spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 2)

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 2)

Published on

ອ່ານຕໍ່ຈາກສະບັບກ່ອນ

ໂຕ້ເມື່ອໄດ້ຍິນຂໍ້ສະເໜີທີ່ຕຸ່ນສະເໜີໃຫ້ລາວກໍ່ອຶ້ງໄປເລີຍ ຄວາມຄິດໃນໃຈຂອງໂຕ້ແມ່ນບໍ່ຈັກສິວ່າແນວໃດເລີຍສິຕອບປະຕິເສດກໍ່ບໍ່ກ້າເວົ້າ ສິຕອບຕົກລົງກໍ່ບໍ່ເຕັມຮ້ອຍ ລາວເລີຍປ່ອຍເລີຍຕາຍເລີຍຊະ ຝ່າຍຕຸ່ນແມ່ນເລີ່ມປະຕິບັດຕາມແຜນການທັນທີ ຮອດໂມງເລີກເມືອຕອນສວາຍໂຕ້ກຳລັງຈົກຖົງພາຍອອກມາຈາກກ້ອງໂຕະ ຕຸ່ນກໍ່ຟ້າວຍ່າງມາຫາທີ່ໂຕະ ລໍຄົນອອກໄປຈາກຫ້ອງກ່ອນ ຕຸ່ນເລີຍເວົ້າກັບໂຕ້ໄປວ່າ

ຕຸ່ນຍິ້ມ ແລະ ຈ້ອງໄປທີ່ຕາໂຕ້ພ້ອມເວົ້າວ່າ: ກິນເຂົ້າແລ້ວຟ້າວມາໂຮງຮຽນໄວໆເດີ້! ເຂົາຄິດຮອດ ເມື່ອເວົ້າສຸດຄຳຕຸ່ນກໍ່ເສືອກຕາແນມໄປທີ່ ເປົາ ເຫັນ ເປົາແນມເບິ່ງຢູ່ ແຕ່ຕຸ່ນກໍ່ເຮັດບໍ່ສົນ ແຮງເຮັດໃສ່ຊ້ຳ ລາວໄດ້ຍ່າງຮຽງໂຕ້ອອກໄປຮອດຄອກລົດ ແລ້ວໂບກມືບ່າຍໆໃຫ້ອີກ ເຊິ່ງໂຕ້ກໍ່ຮູ້ສຶກອາຍໆ ແຕ່ເຮັດຫຍັງບໍ່ໄດ້ ໄດ້ແຕ່ຍິ້ມແຫ້ງໆ ແລ້ວຟ້າວຈັບລົດຖີບອອກໄປ ເມື່ອໂຕ້ອອກໄປໃກ້ວິດປະຕູໂຮງຮຽນຕຸ່ນຫັນກັບມາພໍດີຕຳກັບເປົາ ພວກເຂົາແນມເບິ່ງໜ້າກັນ ເປົາເຮັດໜ້າເສີຍໆໃສ່ຕຸ່ນ ຕຸ່ນກໍ່ເຮັດໜ້າເສີຍໆໃສ່ ກ່ອນທີ່ເປົາຈະຍ່າງໄປຈາກຕຸ່ນລາວໄດ້ກົ້ມມາຊຶ່ມໃສ່ຫູຕຸ່ນວ່າ: ສະແດງໃຫ້ມັນນຽນໆແນ່ ຖ້າສິເຮັດໃສ່ກັນກະດາຍ ເວົ້າສຸດແລ້ວລາວກໍ່ຫົວເບົາໆແລ້ວກໍ່ຍ່າງໄປເອົາລົດຈັກແລະຂັບອອກໄປ ຕຸ່ນຮູ້ສຶກເຈັບໃຈ ລາວເລີຍຟ້າວຍ່າງເຂົ້າມາໃນຫ້ອງລາວນັ່ງລົງທີ່ຕັ່ງແລະຈົ່ມພຶມພຳຄົນດຽວເບົາໆວ່າ: ມັນຮູ້ເສີຍວ່າເຮົາສະແດງ ຫຼື ວ່າເຮົາຕ້ອງສົມຈິງກ່ວານີ້ຫວາະ! ຮອດຕອນແລງເລີກຮຽນຕຸ່ນໄດ້ຊວນໂຕ້ໄປກິນຕຳເຂົ້າປຸ້ນ ແລະ ຊາໄຂ່ມຸກທີ່ຮ້ານອາຫານຂ້າງໂຮງຮຽນ ທີ່ຮ້ານອາຫານພວກເຂົາໄດ້ເຂົ້າໄປນັ່ງໃນໂຕະ ແລະ ສັ່ງຕຳເຂົ້າປຸ້ນ 1ຖາດກ່ອນ ແລະ ຊາໄຂ່ມຸກ 2 ຈອກ ໂຕ້ສົງໃສວ່າວັນນີ້ແມ່ນວັນຫຍັງຕຸ່ນຄືຊວນຕົນເອງມາລ້ຽງ

ໂຕ້: ຕຸ່ນ! ມື້ນີ້ເປັນຫຍັງເພິ່ນຄືຊວນເຂົາມາລ້ຽງ

ຕຸ່ນທັງດູດຊາໄຂ່ມຸກທັງຕອບ: ເນື່ອງໃນວັນທີ່ເຂົາໄດ້ແຟນໃໝ່

ໂຕ້: ຫະ! ເພິ່ນໄດ້ແຟນໃໝ່ລະຫວະ ຫາກໍ່ອົກຫັກສາມມື້, ໄດ້ແຟນໃໝ່ລະ! ແລ້ວໃຜລະແມ່ນແຟນໃໝ່ເພິ່ນ

ຕຸ່ນ: ເຂົາຫາກໍ່ໄດ້ມື້ເຊົ້ານີ້! ເປັນຄົນສະໜິດເຂົາເອງ! ເປັນຄະນະຫ້ອງ! ຮຽນເກັ່ງ! ນິໄສດີເວີ້! ຮະຮະຮະ ກະເພິ່ນຫັ້ນເດະ

ໂຕ້ຍິ້ມແລະແກ່ວງຫົວ: ເຂົາລະເຊື່ອເພິ່ນເລີຍ

ຕຸ່ນ: ເລີ່ມແຕ່ມື້ນີ້ໄປເຮົາເປັນແຟນກັນແລ້ວ ເຂົາກໍ່ຈະດູແລເພິ່ນຄືແຟນເຂົາແທ້ ຈົນກ່ວາຈະຄົບໜຶ່ງເດືອນ ອົດທົນແນ່ເດີ້ ຊ່ວງນີ້ຊ່ວຍເປັນແຟນເຂົາໄປກ່ອນ ພໍໃຫ້ເຂົາລືມເປົາໃຫ້ໄດ້ກ່ອນ ໂອເຄເນາະ

ໂຕ້ຖອນຫາຍໃຈທັນທີ ແຕ່ກໍ່ຮັບປາກວ່າຈະຊ່ວຍ ເພາະເປັນຄຳຂໍຈາກໝູ່ ແລ້ວຕຸ່ນກໍ່ເລີ່ມເຮັດດີກັບໂຕ້ເປັນພິເສດເໝືອນລາວເຄີຍປະຕິບັດກັບເປົາ ໃນຕອນກາງຄືນທຸກຄືນຕຸ່ນຈະໂທຂໍເພງໃຫ້ໂຕ້ ແລະ ຄືນໃດທີ່ລາວໂທຂໍເພງລາວກໍ່ຈະໂທຫາໂຕ້ເພື່ອໃຫ້ໂຕ້ຖ້າຟັງດີເຈອ່ານຂໍ້ຄວາມທີ່ຕຸ່ນຝາກເຖິງໂຕ້ເຊັ່ນ:

ດີເຈ: ສາຍນີ້ຈາກຕຸ່ນຂໍເພງ ໜ້າຮັກ ຂອງຢູນິຄັອນ ມອບໃຫ້ໂຕ້ສຸດທີ່ຮັກ ແລະ ຝາກບອກວ່າລັບຝັນດີເດີ້

ຜ່ານໄປແລ້ວ 5 ວັນໂຕ້ກໍ່ຮູ້ແປກໆຈາກເມື່ອກ່ອນ ໂຕ້ຮູ້ສຶກວ່າ ວັນເສົາ-ອາທິດ ມັນເປັນສອງວັນທີ່ຍາວແລະນານຄ່ຳເຫຼືອເກີນ ໃນໃຈລາວຢາກໃຫ້ມັນຮອດວັນຈັນໄວໆ ເພື່ອຈະໄດ້ໄປໂຮງຮຽນ ເຊິ່ງໂຕ້ເອງກໍ່ບໍ່ເຂົ້າໃຈຕົນເອງເຊັ່ນກັນວ່າເປັນຫຍັງຮອດແລງວັນສຸກລາວຈິ່ງຮູ້ສຶດເຫງົາໆ ວັນເສົາ-ອາທິດ ລາວຮູ້ສຶກເບື່ອໆ ເຊິ່ງອາການນີ້ລາວບໍ່ເຄີຍເປັນມາກ່ອນ ແລ້ວເຊົ້າວັນຈັນເວລາແຫ່ງຄວາມສຸກຂອງໂຕ້ກໍ່ມາຮອດໂຕ້ໄດ້ໄປໂຮງຮຽນແຕ່ເຊົ້າ ແລະ ອອກມານັ່ງທີ່ລະບຽງຫ້ອງສາຍຕາສະເງີ້ເບິ່ງລົດທີ່ຂີ່ເຂົ້າມາໃນເດີ່ນໂຮງຮຽນ ຄັນນັ້ນຄັນນີ້ ເມື່ອໂຕ້ເຫັນຕຸ່ນຖີບລົດເຂົ້າມາໃນເດີ່ນໂຮງຮຽນລາວຮູ້ສຶກດີໃຈກວ່າທຸກຄັ້ງລາວຍິ້ມໜ້າບານໄວ້ຖ້າ ຕອນເຄົາລົບທຸງຊາດເຊົ້າມື້ນີ້ບໍ່ວ່າຕຸ່ນໄປຢືນຢູ່ຈຸດໃດໂຕ້ກໍ່ຈະໄປຢືນຂ້າງໆ ໂຕ້ໝັ່ນເສືອກຕາໄປເບິ່ງຕຸ່ນຕະຫຼອດ ແລະ ລັກຍິ້ມໃນໃຈຄົນດຽວ

ຮອດຕອນບ່າຍວັນນີ້ມີຮຽນວິຊາພາລະສຶກສາ ນັກຮຽນຫ້ອງ 6/1 ໄດ້ອອກມາຮວມຕົວກັນທີ່ເດີ່ນໂຮງຮຽນພ້ອມອາຈານວິຊາພາລະ ມື້ນີ້ພວກເຂົາຮຽນກີລາບານເຕະ ກ່ອນຈະເລີ່ມຮຽນທຸກຄົນຕ້ອງໄດ້ແລ່ນອ້ອມເດີ່ນໂຮງຮຽນເພື່ອວອມຮ່າງກາຍກ່ອນ 1 ຮອບ ແລ້ວນັກຮຽນຫ້ອງ6/1 ທຸກຄົນກໍ່ພາກັນແລ່ນ ໂຕ້ໄດ້ແລ່ນຂ້າງໆຕຸ່ນບໍ່ຫ່າງໃນຂະນະກຳລັງແລ່ນຢູ່ນັ້ນບັງເອີນໂຕ້ໄດ້ແນມລົງໄປທີ່ເກີບຕຸ່ນເຫັນສາຍເກີບຕຸ່ນອາດຈະມັດບໍ່ແໜ້ນສາຍເກີບກຳລັງຫລຸດອອກເທື່ອລະໜ້ອຍ ໂຕ້ເລີຍຈັບແຂນທີ່ຕຸ່ນທີ່ກຳລັງແລ່ນ ແລະ ບອກໃຫ້ຕຸ່ນຢຸດກ່ອນ ພວກເຂົາໄດ້ຜ່ອນຄວາມໄວລົງ ແລະ ແລ່ນເຂົ້າແຄມທາງແລ່ນ ຕຸ່ນໄດ້ຢືນຢູ່ເຊິ່ງໜ້າໂຕ້ ແລະ ແນມເບິ່ງໜ້າພ້ອມຖາມວ່າ ມີຫຍັງ ຈາກນັ້ນໂຕ້ກໍ່ນັ່ງລົງ ແລະ ກົ້ມລົງໄປຈັບສາຍເກີບແລ້ວມັດສາຍເກີບແໜ້ນໆໃຫ້ ຕຸ່ນໄດ້ແນມເບິ່ງໜ້າໂຕ້ດ້ວຍຄວາມຮູ້ສຶກອາຍໆເລັກໜ້ອຍ ເພາະກໍ່ມີໝູ່ຫຼາຍຄົນແນມເບິ່ງ ແຖມພວກທີ່ເຂົາແລ່ນຜ່ານກໍ່ພາກັນຮ້ອງແຊັວສຽງດັງ ຈົນເປັນຕາອາຍ ເມື່ອໂຕ້ມັດສາຍເກີບມຫ້ຕຸ່ນແລ້ວລາວກໍ່ລຸກຂຶ້ນມາ ຕຸ່ນໄດ້ກ່າວຄຳຂອບໃຈ ແລະ ທັງສອງກໍ່ໄດ້ແລ່ນອ້ອມເດີ່ນຄືໝູ່

ຫຼັງຈາກແລ່ນອ້ອມເດີ່ນໂຮງຮຽນຄົບ 1 ຮອບແລ້ວ ພວກເຂົາກໍ່ພາກັນລຽນແຖວແລະເຮັດຢືດເສັ້ນຢຶດສາຍ ຈາກນັ້ນ ອາຈານກໍ່ເລີ່ມສອນທັກສະການຈັບບານ,ລ້ຽງບານ, ຫຼອກບານ, ຍິງປະຕູ, ຮັບບານ ໂດຍການແບ່ງອອກເປັນສອງທີມ ຍິງ-ຊາຍ ປ່ຽນກັນມາຊ້ອມລູກໂທດ ທາງທີມຊາຍເປັນໄປດ້ວຍຄວາມສະຫງົບເໝືອນການເຕະບານມັນເປັນສິ່ງງ່າຍຫຼາຍສຳລັບຜູ້ຊາຍ ແຕ່ທີມແມ່ຍິງແມ່ນມີແຕ່ສຽງໂດຍສະເພາະຜູ້ຮັບບານສ່ວນຫຼາຍຈະບໍ່ຮັບ ບາດບານມາກະະແລ່ນໜີປ່ອຍໃຫ້ບານເຂົາໂກນໄປເລີຍ ເພາະຢ້ານເຈັບ ຢ້ານບານຖືກໜ້າປະມານນີ້ ແລະ ການຍິງແມ່ນຖືວ່າບໍ່ໄດ້ເລື່ອງເລີຍ ບາງຄົນກໍ່ຍິງບານໄປມົ້ວໂກນຢູ່ບ່ອນໜຶ່ງບານຢູ່ບ່ອນໜຶ່ງ ແຕ່ທຸກຄົນກໍ່ທັງມ່ວນທັງມ່ວນ ມືນີ້ເປັນພຽງການຊ້ອມແຕ່ທິດໜ້າແມ່ນການເສັງວິຊາພາລະ ທຸກຄົນແມ່ນຈະຕ້ອງໄປຝຶກຊ້ອມຈັບບານ, ລ້ຽງບານ, ຍິງລູກໂທດ ແລະ ຮັບບານ ເຊິ່ງມັນເປັນສິ່ງທີ່ແມ່ຍິງບໍ່ມັກເລີຍ ແຕ່ໂຊກດີທີ່ຕຸ່ນເປັນໜຶ່ງໃນບັນດາແມ່ຍິງຜູ້ໂຊກດີທີ່ມີໝູ່ຜູ້ຊາຍຫຼາຍຄົນ ເຊັ່ນ: ກີ້, ໂຕ້, ປຸ ແລະ ໂຈ້ ພາກັນສອນໃຫ້ຕຸ່ນໃນຕອນແລງເລີກຮຽນເກືອບທຸກມື້

ແລ້ວກໍ່ມາຮອດມື້ເສັງປະຈຳເດືອນວິຊາພາລະສຶກສາ ຕຸ່ນໄດ້ເກັບຄະແນນຕັ້ງແຕ່ການຈັບບານ, ລ້ຽງບານ, ຫຼອກບານໄດ້ເປັນຢ່າງດີ ບາດຮອດຕອນຍິງລູກໂທດ ໃນຂະນະທີ່ຕຸ່ນກຳລັງຈະຍິງລູກໂທດ ລາວພັດເຫັນດ້າມາຢືນລົມກັບເປົາ ດ້ວຍສີໜ້າຍິ້ມແຍ້ມ ຕຸ່ນເລີຍເກີດບໍ່ມີສະມາທິ ຮູ້ສຶກຫຶງເປົາ ຮູ້ສຶກໃຈຮ້າຍ ທຳອິດວ່າສິເຕະບານໃຫ້ມັນເຂົ້າໂກນແຕ່ດັນໂຕະໄປໃສ່ເປົາແທນບານລອຍໄປຕິດກົກຂາເປົາເຕັມໆເລີຍ ເປົາຮູ້ສຶກເຈັບລາວໄດ້ແນມມາເບິ່ງໜ້າຕຸ່ນດ້ວຍສີໜ້າຮ້າຍໆ ແລ້ວຕຸ່ນກໍ່ຍ່າງໜີໄປນັ່ງທີ່ຕັ່ງກ້ອງຫົ່ມໄມ້ ດ້ວຍສີໜ້າບໍ່ດີເລີຍ ໂຕ້ໄດ້ຍ່າງເຂົາໄປຖາມແຕ່ຕຸ່ນກໍ່ບໍ່ຕອບຫຍັງ ຮອບນີ້ຕຸ່ນບໍ່ສາມາດເກັບຄະແນນສຳຄັນນີ້ໄດ້

ອ່ານຕໍ່ສະບັບໜ້າ.

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

ບົດຄວາມຫຼ້າສຸດ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງ ຢຸດການປະຕິບັດໜ້າທີ່ ຂອງ ທ່ານ ນາງ ແພທອງ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ເລີ່ມແຕ່ມື້ນີ້ເປັນຕົ້ນໄປ

ສານລັດຖະທຳມະນູນ ເຫັນດີຮັບຄຳຮ້ອງຢຸດການປະຕິບັດໜ້າທີ່ຂອງ ທ່ານ ນາງ ແພທອງທານ ຊິນນະວັດ ນາຍົກລັດຖະມົນຕີແຫ່ງຣາຊະອານາຈັກໄທ ຕັ້ງແຕ່ວັນທີ 1 ກໍລະກົດ 2025 ເປັນຕົ້ນໄປ. ອີງຕາມເວັບໄຊ້ຂ່າວ Channel News...

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ

ສານຂອງ ທ່ານນາຍົກລັດຖະມົນຕີ ເນື່ອງໃນໂອກາດວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ ເນື່ອງໃນໂອກາດ ວັນສາກົນຕ້ານຢາເສບຕິດ ຄົບຮອບ 38 ປີ (26 ມິຖຸນາ 1987 -...

ສານຫວຽດນາມ ດຳເນີນຄະດີຜູ້ຕ້ອງສົງໃສພະນັກງານລັດ 41 ຄົນ ໃນຂໍ້ຫາສໍ້ລາດບັງຫຼວງ ສ້າງຄວາມເສຍຫາຍ 45 ລ້ານໂດລາ

ສານຫວຽດນາມໄດ້ເປີດການພິຈາລະນາຄະດີສໍ້ລາດບັງຫຼວງ ແລະ ຮັບສິນບົນ ມູນຄ່າ ເກືອບ 1,500 ລ້ານບາດ ຫຼື ປະມານ 45 ລ້ານໂດລາ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 24 ມິຖຸນາ 2025,...

ນໍ້າຖ້ວມຮຸນແຮງຢູ່ແຂວງກຸຍໂຈ ຂອງ ສປ ຈີນ

ຝົນຕົກໜັກຕໍ່ເນື່ອງເຮັດໃຫ້ນໍ້າຖ້ວມໜັກໜ່ວງຢູ່ແຂວງກຸຍໂຈ (Guizhou) ຂອງ ສປ ຈີນ, ປະຊາຊົນ 80,000 ກວ່າຄົນ ຕ້ອງໄດ້ອົບພະຍົບຢ່າງເລັ່ງດ່ວນ. ລັດຖະບານຈີນໄດ້ປະກາດຍົກລະດັບມາດຕະການສຸກເສີນເພື່ອຮັບມືກັບໄພນໍ້າຖ້ວມກະທັນ, ເນື່ອງຈາກຝົນຕົກໜັກຕໍ່ເນື່ອງເປັນເວລາຫຼາຍມື້ໃນແຂວງກຸຍໂຈ ເຊິ່ງຕັ້ງຢູ່ທາງຕາເວັນຕົກສ່ຽງໃຕ້ຂອງ ສປ ຈີນ, ໂດຍລະດັບນໍ້າ...