spot_img
Homeວັນນະກຳເລື່ອງສັ້ນເພື່ອນ...ຮັກນີ້ທີ່ 6/1 (ຕອນ 1)

ເພື່ອນ…ຮັກນີ້ທີ່ 6/1 (ຕອນ 1)

Published on

ເລື່ອງນີ້ຍ້ອນເວລາໄປໃນປີ 2003-2004 ຍຸກທີ່ນັກຮຽນນິຍົມຂີ່ລົດຖີບ,ລົດຈັກເວບຈີນ, ລົດເທນ່າ ໄປໂຮງຮຽນ ຕອນນັ້ນຍັງໃຊ້ໂທລະສັບຕັ້ງໂຕະ ແລະ ຈົດໝາຍໃນການສື່ສານເປັນຫຼັກ ບໍ່ມີເຟສບຸກ, ລາຍ, ວັອດແອັບ ແຕ່ກໍ່ມີຄວາມສຸກດີ.

ເຊົ້າວັນຈັນ ເວລາ 8:00ໂມງເຊົ້າ ສຽງຕີແປັ່ງທີ່ໂຮງຮຽນໄດ້ດັ່ງຂຶ້ນ ແປັ່ງ! ແປັ່ງ! ແປັ່ງ… ຫຼາຍບາດລົວໆ ທັງຄູ ແລະ ນັກຮຽນມາກັນມາຮວມຕົວກັນທີ່ໜ້າເສົາທຸງໂຮງຮຽນນັກຮຽນທຸກຄົນຢືນເປັນຖັນແຖວລະບຽບຮຽບຮ້ອຍແຖວຍິງພໍຍິງ ຊາຍພໍຊາຍ ຫ້ອງໃຜຫ້ອງມັນ ເພື່ອກຽມຕົວເຄົາລົບທຸງຊາດເຊີນທຸງຂຶ້ນປາຍເສົາທຸງ ທຸກຄົນພາກັນຢືນກົງ ແລະ ຮ້ອງເພງຊາດລາວຂຶ້ນພ້ອມກັນ ຫຼັງຈາກເຊີນທຸງຂຶ້ນເທິງປາຍເສົາທຸງແລ້ວຫຼັງຈາກສຽງເພງຊາດຈົບລົງ ທາງອຳນວຍການໂຮງຮຽນກໍ່ຂຶ້ນມາກ່າວຄຳປາໄສ ກ່ອນເລີກແຖວປະມານ 20-30 ນາທີ ໃນເວລາຢືນລຽນແຖວຢູ່ນັ້ນ ຕຸ່ນ (ນາງເອກຂອງເລື່ອງ) ໄດ້ແນມຊອກຫາ ເປົາ (ແຟນຕຸ່ນ) ລາວໄດ້ກວດສາຍຕາໄປຕາມແຖວຜູ້ຊາຍແລ້ວກໍ່ເຫັນ ເປົາ ຢືນຢູ່ທາງເທິງຫົວແຖວນັບແຕ່ຫົວແຖວລົງມາກໍ່ປະມານຄົນທີ 5 ຕຸ່ນຮູ້ສຶກແປກໃຈວ່າ ເປັນຫຍັງວັນນີ້ ເປົາ ຄືບໍ່ມາຢືນລຽນແຖວຂ້າງໆຕົນຄືທີ່ຜ່ານມາ ຕຸ່ນໄດ້ສັງເກດເບິ່ງ ເປົາ ຫັນໜ້າໄປທາງຝາກນັ້ນເໝືອນລາວກຳລັງລົມກັບໃຜຢູ່ ແຕ່ຕຸ່ນບໍ່ເຫັນຄົນທີ່ເປົາລົມນຳ ຕຸ່ນຢາກຮູ້ວ່າເປົາກຳລັງລົມກັບໃຜຢູ່ ລາວພະຍາຍາມຢືດໆເບິ່ງແຕ່ກໍ່ບໍ່ເຫັນ ຕຸ່ນຢາກຍ່າງໄປເບິ່ງໃຫ້ເຫັນກັບຕາແຕ່ກໍ່ບໍ່ກ້າ ເພາະຄາລວມແຖວຢູ່

ຫຼັງຈາກເລີກລວມແຖວແລ້ວນັກຮຽນກໍ່ພາກັນແຍກໄປເຂົ້າຫ້ອງໃຜຫ້ອງມັນ ວັນນີ້ເປົາແປກໆຍ່າງເຂົ້າຫ້ອງໄປກັບສາວຄົນໜຶ່ງທີ່ຢູ່ຫ້ອງ 6/2 ໂດຍບໍ່ຖ້າຍ່າງໄປກັບຕຸ່ນເໝືອນທີ່ເຄີຍເຮັດເຊິ່ງມັນເຮັດໃຫ້ໃຈຕຸ່ນຮູ້ສຶກແຜ່ວໆທັນທີ ຕຸ່ນໄດ້ແຕ່ຢືນເບິ່ງເປົາຍ່າງເຂົ້າຫ້ອງດ້ວຍຄວາມມຶນງົງ ສາວຄົນນັ້ນແມ່ນໃຜເຫັນແຕ່ທາງຫຼັງແວັບໆ ພໍພວກເຂົາຍ່າງເຂົ້າຫ້ອງແລ້ວຕຸ່ນຈິ່ງຄ່ອຍຍ່າງເຂົ້າຫ້ອງໄປຕາມຫລັງ,

ທີ່ຫ້ອງ ຕຸ່ນ ໄດ້ແນມໄປເບິ່ງໜ້າເປົາທີ່ໂຕະຫຼັງສຸດ ແຕ່ເປົາກໍ່ຫລົບໜ້າເໝືອນຄົນມີຄວາມຜິດ ຕຸ່ນກຳລັງວ່າຈະລຸກຂຶ້ນຍ່າງໄປຫາເປົາແຕ່ອາຈານພັດເຂົ້າມາກ່ອນ ມື້ນີ້ຮຽນຊີວະສາດ ຕຸ່ນບໍ່ມີສະມາທິຮຽນເລີຍ ຈັກອາຈານອະທິບາຍຫຍັງບຸ ລາວມີແຕ່ໝັ່ນແນວກັບຫຼັງໄປເບິ່ງເປົາແຕ່ເປົາກໍ່ກົ້ມໜ້າ ຫຼື ຫັນໜ້າໄປທາງອື່ນທຸກຄັ້ງ ພໍຮອດຕອນຕີແປັ່ງເລີກຫຼິ້ນຕຸ່ນວ່າຈະລຸກໄປຊວນເປົາອອກໄປຫຼິ້ນນອກຫ້ອງເໝືອນທີ່ເຄີຍ ແຕ່ເປົາກໍ່ຟ້າວຍ່າງເວັ້ນແຖວໂຕະທີ່ຕຸ່ນນັ່ງອອກໄປນອກຫ້ອງຍ່າງໄວວາໂດຍບໍ່ແນມເບິ່ງໜ້າຕຸ່ນເລີຍ ຮອດໂມງເລີກເມືອມື້ນີ້ເປົາກໍ່ບໍ່ກິນເຂົ້າສວາຍທີ່ໂຮງຮຽນຄືທຸກວັນ ສະຫລຸບວ່າວັນນີ້ຕຸ່ນຕ້ອງເສົ້າກັບຄວາມຮູ້ສຶກເຈັບລຶກໆ ແລະ ສົງໃສກັບພຶດຕິກຳຂອງເປົາທີ່ເຮັດກັບຕົນເອງທັງວັນ ຮອດຕອນກາງຄືນຍາມທີ່ຕຸ່ນນອນລັບລາວໄດ້ຝັນເຫັນ ເປົາຊ້ອນລົດກັບຜູ້ສາວຄົນໜຶ່ງຂີ່ຜ່ານໜ້າລາວໄປ ໂດຍເຮັດຄືບໍ່ເຫັນລາວ ຕຸ່ນໄດ້ຕື່ນຂຶ້ນໃນຕອນເດິກ ລາວຟ້າວເປີດໄຟຫ້ອງແລ້ວເບິ່ງໂມງ ກໍ່ເປັນຊ່ວງເວລາ 2:45ໂມງເຊົ້າ ຫົວໃຈລາວຮູ້ສຶກແຜ່ວທັນທີເພາະຝັນຂອງລາວມັນເປັນລາງບອກວ່າ ຄົນຮັກລາວກຳລັງນອກໃຈ ຕຸ່ນໄດ້ກັບໄປນອນລົງທີ່ບ່ອນພະຍາຍາມຂົ່ມຕາໃຫ້ລັບແຕ່ກໍ່ບໍ່ລັບ

ຮຸ່ງເຊົ້າທີ່ໂຮງຮຽນວັນນີ້ສີໜ້າຕຸ່ນບໍ່ສົດຊື່ນຄືທຸກວັນໜ້າຊີດຂອບຕາດຳຄືຄົນນອນບໍ່ອື່ມ ຕຸ່ນພະຍາຍາມຈະເວົ້າກັບເປົາແຕ່ເປົາກໍ່ບໍ່ເປີດໂອກາດໃຫ້ເລີຍ ແລະ ມື້ນີ້ເປົາກໍ່ເຮັດແບບວານນີ້ອີກ ຕຸ່ນເລີຍນັ່ງເຫງົາຄໍຕົກຄົນດຽວທີ່ໂຕະ ໝູ່ຊວນອອກໄປຫຼິ້ນທາງນອກກໍ່ບໍ່ໄປ ໃນຂະນະທີ່ລາວກຳລັງນັ່ງເສົ້າກອດແຂນພາດໂຕະຢູ່ ໂຕ້ກໍ່ເຂົ້າມາຫາແລ້ວໄດ້ມາຢອກຕຸ່ນ:

ໂຕະ: ຈະເອ໋! ຄືເສົ້າແທ້ຄົນງາມ

ຕຸ່ນເງີຍໜ້າແນມເບິ່ງໜ້າໂຕ້ແຕ່ບໍ່ຕອບ ໂຕ້ ກໍ່ເລີຍຖາມຕໍ່ໄປວ່າ: ເປັນຫຍັງມື້ນີ້ຄືເຫງົາແທ້, ອຸ້ຍ! ບໍ່ແມ່ນ ຕ້ອງເວົ້າວ່າເຫງົາມາແຕ່ວານນີ້ພຸ້ນ! ອິອິອິ

ຕຸ່ນຈ້ອງເບິ່ງໜ້າໂຕ້ແບບບໍ່ຂຳເລີຍ ແຕ່ລາວໄດ້ຈັບມືໂຕເພື່ອຊວນໄປເບິ່ງບາງສິ່ງດ້ວຍນ້ຳສຽງຈິງຈັງ: ໂຕ້! ໄປເປັນໝູ່ເຂົາແນ່

ໂຕ້ເຮັດໜ້າສົງໃສແລ້ວຖາມຕຸ່ນໄປວ່າ: ໄປໃສ!

ຕຸ່ນ: ເອີ້…ມາໂລດນະ! ໄປຕາມຫາຄວາມຈິງເປັນໝູ່ແນ່

ແລ້ວຕຸ່ນກໍ່ຈັບມືໂຕ້ຍ່າງອອກນອກຫ້ອງໄປ ຕຸ່ນພາໂຕ້ມຸ້ງໜ້າໄປທີ່ຫ້ອງ 6/2 ພວກເຂົາທັງສອງໄດ້ໄປຢືນຢູ່ປ່ອງຢ້ຽມຫ້ອງ 6/2 ແລ້ວຕຸ່ນກັບໂຕ້ກໍ່ເຫັນພາບ ເປົາກຳລັງນັ່ງລົມສາວຄົນໜຶ່ງທີ່ງາມກວ່າຕົນເລັກໜ້ອຍເຊິ່ງນັ້ນກໍ່ບໍ່ແມ່ນໃຜ ຄື ສາວດ້າ ສາວຄະນະຫ້ອງ 6/2 ນີ້ເອງ ຕຸ່ນຮູ້ສຶກໃຈຮ້າຍວຶດໆ ລາວກຳມືທັງສອງເບື້ອງແໜ້ນ ໃນໃຈລາວຄິດຢາກຈະເຂົ້າຕົບໜ້າເປົາ ແລະ ດ້າ ໃຫ້ໜ້າແຫກໄປທັງສອງຄົນເລີຍ ແຕ່ຄວາມເປັນຈິງລາວເຮັດໄດ້ພຽງຍ່າງກັບໄປນັ່ງໃນຫ້ອງດ້ວຍອາລົມໂມໂຫ ຕຸ່ນຟ້າວຍ່າງກັບຫ້ອງ ໂຕ້ກໍ່ຟ້າວຍ່າງຕາມໄປທັນທີ ຕຸ່ນໄດ້ໄປນັ່ງລົງທີ່ໂຕະແລ້ວໝູບໜ້າລົງໂຕະ ໂຕ້ເຫັນແບບນີ້ກໍ່ພໍເດົາອອກແລ້ວວ່າຕອນນີ້ຕຸ່ນກຳລັງພົບກັບບັນຫາຫຍັງຢູ່ ຮອດໂມງເລີກເມືອຕອນສວາຍ ມື້ນີ້ຕຸ່ນບໍ່ກິນເຂົ້າສວາຍທີ່ໂຮງຮຽນ ລາວຟ້າວຖີບລົດກັບເມືອເຮືອນ ແລະ ຕອນສວາຍວັນນີ້ຕຸ່ນກໍ່ບໍ່ມາຮຽນ ເຊິ່ງໂຕ້ໄດ້ໝາຍຂາດໃຫ້ຕຸ່ນວ່າມີເຫດຜົນວ່າບໍ່ສະບາຍເັຈບຫົວແຮງ.

ທີ່ຫ້ອງນອນຕຸ່ນນອນຟັງເພງນ້ຳຕາໄຫລຍ້ອຍຢູ່ຄົນດຽວ ບຶດໜຶ່ງລາວກໍ່ຫງວກໄປເບິ່ງຕຸກກະຕາໝາທີ່ເປົາເຄີຍຊື້ໃຫ້ແລ້ວລາວກໍ່ຈັບຕຸກກະຕາໝາພ້ອມທັງເວົ້າ ທັງຊື້ໜ້າດ່າຕຸກກະຕາດ້ວຍອາລົງຄຽດຊັງວ່າ

ຕຸ່ນຈົ່ມກັບຕຸກກະຕາໝາ: ບັກຄົນຫຼາຍໃຈ! ບັກບໍ່ມີເຫດຜົນ! ຍາມມາຈີບກູກໍ່ມາແບບບໍ່ມີເຫດຜົນ! ຍາມສິຖິ້ມກູກະບໍ່ບອກເຫດຜົນກັບກູອີກ! ຄຽດຫຍັງໃຫ້ກູຄືບໍ່ເວົ້າຕົງ! ບໍ່ມັກຫຍັງກູຄືບໍ່ບອກ! ກູປ່ຽນໄດ້ກະສິປ່ຽນ ອັນນີ້ບໍ່ເປີດໂອກາດໃຫ້ກູເລີຍ! ຮືຮືຮື ມຶງເດີ້! ຄິດວ່າອີ່ຕຸ່ນສິງໍ້ເບາະ ເຖິງກູບໍ່ງາມເລີດກູກະເລືອກໄດ້ເດີ້ ມຶງໂລດ! ມຶງມີໃໝ່ໄດ້ກູກະສິມີຄືກັນ. ເວົ້າແລ້ວລາວກໍ່ຈັບຕຸກກະຕາຂະເຫຍົ່າຂະເຫຍົ່າ

ຫຼັງຈາກເວົ້າກັບຕຸກກະຕາແລ້ວຕຸ້ນກໍ່ເກີດຄວາມຄິດຢາກເຮັດໃສ່ເປົາຄືນໂດຍການຄວງຜູ້ຊາຍໃສ່ຄືນ ຕຸ່ນໄດ້ນັ່ງຄ້ຳແກ້ມດ້ວຍມືສອງເບື້ອງແລ້ວຄິດຫາໜ້າໝູ່ຜູ້ຊາຍຂອງຕົນແຕ່ລະຄົນ ກີ້ ໜ້າບໍ່ຜ່ານ, ໂຈ້ ຫຸ່ນບໍ່ຜ່ານ, ປຸ ຜູ້ນີ້ມີແຟນແລ້ວ, ຍັງເຫຼືອໂຕ້ ຜູ້ນີ້ໂອເຄຢູ່ ແຕ່ບັນຫາຄືໂຕ້ຈະໂອເຄນຳແຜນນີ້ບໍ່ນໍ້

ເມື່ອຮອດເຊົ້າມື້ຕໍ່ໄປທີ່ໂຮງຮຽນ ຫຼັງຈາກສຽງຕີແປັ່ງເລີກຫຼິ້ນດັງຂຶ້ນທັງຄູ ແລະ ນັກຮຽນກໍ່ພັກຜ່ອນໃນຊ່ວງພັກຜ່ອນໂຕ່ໄດ້ນັ່ງສະຫລຸບວັນຂາດຂອງນັກຮຽນເພື່ອຈະສົ່ງໃຫ້ຄູປະຈຳຫ້ອງທີ່ໂຕະຂອງລາວ ແລ້ວຕຸ້ນກໍ່ໄດ້ມານັ່ງຢູ່ຕັ່ງເຊິ່ງໜ້າກັບໂຕ້ ແລະ ເອົາມືໄປຄັວດໆມືໂຕ້ ແລ້ວໂຕ້ກໍ່ເງິຍໜ້າຂຶ້ນມາເບິ່ງໜ້າຕຸ່ນພ້ອມງຶກຫົວຖາມແມ່ນຫຍັງ ໃນວັນນີ້ຊ່າງເປັນໂອກາດດີທີ່ຄົນສ່ວນຫຼາຍອອກໄປຫຼິ້ນນອກຫ້ອງເກືອບໝົດຕຸ່ນເລີຍສວາຍໂອກາດ ແລະ ຕັດສິນໃຈສະເໜີແນວຄິດກັບໂຕ້ທັນທີ

ຕຸ່ນເວົ້າດ້ວຍນຳສຽງຄ້າງໆຄາໆເບົາໆວ່າ: ໂຕ້! ເຂົາມືແນວຢືມເພິ່ນແນ່ໄດ້ບໍ່

ໂຕ້ຈ້ອງເບິ່ງໜ້າຕຸ່ນແລ້ວຖາມວ່າ: ຢືມຫຍັງ! ຢືມເງິນຫວະ

ຕຸ່ນແກ່ວງຫົວ ແລະ ເວົ້າໄປວ່າ: ບໍ່! ເຂົາຢາກຢືມເພິ່ນຫັ້ນນະ! ຄື….ຢືມມາເປັນແຟນເຂົາແນ່ຈັກເດືອນໜຶ່ງ ຫຼັງຈາກໝົດເດືອນໜຶ່ງໄປແລ້ວເຂົາຈະປ່ອຍເພິ່ນໄປເປັນອິດສະຫຼະ ແລະ ເຂົາຈະຈົດບົດຮຽນໃຫ້ເພິ່ນທຸກບົດຕະຫຼອດໜຶ່ງອາທິດເພື່ອເປັນການຕອບແທນ ເພິ່ນຈະໂອເຄບໍ່!

ໂຕ້ຕົກໃຈທີ່ໄດ້ຍິນຕຸ້ນເວົ້າແບບນັ້ນ: ຫ່ະ! ເຂົານິໃດ

ຕຸ່ນໄດ້ເຮັດສີໜ້າແລະ ນ້ຳສຽງອ້ອນໂຕ້: ຈຸໆໆໆໆ! ເບົາໆ! ນ່າາາາາາາາາາາາາາາາ! ຊ່ວຍເຂົາແນ່! ເນາະໆໆໆໆໆ

ໂຕ້ບໍ່ປາກເພາະຍັງຄາອຶ້ງຢູ່ ແຕ່ຕຸ້ນພັດເວົ້າຕັດໄປວ່າ: ຖ້າບໍ່ຕອບແປວ່າຕົກລົງເດີ້ ຊັ້ນເຮົາເລີ່ມເປັນແຟນກັນຕັ້ງແຕ່ມື້ນີ້ເລີຍເນາະໆໆໆ

ແລະນີ້ກໍ່ເປັນຈຸດເລີ່ມຕົ້ນຂອງເລື່ອງ ເພື່ອນ…ຮັກນີ້ທີ່ 6/1 ເຊິ່ງຈະເປັນແນວໃດຕໍ່ໄປຕ້ອງຕິດຕາມອ່ານສະບັບຕໍ່ໄປ

ແຕ່ງໂດຍ: ປັອກເລັກ ລາວໂພສຕ໌

 

 

ບົດຄວາມຫຼ້າສຸດ

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...

ປະຫວັດ “ບຸນຫໍ່ເຂົ້າປະດັບດິນ” ປະເພນີລາວທີ່ສືບທອດມາແຕ່ບູຮານນະການ

ວັນບຸນຫໍ່ເຂົ້າປະດັບດິນ ບຸນປະເພນີທີ່ບູຮານໄດ້ພາກັນປະຕິບັດກັນມາ ເພື່ອເປັນການອຸທິດບຸນກຸສົນ ໃຫ້ກັບຍາດຕິພີ່ນ້ອງ ຜູ້ທີ່ລ່ວງລັບໄປແລ້ວ ລວມທັງສັມພະເວສີ ຜີທີ່ບໍ່ມີຍາດ. ຄວາມ​ໝາຍ​ຄວາມ​ສໍາຄັນ​ຂອງ​ບຸນ​ຫໍ່​ເຂົ້າປະດັບດິນ: ຫໍ່​ເຂົ້າປະດັບດິນ ໝາຍ​ເຖິງ ການ​ນໍາ​ເອົາ​ອາຫານ​ຫວານ​ຄາວ ຊີ້ນ​ແຫ້ງ​ປາ​ຕາຍ, ເຂົ້າຕົ້ມເຂົ້າໜົມ, ໝາກ​ໄມ້​ນານາ​ຊະນິດ ແລະ...

ເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ

ເປີດເງື່ອນໄຂ-ການປະຕິບັດນະໂຍບາຍ ຕໍ່ຄູອາສາສະໝັກ ທີ່ຈະເຂົ້າເປັນລັດຖະກອນປ້ອງກັນຊາດ ໃນລະຫວ່າງວັນທີ 15-19 ສິງຫາ 2025 ນີ້, ຄະນະຮັບຜິດຊອບການບັນຈຸຄູອາສາສະໝັກເຂົ້າເປັນກຳລັງປ້ອງກັນຊາດ ນຳໂດຍ ທ່ານ ນາງ ຄຳພັດ ໄຊຍະລິນຄຳ ຮອງຫົວໜ້າກົມສ້າງຄູ...