Homeຂ່າວຕ່າງປະເທດຕຳຫລວດສາວຈີນຖືກໄລ່ອອກ ຫລັງຖ່າຍຮູບແອ໊ບແບ໊ວໂຊຂາຂາວ ຂະນະນຸ່ງເສື້ອເຄື່ອງແບບ! (ເບິ່ງຮູບ)

ຕຳຫລວດສາວຈີນຖືກໄລ່ອອກ ຫລັງຖ່າຍຮູບແອ໊ບແບ໊ວໂຊຂາຂາວ ຂະນະນຸ່ງເສື້ອເຄື່ອງແບບ! (ເບິ່ງຮູບ)

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 15 ພຶດສະພາຜ່ານມານີ້ວ່າ ຕຳຫລວດສາວຈີນຄົນໜຶ່ງ ຢູ່ເມືອງຕັນຕົງ ແຂວງຫລຽວໜິງ ປະເທດຈີນ ໄດ້ຖ່າຍຮູບຕົນເອງແບບແອ໊ບແບ໊ວປົນເຊັກຊີ້ ໃນຂະນະທີ່ນຸ່ງເສື້ອເຄື່ອງແບບ ເຈົ້າໜ້າທີ່ຕຳຫລວດ ແຕ່ໃສ່ໂສ້ງຂາສັ້ນໂຊຂາຂາວ ແລ້ວໂພສຕ໌ລົງຜ່ານສື່ສັງຄົມອອນລາຍ ເວິຍປັ໋ວ ຂອງຈີນ ເຮັດໃຫ້ມີຜູ້ຊົມໃຊ້ຄົນອື່ນໆ ພາກັນວິເຄາະວິຈານຮູບພາບດັ່ງກ່າວ ວ່າບໍ່ເໝາະສົມ ແລະ ສະແດງຄວາມເຫັນຕຳນິຕິຕຽນ, ຕໍ່ມາຕຳຫລວດສາວຄົນດັ່ງກ່າວ ໄດ້ລຶບຮູບພາບທັງໝົດ ອອກຈາກບັນຊີເວິຍປັ໋ວຂອງຕົນ, ແນວໃດກໍຕາມ ຮູບພາບດັ່ງກ່າວ ໄດ້ຖືກສົ່ງຕໍ່ໃນໂລກອອນລາຍ ຢ່າງກວ້າງຂວາງແລ້ວ.

ຫລ້າສຸດ ສຳນັກງານຕຳຫລວດເມືອງຕັນຕົງ ໄດ້ອອກມາລະບຸວ່າ ຕຳຫລວດສາວຄົນດັ່ງກ່າວ ໄດ້ຖືກໄລ່ອອກຈາກການປະຕິບັດໜ້າທີ່ແລ້ວ ເນື່ອງຈາກພຶດຕິກຳບໍ່ເໝາະສົມ ກະທົບຕໍ່ພາບລັກອັນສະຫງ່າງາມ ຂອງເຈົ້າໜ້າທີ່ຕຳຫລວດຈີນ.

559000004940402

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...