spot_img
Homeຂ່າວຕ່າງປະເທດຜູ້ນຳຟິລິບປິນຄົນໃໝ່ ເດີນໜ້າຜູກມິດກັບຈີນ ພ້ອມຫາລືແກ້ໄຂຂໍ້ຂັດແຍ່ງ ຢູ່ທະເລຈີນໃຕ້!

ຜູ້ນຳຟິລິບປິນຄົນໃໝ່ ເດີນໜ້າຜູກມິດກັບຈີນ ພ້ອມຫາລືແກ້ໄຂຂໍ້ຂັດແຍ່ງ ຢູ່ທະເລຈີນໃຕ້!

Published on

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 16 ພຶດສະພານີ້ວ່າ ທ່ານ ດູເຕີເຕ ທີ່ຊະນະການເລືອກຕັ້ງ ແລະ ຈະເຂົ້າພິທີສາບານຕົນ ດຳລົງຕຳແໜ່ງເປັນ ປະທານາທິບໍດີ ແຫ່ງ ຟິລິບປິນ ໃນວັນທີ 30 ມິຖຸນາ ທີ່ຈະມາເຖິງນີ້ ໄດ້ອອກມາລະບຸວ່າ ຕົນເອງຕ້ອງການສານຄວາມສຳພັນອັນດີກັບຈີນ ແລະ ກຽມພ້ອມທີ່ຈະຫາລືໂດຍກົງ ກັບລັດຖະບານຈີນ ກ່ຽວກັບຂໍ້ຂັດແຍ່ງຢູ່ທະເລຈີນໃຕ້ ທີ່ໄດ້ກັດເຊາະຄວາມສຳພັນລະຫວ່າງ 2 ປະເທດຢ່າງຮຸນແຮງ ຕະຫລອດໄລຍະຜ່ານມາ ໂດຍຜູ້ນຳຄົນໃໝ່ຂອງຟິລິບປິນ ຍັງມີແຜນເຂົ້າພົບກັບ ເອກອັກຄະລັດຖະທູດຈີນ ປະຈຳນະຄອນຫລວງມະນີລາ ຊຶ່ງເປັນຜູ້ແທນຕ່າງປະເທດ 1 ໃນ 3 ຄົນທຳອິດ ທີ່ທ່ານ ດູເຕີເຕ ຈະເດີນທາງເຂົ້າພົບປະຫາລື ໂດຍຄົນທີສອງ ແມ່ນເອກອັກຄະລັດຖະທູດຍີ່ປຸ່ນ, ສ່ວນຄົນທີສາມນັ້ນ ແມ່ນຍັງບໍ່ທັນມີການເປີດເຜີຍ.

ແນວໃດກໍຕາມ ທ່ານ ດູເຕີເຕ ໄດ້ເຄີຍເວົ້າວ່າ ຕົນເອງຍັງບໍ່ທັນມີກຳນົດການ ເພື່ອເຂົ້າພົບເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ປະຈຳຟິລິບປິນ ເທື່ອ.

 

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...