Homeຂ່າວການພັດທະນາວິ­ລາ​ໂກ ໂຮງ­ງານ​ຜະ­ລິດ​ຝຸ່ນ​ຫີນ​ກາວ​ຄຸນ​ນະ​ພາບ​ສູງ

ວິ­ລາ​ໂກ ໂຮງ­ງານ​ຜະ­ລິດ​ຝຸ່ນ​ຫີນ​ກາວ​ຄຸນ​ນະ​ພາບ​ສູງ

Published on

ພິ­ທີເປີດໂຮງ­ງານຜະ­ລິດຝຸ່ນຫີນກາວຄຸນນະພາບສູງຂອງບໍ­ລິ­ສັດຫວຽດ-ລາວ ຈຳ­ກັດ ຫຼື ບໍ­ລິ­ສັດວິ­ລາໂກ ໄດ້ຈັດຂຶ້ນໃນເຊົ້າວັນທີ 15 ພຶດ­ສະ­ພາ 2016 ນີ້  ທີ່ບ້ານບຶງຫົວນາ ເມືອງເຊບັ້ງ­ໄຟ ເປັນກຽດເຂົ້າຮ່ວມມີ ທ່ານ ສົມໃຈ ເພັດສີນວນ ຮອງເຈົ້າ­ແຂວງໆຄຳມ່ວນ, ທ່ານ ເຈິ່ນກົງທິ່ງ ກົງສູນໃຫຍ່ຫວຽດ­ນາມປະຈຳແຂວງສະ­ຫວັນນະເຂດ, ທ່ານ ເຈິ່ນ ຫິ່ວຈຸງ ປະ­ທານສະ­ພາບໍ­ລິ­ຫານສະ­ຫະບໍ­ລິ­ສັດແຮ່ທາດ ແລະ ການຄ້າແຂວງຮ່າຕິ່ງ, ຕະ­ຫຼອດຮອດພາກ­ສ່ວນກ່ຽວ­ຂ້ອງ, ແຂກຖືກເຊີນ, ນັກຂ່າວທ້ອງ­ຖິ່ນແຂວງຄຳມ່ວນ ແລະ ແຂວງຮ່າຕິ່ງເຂົ້າຮ່ວມ.

ທ່ານ ເລເວດທາວ ຮອງອຳ­ນວຍການໃຫຍ່ບໍ­ລິ­ສັດແຮ່ທາດ ແລະການຄ້າ ແຂວງຮ່າຕິງ ທັງເປັນອຳ­ນວຍການບໍລິສັດຫວຽດ-ລາວ ຈຳ­ກັດ ໄດ້ໃຫ້ຮູ້ໂດຍຫຍໍ້ກ່ຽວກັບໂຮງ­ງານດັ່ງກ່າວ ແມ່ນເລີ່ມກໍ່­ສ້າງມາແຕ່ເດືອນກຸມພາ­ຫາວັນທີ 15 ພຶດ­ສະ­ພາ 2016 ໄດ້ສຳເລັດ ແລະເປີດນຳໃຊ້ຢ່າງເປັນທາງການດ້ວຍກຳ­ລັງການຜະ­ລິດ 20 ພັນໂຕນຕໍ່ປີ ລວມມູນຄ່າການລົງ­ທຶນ 2,5 ລ້ານໂດລາສະ­ຫະ­ລັດ ຫຼື ປະ­ມານ 20 ຕື້ກີບ.

ມາຮອດປະ­ຈຸບັນໂຮງ­ງານແມ່ນມີ 5 ປະ­ເພດຜະ­ລິດຕະພັນນຳເຂົ້າໃນການຜະລິດວັດສະດຸກໍ່­ສ້າງ, ຜະ­ລິດເຄື່ອງເຊລະມິກ, ຜະ­ລິດຕະພັນລຽບຍິບຊຳ ແລະ ສຳລັບຜະ­ລິດຕະພັນ ຝຸ່ນຫີນກາວຄຸນນະ ພາບສູງແມ່ນຈະໄດ້ສະ­ໜອງໃຫ້ບັນ­ດາຂະ­ແໜງ­ການຜະ­ລິດແມ່ແບບເຄື່ອງເຊີ ລາມິກ.

ບໍ­ລິ­ສັດຫວຽດ-ລາວ ຈຳ­ກັດແມ່ນບໍລິສັດລົງ­ທຶນຂອງຕ່າງ­ປະ­ເທດ 100% ມີເນື້ອ­ທີ່ສຳປະ­ທານ ທັງໝົດ 700 ເຮັກ­ຕາ, ເຄື່ອນໄຫວກິດ­ຈະ­ການໃນຂົງ­ເຂດຂຸດຄົ້ນ ແລະປຸງແຕ່ງເຂົ້າສູ່ລວງເລິກຂອງບັນ­ດາຜະ­ລິດຕະພັນຈາກຫີນກາວທຳມະຊາດປຸງແຕ່ງກາຍ­ເປັນຜະ­ລິດຕະພັນສຳ­ເລັດຮູບ (ແຜ່ນເພ­ດານລາຍດອກ)  ຊຶ່ງຜ່ານມາບໍ­ລິ­ສັດແມ່ນເປັນຫົວ­ໜ່ວຍທຸ­ລະກິດໜຶ່ງທີ່ລົງ­ທຶນໃນຂົງ­ເຂດຂຸດຄົ້ນຫີນກາວຢ່າງມີປະສິດ­ທິຜົນພໍສົມ­ຄວນ ແຕ່ລະປີໄດ້ປະ­ກອບ­ສ່ວນມອບພັນ­ທະເຂົ້າງົບ­ປະ­ມານແຫ່ງລັດ, ພ້ອມນັ້ນທາງບໍ­ລິ­ສັດຍັງໄດ້ຊ່ວຍສ້າງວຽກເຮັດງານທຳໃຫ້ແກ່ພໍ່ແມ່ປະ­ຊາ­ຊົນພາຍໃນເຂດສຳປະ­ທານເຊິ່ງສາ­ມາດເວົ້າໄດ້ວ່າບໍລິສັດແມ່ນວິສາຫະກິດໜຶ່ງທີ່ນຳໜ້າໃນການດຳ­ເນີນທຸ­ລະກິດຕະ­ຫຼອດເຖິງການປະ­ຕິ­ບັດພັນ­ທະຕໍ່ລັດ-ຕໍ່ສັງ­ຄົມ.

ທີ່ມາ: logo

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...