spot_img
Homeຂ່າວການສຶກສາ4 ມະຫາວິທະຍາໄລ ຍົກລະດັບການຮ່ວມມື ດ້ານການສຶກສາຊັ້ນສູງ ແຕ່ 2016-2020

4 ມະຫາວິທະຍາໄລ ຍົກລະດັບການຮ່ວມມື ດ້ານການສຶກສາຊັ້ນສູງ ແຕ່ 2016-2020

Published on

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ວ່າດ້ວຍການຮ່ວມມືດ້ານການສຶກສາຊັ້ນສູງ ລະຫວ່າງ 4 ມະຫາວິທະຍາໄລຄື: ມະຫາວິທະຍາໄລແຫ່ງຊາດ, ຈຳປາສັກ, ສຸພານຸວົງ ແລະ ມະຫາວິທະຍາໄລສະຫວັນນະເຂດ ປີ 2016 – 2020 ໄດ້ມີ ຂຶ້ນເມື່ອວັນທີ 10 ພຶດສະພາຜ່ານມາ ທີ່ມະຫາວິທະຍາໄລແຫ່ງຊາດ ໂດຍການເຂົ້າຮ່ວມລົງນາມລະຫວ່າງ ທ່ານ ສຈ. ປອ. ສຸກກົງແສງ ໄຊຍະເລີດ ອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ຮສ.ປອ. ບຸນມີ ພອນສະຫວັນ ອະທິການບໍດີ ມະຫາວິທະຍາໄລຈຳປາສັກ, ທ່ານ ຮສ.ປອ. ຜາຍ ສີສະຫວັນ ອະທິການບໍດີ ມະຫາວິທະຍາໄລ ສຸພານຸວົງ ແລະ ທ່ານ ຮສ.ປອ. ສີທາ ເຂັມມະລາດ ຮອງອະທິການບໍດີ ມະຫາວິທະຍາໄລສະຫວັນນະເຂດ ໂດຍການເປັນສັກຂີພິຍານ ຂອງບັນດາອະທິການບໍດີ, ຄະນະບໍດີ ພ້ອມດ້ວຍແຂກຖືກເຊີນ ແລະ ພາກສ່ວນທີ່ກ່ຽວ ຂ້ອງເຂົ້າຮ່ວມ.

ການເຊັນບົດບັນທຶກໃນຄັ້ງນີ້ ແມ່ນເພື່ອເປັນການເພີ່ມທະວີ ສ້າງຄວາມເຂັ້ມແຂງທາງດ້ານການສຶກສາຊັ້ນສູງ ໂດຍສະເພາະການແລກປ່ຽນບົດຮຽນ, ການຄຸ້ມຄອງບໍລິຫານ, ການພົວພັນຮ່ວມມືດ້ານວິຊາການ, ການຄົ້ນຄວ້າວິທະຍາສາດ, ການຈັດສຳມະນາ, ການແລກປ່ຽນພະນັກງານ ຄູ-ອາຈານ ແລະ ນັກສຶກສາ, ແລກປ່ຽນຂໍ້ມູນຂ່າວສານດ້ານວິທະຍາສາດ ລວມເຖິງການພັດທະນາບຸກຄະລາກອນ, ກິດຈະກຳນັກສຶກສາ ແລະ ອື່ນໆ ລະຫວ່າງ 4 ມະຫາວິທະຍາໄລ ໃຫ້ກ້າວສູ່ຄວາມເຕີບໃຫຍ່ເຂັ້ມແຂງ ແລະ ທັນສະໄໝ ນຳໜ້າສົມກັບ ເປັນມະຫາວິທະຍາໄລ ທີ່ໃຫຍ່ທີ່ສຸດໃນ ສປປ ລາວ.

 

ແຫລ່ງຂ່າວ:

ປຊຊ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...