນຳສ່ວນປະກອບທັງໝົດໄປຄົນເຂົ້າກັນ ແລ້ວກໍ່ຕັກໃສ່ຈານ ແລະ ນຳໄປວາງໃສ່ຕາມທາງໝູມັກທຽວ ຫຼື ຈຸດທີ່ໜູມັກຢູ່ ເຮັດແບບນີ້ເປັນປະຈຳໜູກໍ່ຈະຄ່ອຍໆຫາຍຕົວໄປຈາກເຮືອນທ່ານ

Image (2)

ຫາກເຮືອນໃຜມີໝາກຂີ້ຫູດຫຼາຍກໍ່ລອງໃຊ້ວິທີນີ້ເບິ່ງ ພຽງປາດໝາກຂີ້ຫູກເປັນປ່ຽງບາງໆແລ້ວໄປວາງຕາມຈຸດທີ່ໜູມັກຜ່ານ ຫຼື ຈຸດທີ່ໜູມັກອາໃສຢູ່ ໝາກຂີ້ຫູດຈະມີກິນຂິວເຊິ່ງເປັນກິ່ນທີ່ໜູບໍ່ມັກ ເຮັດແບບນີ້ເປັນປະຈຳ ໜູກໍ່ຈະຄ່ອຍໆຫາຍໄປ ໝາກຂີ້ຫູດນອກຈາກຈະໄລ່ໜູໄດ້ມັນຍັງສາມາດໄລ່ງູໄດ້ນຳອີກດ້ວຍ

 

ທີ່ມາ: http://www.manager.co.th/

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...