Home​ຂ່າວບັນເທິງຫົວເຫວີຍ ໄດ້ “ລິໂອເນວ ເມດສຊີ້” ນັກເຕະບານລະດັບໂລກ ມາເປັນຕົວແທນຂອງແບຣນ ຄົນຫລ່າສຸດ

ຫົວເຫວີຍ ໄດ້ “ລິໂອເນວ ເມດສຊີ້” ນັກເຕະບານລະດັບໂລກ ມາເປັນຕົວແທນຂອງແບຣນ ຄົນຫລ່າສຸດ

Published on

ຫົວເຫວີຍ ຜູ້ນຳດ້ານເທັກໂນໂລຢີອຸປະກອນການສື່ສານ, ຜູ້ໃຫ້ບໍລິການດ້ານໂທລະຄົມມະນາຄົມ ແລະ ສະມາດໂຟນ ໄດ້ຕົກລົງເຊັນສັນຍາ ກັບຕົວແທນຂອງແບຣນ ຄົນລ່າສຸດ “ລິໂອເນວ ເມດສຊີ້” ເພື່ອສ້າງການເຊື່ອມໂຍງລະຫວ່າງ ຫົວເຫວີຍ ແລະ ຜູ້ຊົມໃຊ້, ໂດຍສະທ້ອນໃຫ້ເຫັນພາບລັກແຫ່ງຄວາມມຸ່ງໜັ່ນ ແລະການຝັນຝ່າອຸປະສັກຕ່າງໆ ເພື່ອໃຫ້ບັນລຸເປົ້າໝາຍ.

787

ທ່ານ ເຄວິນ ໂຮ ປະທານດ້ານຜະລິດຕະພັນໂທລະສັບມືຖື ກຸ່ມທຸລະກິດຜູ້ຊົມໃຊ້ ຂອງຫົວເຫວີຍ ໄດ້ກ່າວວ່າ ຄວາມທ້າທ້າຍ ແມ່ນສິ່ງທີ່ຜັກດັນໃຫ້ຜູ້ຄົນເຮັດໃຫ້ສີ່ງທີ່ຮັກ, ຕ້ອງການ ແລະ ຈະກ້າວໄປສູ່ຄວາມສຳເລັດນັ້ນ ຈຳເປັນຕ້ອງໃຫ້ຄວາມສຳຄັນໃນການພັດທະນາ, ຮຽນຮູ້ ຈາກປະສົບການ ແລະ ຄວາມພະຍາຍາມທີ່ຈະຕໍ່ສູ້ກັບອຸປະສັກຕ່າງໆ ເຊີ່ງຖືວ່າເປັນປັດສະຍາທີ່ຫົວເຫວີຍໄດ້ຢຶດຖືຕະຫຼອດມາ ຈົນເຮັດໃຫ້ ຫົວເຫວີຍ ກ້າວຂື້ນມາເປັນຜູ້ນຳ 1 ໃນ 3 ຂອງຜູ້ຜະລິດສະມາດໂຟນທີ່ມີຄົບທັງການອອກແບບ ແລະ ການໃຊ້ງານ. ຫົວເຫວີຍບໍ່ໄດ້ມຸ້ງໜັ່ນແຕ່ຄວາມສຳເລັດ ແຕ່ຍັງສະແຫວງຫາຄວາມທ້າທາຍເພື່ອສີ່ງທີ່ດີກວ່າ ເຊິ່ງສິ່ງເຫຼົ່ານັ້ນກໍ່ຄືສີ່ງທີ່ ຫົວເຫວີຍ ແລະ ລິໂອເນວ ເມດສຊີ້ ມີຮ່ວມກັນ.

7887

ປະຈຸບັນ ຫົວເຫວີຍ ແມ່ນ 1 ໃນ 3 ຂອງຜູ້ຜະລິດສະມາດໂຟນລະດັບໂລກ ແລະ ພູມໃຈນຳສະເໜີ ສະມາດໂຟນໃໝ່ຫຼາກຫຼາຍລຸ້ນ ເຊິ່ງລວມມີ ລຸ້ນ Mate, P ແລະ G. ເຊີ່ງໃນວັນທີ 26 ເດືອນພະຈິກ 2015 ຫົວເຫວີຍໄດ້ເປີດໂຕ ຫົວເຫວີຍລູ້ນທ໋ອບສຸດ Mate 8 ເຊິ່ງຕອບໂຈດນັກທຸລະກິດລຸ້ນໃໝ່ ທີ່ຕ້ອງການສີ່ງໃໝ່ໆ ໃນການເຮັດວຽກໄດ້ສະດວກຍີ່ງຂື້ນ. ແລະກໍ່ໄດ້ຜົນຕອບຮັບທີ່ດີເກີນຄາດໝາຍ ດ້ວຍຍອດຂາຍ 3 ລ້ານ ກ່ວາເຄື່ອງ ໃນທົ່ວໂລກ.

ທີ່ມາ: ວາລະສານມະຫາຊົນ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...