spot_img
Homeຂ່າວການສຶກສາເປີດສູນພັດທະນາສະໝອງເດັກກ່ອນໄວຮຽນ ຊິຈິດະ ຮັບເດັກແຕ່ 6 ເດືອນ ຫາ 6 ປີ ເຂົ້າຮຽນ!

ເປີດສູນພັດທະນາສະໝອງເດັກກ່ອນໄວຮຽນ ຊິຈິດະ ຮັບເດັກແຕ່ 6 ເດືອນ ຫາ 6 ປີ ເຂົ້າຮຽນ!

Published on

ຂປລ. ​ໃນ​ວັນ​ທີ 12 ພຶດສະພາ ນີ້, ທີ່​ນະຄອນຫລວງ​ວຽງ​ຈັນ, ​ໄດ້​ຈັດ​​ຖະ​ແຫລ​ງຂ່າວ​ເປີດ​ໂຕ ສູນ​ພັດທະນາ​ສະໝອງ​ເດັກ​ກ່ອນ​ໄວ​ຮຽນ “ຊິ ​ຈິ​ດະ” ຢ່າງ​ເປັນ​ທາງ​ການ. ​ໃຫ້​ກຽດ​ເຂົ້າ​ຮ່ວມ​ໂດ​ຍ ທ່ານ ນາງ ​ແສງ​ເດືອນ ຫລ້າ​ຈັນທະ​ບູນ ລັດຖະມົນຕີ​​ກະຊວງ​ສຶກສາ​ທິການ ​ແລະ ກິລາ ​ແລະ ທ່່ານ ​ໂຄ ຊິ​ຈິ​ດະ (Ko Shichida) ປະທານ​ສະ​ຖາ​ບັນ​ການ​ສຶກສາ​ແຫ່ງ​ປະ​ເທດ​ຍີ່ປຸ່ນ, ພ້ອມ​ດ້ວຍ​ແຂກ​ຖືກ​ເຊີນ ​ແລະ ພໍ່​ແມ່​ຜູ້​ປົກຄອງ​ເຂົ້າ​ຮຽນ.

ຊິຈິ​ດະ ​ແມ່ນ​ສູນ​ພັດທະນາ​ສະໝອງ​ເດັກກ່ອນ​ໄວ​ຮຽນ ທີ່​ມີ​ຫລັກສູດການ​ສຶກສາ​ຂອງ​ຍີ່ປຸ່ນ ສ້າງ​ຂຶ້ນ​ໂດຍ ສາດ​ສະ​ດາ​ຈານ ດຣ.ມາ​ໂກ​ໂຕະ ຊິ​ຈິ​ດະ (1929-2009) ​ເຊິ່ງ​ເນັ້ນ​ໜັກການ​ພັດທະນາ​ສະໝອງ​ເບື້ອງ​ຂວາ ​ແຫ່ງ​ຄວາມ​ຄິດ​ສ້າງສັນ ​ແລະ ການ​ພັດທະນາ​ສະໝອງ​ເບື້ອງ​ຊ້າຍ ​ແຫ່ງ​ການ​ນຳ​ໃຊ້​ສະຕິ​, ​ເຫດ​ຜົນ ​ແລະ ພາສາ ​ເພື່ອ​ສະໝອງ​ສອງຂ້າງ​ໄດ້​ໃຊ້​ງານ​ດຸ່ນດ່ຽງ ​ແລະ ມີ​ປະສິດທິພາບ​ສູງ​ສຸດ ບົນ​ພື້ນຖານ​ການ​ປູກຝັງ​ຈິດ​ໃຕ້​ສຳນຶກ ​ໃຫ້​ເດັກ​ມີ​ຈິດ​ໃຈ​ງົດ​ງາມ ​ແລະ ບໍລິສຸດ. ນອກຈາ​ກນັ້ນ, ​ການ​ສຶກສາ​ແບບ ຊິ​ຈິ​ດະ ​ແມ່ນ​ການ​ຝຶກ​ອົບ​ຮົ່ມ​ໃຫ້​ເດັກ​ມີ​ຄວາມ​ຄິດ​ສ້າງສັນ, ມີ​ຈິນຕະນາການ​ສູງ, ມີ​ສະມາທິ​ສູງ, ມີ​ຄວາມ​ຈື່​ຈຳ​ເປັນ​ເລີດ (ມີ​ຄວາມ​ສາມາດ​ຈື່​ໄດ້​ຫລາຍ, ຈື່​ໄດ້​ໄວ ​ແລະ ຈື່​ແບບ​ບໍ່​ລືມ), ຮັບ​ຮູ້​ໄດ້​ໄວ, ຄິດ​ໄລ່​ໄວ, ​ເກັ່ງ​ພາສາ, ​ເກັ່ງ​ໃນ​ການ​ວິ​ເຄາະ​ເຫດ​ຜົນ​ຕ່າງໆ ​ແລະ ສາມາດ​ແກ້​ໄຂ​ບັນຫາ​ຕ່າງໆ​ໄດ້​ດ້ວຍ​ໂຕ​ເອງ.

ສູນພັດທະນາ​ດັ່ງກ່າວ, ​ເປີດ​ວັນ​ອັງຄານ – ວັນ​ອາທິດ, ຮັບ​ເດັກນ້ອຍ​ອາຍຸ​ແຕ່ 6 ​ເດືອນ ຫາ 6 ປີ ຫລັກສູ​ດ ການ​ຮຽນ-ການ​ສອນ ​ເປັນ​ພາສາ​ລາວ, 1 ອາທິດ ມາ​ຮຽນ 1 ຊົ່ວ​ໂມງ ​ເດັກນ້ອຍ​ຈະ​ໄດ້​ເຮັດ​ກິດຈະກຳ 15 ຫາ 25 ກິດຈະກໍາ​ໂດຍ​ສະ​ເລ່ຍ ​ໂດຍ​ຜູ້​ປົກຄອງ​ຈະ​ຕ້ອງ​ເຂົ້າ​ຮ່ວມ​ການ​ຝຶກ​ກັບ​ເດັກ​ໃນ​ທຸກໆ​ຄັ້ງ. ສູນ​ຊິ​ຈິ​ດະ ມີ​ຫລາຍ​ກ່ວາ​ 500 ສາຂາ ​ໃນ 14 ປະ​ເທດ ​ແລະ ມີຫລັກສູດ​ດຽວ​ກັນ.

 

ແຫລ່ງຂ່າວ:

ຂປລ

ຕິດຕາມເລື່ອງດີດີ ວິທະຍາສຶກສາ ກົດໄລຄ໌ເລີຍ!

ບົດຄວາມຫຼ້າສຸດ

ຝູງສິງໂຕລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ຂະນະທີ່ເພື່ອນຮ່ວມງານເປີດເຜີຍຜູ້ເສຍຊີວິດບໍ່ເຄີຍລະເມີດກົດລະບຽບມາກ່ອນ

ສະຫຼົດ! ຝູງໂຕສິງລຸມກັດກິນເຈົ້າໜ້າທີ່ສວນສັດຈົນເສຍຊີວິດ ທີ່ສວນສັດແຫ່ງໜຶ່ງໃນກຸງເທບມະຫານະຄອນ ປະເທດໄທ. ສຳນັກຂ່າວໄທລາຍງານ ວັນທີ 10 ກັນຍາ 2025 ຜ່ານມາ, ກ່ຽວກັບເຫດການສຸດສະຫຼົດ ເມື່ອເຈົ້າທີ່ດູແລສວນສັດ ຖືກຝູງໂຕສິງລຸມກັດກິນ ຢູ່ສວນສັດຊາຟາລີເວີດ ໃນກຸງເທບມະຫານະຄອນ...

ສະຫະລັດເດືອດ! ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ

ຊາລີ ເຄິກ ນັກເຄື່ອນໄຫວຜູ້ສະໜັບສະໜູນ ທຣຳ ຜູ້ນຳສະຫະລັດ ຖືກລັກລອບຍິງເສຍຊີວິດ ໃນຂະນະຮ່ວມງານໃນມະຫາວິທະຍາໄລ ຍູທາ. ສຳນັກຂ່າວ ບີບີຊີ ລາຍງານ ໃນວັນທີ 11 ກັນຍາ 2025...

ລາວກຽມພ້ອມພັດທະນາ ແບບຈຳລອງປັນຍາປະດິດ ເພື່ອໃຫ້ AI ປະມວນຜົນພາສາລາວໄດ້ຢ່າງຖືກຕ້ອງ

ເພື່ອພັດທະນາກໍ່ສ້າງແບບຈໍາລອງປັນຍາປະດິດຂະໜາດໃຫຍ່ ສໍາລັບ ສປປ ລາວ ແລະ ກໍ່ສ້າງຖານຂໍ້ມູນພາສາລາວໃຫ້ຄົບຖ້ວນ, ຖືກຕ້ອງ, ຊັດເຈນ ແລະ ສາມາດນໍາໃຊ້ເປັນພື້ນຖານສໍາລັບ AI ແລະ ການນໍາໃຊ້ດີຈີຕອນໃນ ສປປ...

ສຶກສາອົບຮົມສາວບໍລິການ ແລະ ເຈົ້າຂອງຮ້ານ ຢູ່ ເມືອງສີໂຄດຕະບອງ ແລະ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ

ເຈົ້າໜ້າທີ່ລົງກວດກາສຶກສາອົບຮົມສາວບໍລິການ 33 ຄົນ ແລະ ເຈົ້າຂອງຮ້ານ 04 ຄົນ ຢູ່ ບ້ານໜອງແຕ່ງເໜືອ, ບ້ານວຽງຄຳ, ບ້ານດົງນາໂຊກ, ເມືອງສີໂຄດຕະບອງ ແລະ ບ້ານກາງແສນ,...